ອົບພະຍົບ 14
14
ຊາວອິດສະຣາເອນຂ້າມທະເລແດງ
1ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, 2“ຈົ່ງບອກຊາວອິດສະຣາເອນໃຫ້ກັບເມືອຕັ້ງຄ້າຍພັກຢູ່ຕໍ່ໜ້າຂອງປີຮາຮີໂຣດ; ລະຫວ່າງມິກໂດນກັບທະເລແດງ ແລະຢູ່ໃກ້ກັບ ບາອານເຊໂຟນ. 3ແລ້ວກະສັດຟາໂຣກໍຈະຄິດວ່າ ຊາວອິດສະຣາເອນກຳລັງເດີນທາງວົນວຽນໄປມາຢູ່ໃນຂົງເຂດນີ້ ໂດຍມີຖິ່ນແຫ້ງແລ້ງກັນດານກີດກັ້ນໄວ້. 4ເຮົາຈະເຮັດໃຫ້ລາວໃຈແຂງກະດ້າງດື້ດຶງຂຶ້ນອີກ ແລະໄລ່ຕິດຕາມພວກເຈົ້າມາ ແລະໄຊຊະນະຂອງເຮົາທີ່ມີຕໍ່ລາວ ແລະກອງທັບຂອງລາວ ຈະນຳກຽດສັກສີແລະຊື່ສຽງມາໃຫ້ເຮົາ. ແລ້ວຊາວເອຢິບກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.” ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເຮັດຕາມທີ່ໄດ້ກ່າວໄວ້ນັ້ນທຸກປະການ.
5ເມື່ອກະສັດຟາໂຣແຫ່ງເອຢິບຮູ້ວ່າ ປະຊາຊົນອິດສະຣາເອນໄດ້ໜີໄປແລ້ວ, ກະສັດຟາໂຣ ແລະບັນດາຂ້າຣາຊການກໍປ່ຽນໃຈແລະສອບຖາມວ່າ, “ເປັນຫຍັງພວກເຮົາຈຶ່ງເຮັດຢ່າງນີ້? ພວກເຮົາໄດ້ປ່ອຍໃຫ້ຊາວອິດສະຣາເອນໜີໄປ ແລະພວກເຮົາກໍເສຍທາດຮັບໃຊ້ໄປໝົດ.” 6ສະນັ້ນ ກະສັດຟາໂຣຈຶ່ງຈັດລົດຮົບແລະທະຫານຕຽມພ້ອມ. 7ເພິ່ນໄດ້ເອົາລົດຮົບທັງໝົດອອກມາໃຊ້ ຊຶ່ງລວມທັງລົດຮົບດີທີ່ສຸດ ຫົກຮ້ອຍຄັນໂດຍມີນາຍທະຫານບັນຊາການ. 8ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະໄລ່ຕິດຕາມຊາວອິດສະຣາເອນ ຊຶ່ງພວມເດີນທາງໄປຢ່າງມີໄຊ. 9ກອງທັບເອຢິບຊຶ່ງມີທະຫານມ້າ ລວມທັງລົດຮົບແລະຄົນຂັບ ໄດ້ໄລ່ຕິດຕາມຊາວອິດສະຣາເອນມາ ແລະທັນພວກເຂົາຢູ່ໃກ້ກັບ ປີຮາຮີໂຣດ; ຄືຕໍ່ໜ້າບາອານເຊໂຟນ ຊື່ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ແຄມທະເລແດງ.
10ເມື່ອຊາວອິດສະຣາເອນໄດ້ເຫັນກະສັດຟາໂຣກັບທະຫານຂອງເພິ່ນໄລ່ຕິດຕາມມາ; ພວກເຂົາຕ່າງກໍແຕກຕື່ນຕົກໃຈຢ່າງໜັກ ທັງຢ້ານທັງຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. 11ພວກເຂົາຮ້ອງໃສ່ໂມເຊວ່າ, “ໃນປະເທດເອຢິບບໍ່ມີບ່ອນຝັງສົບບໍ? ເປັນຫຍັງຈຶ່ງພາພວກເຮົາມາຕາຍທີ່ຖິ່ນແຫ້ງແລ້ງກັນດານເຊັ່ນນີ້? ເບິ່ງພຸ້ນດູ ຜົນທີ່ທ່ານນຳພວກເຮົາອອກມາຈາກປະເທດເອຢິບ 12ພວກເຮົາບອກທ່ານກ່ອນອອກມາຈາກປະເທດເອຢິບແລ້ວວ່າ ເຫດການເຊັ່ນນີ້ຈະເກີດຂຶ້ນ ບໍ່ແມ່ນບໍ? ພວກເຮົາໄດ້ບອກທ່ານແລ້ວວ່າ ຢ່າຫຍຸ້ງກ່ຽວກັບພວກເຮົາ ແລະປ່ອຍໃຫ້ພວກເຮົາເປັນທາດຮັບໃຊ້ຂອງຊາວເອຢິບຕໍ່ໄປ. ເປັນທາດຮັບໃຊ້ຢູ່ພຸ້ນ ກໍດີກວ່າມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານເຊັ່ນນີ້.”
13ແຕ່ໂມເຊຕອບວ່າ, “ຢ່າຢ້ານເລີຍ ຕັ້ງໃຈໃຫ້ດີ ແລະພວກເຈົ້າຈະໄດ້ເຫັນສິ່ງທີ່ພຣະເຈົ້າຢາເວກະທຳ ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໃນວັນນີ້ ພວກເຈົ້າຈະບໍ່ເຫັນຊາວເອຢິບເຫຼົ່ານີ້ອີກຈັກເທື່ອ. 14ພຣະເຈົ້າຢາເວຈະສູ້ຮົບຕາງພວກເຈົ້າ ໂດຍທີ່ພວກເຈົ້າບໍ່ຕ້ອງເຮັດຫຍັງເລີຍ.”
15ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ເປັນຫຍັງຈຶ່ງຮ້ອງຫາເຮົາໃຫ້ຊ່ວຍເຫລືອ? ບອກປະຊາຊົນມຸ້ງໜ້າຕໍ່ໄປ. 16ຝ່າຍເຈົ້າ ເຈົ້າຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ ແລະຊີ້ໄປເທິງໜ້ານໍ້າທະເລ ແລະມັນຈະແຍກນໍ້າອອກໃຫ້ເປັນທາງຍ່າງ ເພື່ອຊາວອິດສະຣາເອນຈະສາມາດຍ່າງເທິງພື້ນດິນແຫ້ງ ແລະຜ່ານໄປໄດ້. 17ເຮົາຈະເຮັດໃຫ້ຊາວເອຢິບໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ ແລະພວກເຂົາຈະໄລ່ຕິດຕາມພວກເຈົ້າມາ ແລະເຮົາຈະໄດ້ຮັບສະຫງ່າຣາສີກຽດຕິຍົດ ເມື່ອເຮົາໄດ້ຊະນະກະສັດຟາໂຣ, ກອງທັບ, ທະຫານມ້າ, ລົດຮົບ, ພ້ອມຄົນຂັບຂອງລາວເທົ່ານັ້ນ. 18ເມື່ອເຮົາໄດ້ໄຊຊະນະພວກເຂົາແລ້ວ ຊາວເອຢິບຈຶ່ງຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
19ສ່ວນເທວະດາຂອງພຣະເຈົ້າ ຕົນທີ່ເຄີຍນຳໜ້າຊາວອິດສະຣາເອນໄປ ກໍມາຢູ່ເບື້ອງຫລັງພວກເຂົາ. ເສົາເມກຊຶ່ງຢູ່ຂ້າງໜ້າກໍໄດ້ຍ້າຍກັບມາຂັ້ນທາງກາງ 20ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ. ເສົາເມກນັ້ນໄດ້ເຮັດໃຫ້ດ້ານຂອງຊາວເອຢິບມືດ ແລະດ້ານຂອງຊາວອິດສະຣາເອນແຈ້ງ ເພື່ອສອງຝ່າຍຈະເຂົ້າປະເຊີນໜ້າກັນບໍ່ໄດ້. ເຫດການເປັນຢູ່ເຊັ່ນນີ້ຕະຫລອດຄືນ.
21ໂມເຊໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະພຣະເຈົ້າຢາເວໄດ້ບັນດານ ໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕະຫລອດຄືນ. ລົມໄດ້ພັດທະເລຢູ່ຢ່າງລຽນຕິດຈົນເຫັນພື້ນດິນແຫ້ງ. ນໍ້າໄດ້ແຍກອອກຈາກກັນເປັນທາງຍ່າງ 22ແລະຊາວອິດສະຣາເອນໄດ້ຍ່າງເທິງພື້ນດິນແຫ້ງຜ່ານຂ້າມໄປ ໂດຍມີນໍ້າຂັ້ນທັງສອງຂ້າງເໝືອນກຳແພງ. 23ຊາວເອຢິບໄລ່ຕິດຕາມຊາວອິດສະຣາເອນມາຢ່າງບໍ່ລົດລະ ໂດຍມີທັງທະຫານມ້າ, ລົດຮົບ, ພ້ອມຄົນຂັບມຸ້ງໜ້າເຂົ້າໄປໃນທະເລ. 24ຕອນໃກ້ຮຸ່ງເຊົ້າ ພຣະເຈົ້າຢາເວໄດ້ສັງເກດເບິ່ງກອງທັບເອຢິບຈາກເສົາເມກ ແລະເສົາໄຟ. ສະນັ້ນ ພຣະອົງຈຶ່ງບັນດານໃຫ້ເກີດອົນລາຫົນຂຶ້ນໃນເຫຼົ່າທະຫານ. 25ພຣະອົງໄດ້ເຮັດໃຫ້ລໍ້ລົດຮົບຄາດິນ ແລະໝູນໄປໄດ້ຍາກເຕັມທີ. ເມື່ອເຫັນເປັນເຊັ່ນນັ້ນ ຊາວເອຢິບຈຶ່ງຮ້ອງວ່າ, “ພຣະເຈົ້າຢາເວກຳລັງເຂົ້າຂ້າງພວກອິດສະຣາເອນສູ້ຮົບພວກເຮົາ. ໃຫ້ພາກັນໜີອອກຈາກທີ່ນີ້ດຽວນີ້.”
26ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊວ່າ, “ເດ່ມືຂອງເຈົ້າອອກສູ່ທະເລ ແລະນໍ້າຈະໄຫລມາຖ້ວມຊາວເອຢິບ ພ້ອມທັງລົດຮົບແລະຄົນຂັບຂອງພວກເຂົາ.” 27ສະນັ້ນ ໂມເຊຈຶ່ງເດ່ມືຂອງຕົນອອກສູ່ທະເລ ແລະແຕ່ເຊົ້າໆ ນໍ້າກໍໄດ້ໄຫລກັບຄືນເຂົ້າສູ່ລະດັບເດີມ. ຊາວເອຢິບພະຍາຍາມແລ່ນໜີເອົາຕົວລອດ ແຕ່ພຣະເຈົ້າຢາເວໄດ້ໂຍນພວກເຂົາຈົມລົງໃນທະເລ. 28ນໍ້າໄຫລກັບຄືນມາຖ້ວມລົດຮົບພ້ອມຄົນຂັບຄື: ກອງທັບຊາວເອຢິບທັງໝົດ ຊຶ່ງໄລ່ຕິດຕາມຊາວອິດສະຣາເອນເຂົ້າໄປໃນທະເລ. ບໍ່ມີຜູ້ໃດລອດຊີວິດມາໄດ້ຈັກຄົນ. 29ສ່ວນຊາວອິດສະຣາເອນນັ້ນກໍໄດ້ຍ່າງໄປເທິງພື້ນດິນແຫ້ງຢ່າງປອດໄພຄື: ບ່ອນມີນໍ້າຂັ້ນທັງສອງຂ້າງດັ່ງກຳແພງ.
30ໃນວັນນັ້ນ ພຣະເຈົ້າຢາເວໄດ້ໂຜດຊ່ວຍປະຊາຊົນອິດສະຣາເອນ ໃຫ້ພົ້ນຈາກການຕິດຕາມທຳລາຍຂອງຊາວເອຢິບ. ຊາວອິດສະຣາເອນໄດ້ເຫັນຊາກສົບຂອງຊາວເອຢິບ ຢາຍເດຍລະດາດຢູ່ຕາມແຄມທະເລ. 31ເມື່ອຊາວອິດສະຣາເອນໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ ຊຶ່ງພຣະເຈົ້າຢາເວໄດ້ໄຊຊະນະຊາວເອຢິບເຊັ່ນນີ້ ພວກເຂົາຈຶ່ງຢ້ານຢຳພຣະເຈົ້າຢາເວ; ພວກເຂົາຕ່າງກໍມີຄວາມເຊື່ອໃນພຣະເຈົ້າຢາເວ ແລະໃນໂມເຊຜູ້ຮັບໃຊ້ຂອງພຣະອົງດ້ວຍ.
Currently Selected:
ອົບພະຍົບ 14: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.