YouVersion Logo
Search Icon

ໂຣມ 10

10
1ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ. 2ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ມີ​ໃຈ​ຮ້ອນຮົນ​ປະຕິບັດ​ພຣະເຈົ້າ, ແຕ່​ບໍ່ໄດ້​ເປັນ​ໄປ​ຕາມ​ຄວາມຮູ້ ແລະ​ສະຕິປັນຍາ. 3ເພາະ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ຄວາມ​ຊອບທຳ ຊຶ່ງ​ພຣະເຈົ້າ​ປະທານ​ໃຫ້ ແຕ່​ພວກເຂົາ​ໄດ້​ພະຍາຍາມ​ຕັ້ງ​ຄວາມ​ຊອບທຳ​ຂອງ​ພວກເຂົາ​ເອງ​ແທນ, ພວກເຂົາ​ຈຶ່ງ​ບໍ່​ຍອມ​ຢູ່​ໃຕ້​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ. 4ດ້ວຍວ່າ, ພຣະຄຣິດ​ໄດ້​ເຮັດ​ໃຫ້​ກົດບັນຍັດ​ຖືກ​ຍົກເລີກ ເພື່ອ​ວ່າ​ຜູ້​ທີ່​ວາງໃຈເຊື່ອ​ທຸກຄົນ ຈະ​ໄດ້​ເປັນ​ຄົນ​ຊອບທຳ.
ມີ​ຄວາມ​ພົ້ນ​ສຳລັບ​ມະນຸດ​ທັງປວງ
5ໂມເຊ​ໄດ້​ຂຽນ​ເຖິງ​ຄວາມ​ຊອບທຳ​ຕາມ​ຫລັກ​ກົດບັນຍັດ​ວ່າ, “ຜູ້ໃດ​ທີ່​ປະຕິບັດ​ຕາມ​ຫລັກ​ກົດບັນຍັດ ກໍ​ຈະ​ໄດ້​ຊີວິດ​ຕາມ​ນັ້ນ.” 6ແຕ່​ຄວາມ​ຊອບທຳ ຊຶ່ງ​ມີ​ຄວາມເຊື່ອ​ເປັນ​ຫລັກ ກໍ​ກ່າວ​ໄວ້​ດັ່ງນີ້​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?”’ (ຄື​ນຳ​ເອົາ​ພຣະຄຣິດ​ລົງ​ມາ). 7“ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ເຫວເລິກ?”’ (ຄື​ນຳ​ເອົາ​ພຣະຄຣິດ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ). 8ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ). 9ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ. 10ດ້ວຍວ່າ, ມະນຸດ​ເຊື່ອ ກໍ​ເຊື່ອ​ໃນ​ໃຈ​ຂອງ​ຕົນເອງ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ທີ່​ຍອມ​ຮັບ ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຊົງ​ຖືກ​ໂຜດ​ໃຫ້​ພົ້ນ. 11ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບຸກຄົນ​ໃດ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ.” 12ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ. 13ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ໄດ້​ພົ້ນ.”
14ແຕ່​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເຊື່ອ​ໃນ​ພຣະອົງ​ນັ້ນ ພວກເຂົາ​ຈະ​ທູນ​ຂໍ​ຕໍ່​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ຜູ້​ທີ່​ຍັງ​ບໍ່ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ເມື່ອ​ບໍ່ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ໄດ້​ຢ່າງ​ໃດ? 15ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ” 16ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?” 17ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.
18ແຕ່​ເຮົາ​ຖາມ​ວ່າ, “ພວກເຂົາ​ບໍ່ໄດ້ຍິນ​ບໍ?” ແນ່ນອນ ແທ້ຈິງ​ພວກເຂົາ​ໄດ້ຍິນ​ແລ້ວ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ສຽງ​ຂອງ​ພວກເຂົາ​ດັງ​ກ້ອງ
ແຜ່​ໄປ​ທົ່ວ​ແຜ່ນດິນ​ໂລກ
ແລະ ຖ້ອຍຄຳ​ຂອງ​ພວກເຂົາ​
ກໍ​ເຖິງ​ທີ່ສຸດ​ແຜ່ນດິນ​ໂລກ.”
19ເຮົາ​ຖາມ​ອີກ​ວ່າ, “ພວກ​ອິດສະຣາເອນ​ບໍ່​ຮູ້ຈັກ​ບໍ?” ໂມເຊ​ເອງ​ເປັນ​ຄົນ​ທຳອິດ​ທີ່​ຕອບ​ວ່າ,
“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ
ເກີດ​ຄວາມ​ອິດສາ​ຊົນຊາດ​
ທີ່​ຍັງ​ບໍ່​ເປັນ​ປະເທດ,
ເຮົາ​ຈະ​ຍົວະ​ໃຫ້​ພວກເຈົ້າ
ເຄືອງແຄ້ນ​ປະເທດ​ທີ່​ເປັນ​ຊົນຊາດ​ທີ່​ໂງ່.”
20ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ,
“ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​
ກໍ​ພົບ​ເຮົາ
ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່
ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”
21ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ນັ້ນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງເຮົາ​ອອກ​ຕະຫລອດ​ວັນ ເພື່ອ​ຄອຍ​ຮັບ​ໄພ່ພົນ​ຈຳພວກ​ໜຶ່ງ ທີ່​ດື້ດ້ານ​ແລະ​ບໍ່​ເຊື່ອຟັງ.”

Currently Selected:

ໂຣມ 10: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy