ປະຖົມມະການ 45:7-10
ປະຖົມມະການ 45:7-10 ພຄພ
ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້ແບບອັດສະຈັນ ກໍເພື່ອໃຫ້ແນ່ໃຈວ່າພວກເຈົ້າແລະເຊື້ອສາຍຈະມີຊີວິດຢູ່. ດັ່ງນັ້ນ ຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ ແຕ່ແມ່ນພຣະເຈົ້າຕ່າງຫາກທີ່ໄດ້ສົ່ງຂ້ອຍມາ. ພຣະອົງບັນດານໃຫ້ຂ້ອຍເປັນຂຸນນາງຜູ້ສຳຄັນຂອງກະສັດ. ຂ້ອຍເປັນຜູ້ຮັບຜິດຊອບປະເທດທັງໝົດຂອງເພິ່ນ. ຂ້ອຍເປັນຜູ້ປົກຄອງປະເທດເອຢິບທັງໝົດ.” “ບັດນີ້ ຈົ່ງພາກັນກັບເມືອຫາພໍ່ຂອງຂ້ອຍ ແລະບອກເພິ່ນວ່າ ນີ້ແມ່ນຄຳເວົ້າຂອງໂຢເຊັບລູກຊາຍຂອງເພິ່ນວ່າ, ‘ພຣະເຈົ້າໄດ້ບັນດານໃຫ້ລູກ ເປັນຜູ້ປົກຄອງປະເທດເອຢິບທັງໝົດ ໃຫ້ພໍ່ມາຫາລູກໄວທີ່ສຸດ. ໃຫ້ພໍ່ມາທີ່ເຂດໂກເຊັນບ່ອນທີ່ຢູ່ໃກ້ກັບລູກ ພ້ອມລູກຫລານ ຕະຫລອດທັງຝູງແກະ, ຝູງແບ້, ຝູງງົວ ແລະທຸກໆສິ່ງທີ່ພໍ່ມີຢູ່.