ເອເຟໂຊ 2:4-6
ເອເຟໂຊ 2:4-6 ພຄພ
ແຕ່ດ້ວຍພຣະກະລຸນາປານີຂອງພຣະເຈົ້າທີ່ອຸດົມສົມບູນຫລາຍ ແລະດ້ວຍຄວາມຮັກຂອງພຣະອົງ ທີ່ມີຕໍ່ພວກເຮົາກໍໃຫຍ່ຫລວງ, ເຖິງແມ່ນວ່າ ເມື່ອພວກເຮົາໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຮົາບໍ່ເຊື່ອຟັງ ພຣະອົງກໍຍັງໄດ້ບັນດານໃຫ້ພວກເຮົາເປັນຄືນມາສູ່ຊີວິດກັບພຣະຄຣິດ ການທີ່ພວກເຮົາໄດ້ຮັບຄວາມລອດພົ້ນນັ້ນ ແມ່ນໂດຍພຣະຄຸນຂອງພຣະເຈົ້າ. ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານ ດ້ວຍກັນກັບພຣະເຢຊູຄຣິດເຈົ້າ