YouVersion Logo
Search Icon

ມາຣະໂກ 2:1-12

ມາຣະໂກ 2:1-12 ພຄພ

ໃນ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ສະເດັດ​ກັບຄືນ​ມາ​ໃນ​ເມືອງ​ກາເປນາອູມ​ອີກ ແລະ ຄົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພຣະອົງ​ພັກ​ຢູ່​ທີ່​ເຮືອນ. ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອັ່ງອໍ​ຢູ່​ເຕັມ​ເຮືອນ ຈົນ​ບໍ່ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ປະຕູ​ທາງ​ເຂົ້າ ພຣະອົງ​ກຳລັງ​ສອນ​ພຣະທຳ​ສູ່​ພວກເຂົາ​ຟັງ ມີ​ຄົນ​ຈຳພວກ​ໜຶ່ງ​ສີ່​ຄົນ​ຫາມ​ຄົນເປ້ຍ​ມາ​ຫາ​ພຣະເຢຊູເຈົ້າ. ແຕ່​ພວກເຂົາ​ເຂົ້າ​ໄປ​ຫາ​ພຣະອົງ​ບໍ່ໄດ້ ເພາະ​ປະຊາຊົນ​ໜາແໜ້ນ​ຫລາຍ. ສະນັ້ນ ພວກເຂົາ​ຈຶ່ງ​ຮື້​ຫລັງຄາ ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ​ອອກ ຄັນ​ຮື້​ເປັນ​ປ່ອງ​ແລ້ວ ພວກເຂົາ​ກໍ​ຢ່ອນ​ຄົນເປ້ຍ​ຢູ່​ເທິງ​ບ່ອນ​ນອນ​ຂອງ​ລາວ​ລົງ​ມາ. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ພຣະອົງ​ກໍ​ຊົງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ລູກ​ເອີຍ ຄວາມ​ຜິດບາບ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.” ແຕ່​ມີ​ທຳມະຈານ​ບາງຄົນ​ທີ່​ນັ່ງ​ໃນ​ທີ່ນັ້ນ ຄິດ​ໃນ​ໃຈ​ວ່າ, “ເປັນຫຍັງ​ຄົນ​ນີ້​ຈຶ່ງ​ບັງ​ອາດ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເຊັ່ນ​ນີ້ ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.” ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ທັນທີ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ? ອັນໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ວ່າ, ‘ຄວາມ​ຜິດບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ກ່າວ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ເມືອ?’ ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຫັນ​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ ອະໄພ​ຜິດບາບ​ຂອງ​ມະນຸດ​ໄດ້.” ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ ແລະ​ເມືອ​ເຮືອນ​ສາ.” ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຄອຍ​ເບິ່ງ​ຢູ່​ນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ ອອກ​ຈາກ​ເຮືອນ​ໄປ​ໃນ​ທັນທີ ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັນລະເສີນ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ເຫດການ​ເຊັ່ນ​ນີ້​ຈັກເທື່ອ.”