ປະຖົມມະການ 45
45
ໂຢເຊັບບອກພວກອ້າຍໃຫ້ຮູ້ວ່າເພິ່ນແມ່ນໃຜ
1ໂຢເຊັບບໍ່ສາມາດອົດກັ້ນນໍ້າຕາໄວ້ໄດ້ຕໍ່ໜ້າຄົນຮັບໃຊ້ຂອງຕົນ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກເຂົາທັງໝົດອອກໄປຈາກຫ້ອງ. ເມື່ອໂຢເຊັບບອກພວກອ້າຍນ້ອງຂອງຕົນວ່າ ເພິ່ນແມ່ນໃຜນັ້ນ; ບໍ່ມີຄົນອື່ນຢູ່ໃນທີ່ນັ້ນເລີຍ. 2ເພິ່ນໄຫ້ສະອື້ນສຽງດັງຈົນຊາວເອຢິບໄດ້ຍິນ ແລະຂ່າວຈຶ່ງແຜ່ໄປເຖິງຣາຊວັງ. 3ໂຢເຊັບກ່າວແກ່ພວກອ້າຍນ້ອງຂອງຕົນວ່າ, “ຂ້ອຍແມ່ນໂຢເຊັບ. ພໍ່ຂອງຂ້ອຍຍັງມີຊີວິດຢູ່ບໍ?” ແຕ່ພໍເມື່ອໄດ້ຍິນເຊັ່ນນັ້ນ ພວກອ້າຍນ້ອງຂອງໂຢເຊັບກໍຢ້ານຫລາຍ ຈົນບໍ່ສາມາດຕອບເພິ່ນໄດ້. 4ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, “ຈົ່ງຫຍັບເຂົ້າມາໃກ້ໆຂ້ອຍພີ້.” ພວກເຂົາຈຶ່ງຫຍັບເຂົ້າມາ ແລະເພິ່ນເວົ້າຕໍ່ໄປວ່າ, “ຂ້ອຍແມ່ນໂຢເຊັບນ້ອງຊາຍຂອງພວກເຈົ້າ ຜູ້ທີ່ພວກເຈົ້າໄດ້ຂາຍມາທີ່ປະເທດເອຢິບ. 5ບັດນີ້ ຢ່າເປັນທຸກໃຈຫລືກ່າວໂທດຕົນເອງທີ່ໄດ້ຂາຍຂ້ອຍມາທີ່ນີ້. ແມ່ນພຣະເຈົ້າ ທີ່ໄດ້ສົ່ງຂ້ອຍມານີ້ກ່ອນເພື່ອຊ່ວຍຊີວິດມະນຸດ. 6ດຽວນີ້ ເປັນພຽງປີທີສອງຂອງການອຶດຢາກທີ່ດິນແດນນີ້ເທົ່ານັ້ນ, ແຕ່ຍັງຈະມີອີກຫ້າປີທີ່ບໍ່ມີການປູກຝັງແລະການເກັບກ່ຽວ. 7ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້ແບບອັດສະຈັນ ກໍເພື່ອໃຫ້ແນ່ໃຈວ່າພວກເຈົ້າແລະເຊື້ອສາຍຈະມີຊີວິດຢູ່. 8ດັ່ງນັ້ນ ຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ ແຕ່ແມ່ນພຣະເຈົ້າຕ່າງຫາກທີ່ໄດ້ສົ່ງຂ້ອຍມາ. ພຣະອົງບັນດານໃຫ້ຂ້ອຍເປັນຂຸນນາງຜູ້ສຳຄັນຂອງກະສັດ. ຂ້ອຍເປັນຜູ້ຮັບຜິດຊອບປະເທດທັງໝົດຂອງເພິ່ນ. ຂ້ອຍເປັນຜູ້ປົກຄອງປະເທດເອຢິບທັງໝົດ.”
9“ບັດນີ້ ຈົ່ງພາກັນກັບເມືອຫາພໍ່ຂອງຂ້ອຍ ແລະບອກເພິ່ນວ່າ ນີ້ແມ່ນຄຳເວົ້າຂອງໂຢເຊັບລູກຊາຍຂອງເພິ່ນວ່າ, ‘ພຣະເຈົ້າໄດ້ບັນດານໃຫ້ລູກ ເປັນຜູ້ປົກຄອງປະເທດເອຢິບທັງໝົດ ໃຫ້ພໍ່ມາຫາລູກໄວທີ່ສຸດ. 10ໃຫ້ພໍ່ມາທີ່ເຂດໂກເຊັນບ່ອນທີ່ຢູ່ໃກ້ກັບລູກ ພ້ອມລູກຫລານ ຕະຫລອດທັງຝູງແກະ, ຝູງແບ້, ຝູງງົວ ແລະທຸກໆສິ່ງທີ່ພໍ່ມີຢູ່. 11ຖ້າພໍ່ມາຢູ່ເຂດໂກເຊັນ ລູກກໍສາມາດເບິ່ງແຍງພໍ່ໄດ້ດີ. ຄວາມອຶດຢາກຍັງຈະມີອີກຫ້າປີ, ແລະລູກບໍ່ຢາກໃຫ້ຄອບຄົວຂອງພໍ່ກັບຝູງສັດຕ້ອງອຶດຕາຍ.”’
12ໂຢເຊັບເວົ້າກັບພວກອ້າຍນ້ອງຕໍ່ໄປວ່າ, “ດຽວນີ້ ພວກເຈົ້າທຸກຄົນ ແລະເບັນຢາມິນນ້ອງຊາຍຂອງຂ້ອຍກໍໄດ້ເຫັນແລ້ວວ່າ ຂ້ອຍແມ່ນໂຢເຊັບແທ້ໆ. 13ຈົ່ງເລົ່າສູ່ພໍ່ຂອງຂ້ອຍຟັງວ່າ ຂ້ອຍມີອຳນາດໃນປະເທດເອຢິບນີ້ພຽງໃດ ແລະຈົ່ງເລົ່າທຸກໆສິ່ງທີ່ພວກເຈົ້າໄດ້ເຫັນນີ້ສູ່ເພິ່ນຟັງ. ແລ້ວຈົ່ງຮີບພາເພິ່ນມາຢູ່ປະເທດເອຢິບພີ້ໄວໆ.”
14ໂຢເຊັບກອດເບັນຢາມິນນ້ອງຊາຍຂອງຕົນໄວ້ຢູ່ໃນອ້ອມແຂນພ້ອມທັງຮ້ອງໄຫ້. ເບັນຢາມິນກໍຮ້ອງໄຫ້ໃນອ້ອມກອດຂອງອ້າຍເໝືອນກັນ. 15ແລ້ວທັງໆທີ່ຍັງຮ້ອງໄຫ້ຢູ່ນັ້ນ ເພິ່ນກອດແລະຈູບພວກອ້າຍທຸກໆຄົນ. ຫລັງຈາກນັ້ນ ອ້າຍແລະນ້ອງກໍໂອ້ລົມກັນກັບໂຢເຊັບ.
16ເມື່ອຂ່າວໄດ້ແຜ່ໄປເຖິງຣາຊວັງຂອງຟາໂຣວ່າ ບັນດາອ້າຍແລະນ້ອງຂອງໂຢເຊັບໄດ້ມາຫາເພິ່ນ ກະສັດພ້ອມດ້ວຍບັນດາຂ້າຣາຊການກໍມີຄວາມຍິນດີນຳ. 17ກະສັດກ່າວຕໍ່ໂຢເຊັບວ່າ, “ຈົ່ງບອກໃຫ້ພວກອ້າຍນ້ອງຂອງເຈົ້າ ບັນທຸກເອົາສິ່ງຂອງກັບຄືນເມືອການາອານ. 18ໃຫ້ພວກເຂົາເມືອເອົາພໍ່ ແລະຄອບຄົວຂອງພວກເຂົາກັບມາທີ່ນີ້. ເຮົາຈະມອບທີ່ດິນບ່ອນອຸດົມສົມບູນທີ່ສຸດໃນປະເທດເອຢິບໃຫ້ພວກເຂົາ ແລະພວກເຂົາຈະມີຢູ່ມີກິນຈົນເຫລືອເຟືອ. 19ຈົ່ງບອກພວກເຂົາໃຫ້ເອົາກວຽນເມືອນຳ ເພື່ອຂົນເອົາພໍ່ພ້ອມທັງເມຍ ແລະລູກໆຂອງພວກເຂົາ ມາຢູ່ທີ່ປະເທດເອຢິບພີ້. 20ຢ່າພາກັນຫ່ວງຊັບສິ່ງຂອງທີ່ພວກເຂົາຕ້ອງປະມານັ້ນ ເພາະສິ່ງດີທີ່ສຸດຢູ່ໃນປະເທດເອຢິບທັງໝົດ ຈະເປັນຂອງພວກເຂົາ.”
21ພວກລູກຊາຍຂອງຢາໂຄບກໍປະຕິບັດຕາມຄຳສັ່ງນັ້ນ. ໂຢເຊັບໄດ້ເອົາກວຽນຫລາຍລຳໃຫ້ພວກເຂົາຕາມຄຳສັ່ງຂອງກະສັດ ແລະເອົາອາຫານໃຫ້ໄປກິນຕາມທາງອີກດ້ວຍ. 22ເພິ່ນຍັງເອົາເຄື່ອງນຸ່ງໃໝ່ໃຫ້ພວກເຂົານຸ່ງຜູ້ລະຊຸດຕື່ມອີກ; ສ່ວນເບັນຢາມິນນັ້ນ ເພິ່ນໄດ້ເອົາເງິນສາມຮ້ອຍຫລຽນ ແລະເຄື່ອງນຸ່ງຫ້າຊຸດໃຫ້ລາວເປັນພິເສດ. 23ເພິ່ນຍັງສົ່ງລໍສິບໂຕຕ່າງຜະລິດຕະພັນຢ່າງດີທີ່ສຸດຂອງປະເທດເອຢິບໄປໃຫ້ພໍ່ຂອງຕົນ ແລະມີລໍອີກສິບໂຕຕ່າງເຂົ້າສານ, ເຂົ້າຈີ່, ກັບອາຫານອື່ນໆ ສຳລັບພໍ່ຂອງຕົນເພື່ອໃຫ້ເດີນທາງມາສູ່ປະເທດເອຢິບ. 24ເພິ່ນໄປສົ່ງພວກອ້າຍນ້ອງອອກເດີນທາງກັບເມືອ ແລະສັ່ງພວກເຂົາວ່າ, “ຢ່າຜິດຖຽງກັນເດີ ເມື່ອເວລາເດີນທາງກັບໄປ.”
25ພວກເຂົາໄດ້ອອກເດີນທາງກັບເມືອຫາຢາໂຄບພໍ່ຂອງພວກເຂົາໃນການາອານ. 26ເມື່ອກັບມາຮອດແລ້ວ ພວກເຂົາຈຶ່ງຟ້າວບອກພໍ່ຂອງພວກຕົນວ່າ, “ໂຢເຊັບຍັງມີຊີວິດຢູ່! ເພິ່ນເປັນຜູ້ປົກຄອງປະເທດເອຢິບທັງໝົດ.” ພໍໄດ້ຍິນເຊັ່ນນັ້ນ ຢາໂຄບກໍຕົກຕະລຶງ ແລະຍັງບໍ່ເຊື່ອຄຳເວົ້າຂອງພວກເຂົາເທື່ອ.
27ແຕ່ເມື່ອພວກເຂົາໄດ້ເລົ່າຄຳເວົ້າຂອງໂຢເຊັບທຸກໆຄຳສູ່ເພິ່ນຟັງ ພ້ອມທັງເຫັນກວຽນທີ່ໂຢເຊັບໄດ້ສົ່ງມາຮັບໄປປະເທດເອຢິບ ເພິ່ນກໍຕື່ນເຕັ້ນດີໃຈຫລາຍ. 28ເພິ່ນເວົ້າວ່າ, “ພໍແລ້ວບັດນີ້! ໂຢເຊັບລູກຊາຍຂອງຂ້ອຍຍັງມີຊີວິດຢູ່ ຂ້ອຍຕ້ອງໄປພົບລາວກ່ອນທີ່ຂ້ອຍຈະຕາຍ.”
Currently Selected:
ປະຖົມມະການ 45: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.