YouVersion Logo
Search Icon

ເຊຟານີຢາ 2

2
ອົງພຣະ​ຜູ້​ເປັນເຈົ້າ​ເອີ້ນ​ໃຫ້​ກັບໃຈໃໝ່
1ຊົນຊາດ​ທີ່​ບໍ່ມີ​ຢ່າງອາຍ​ເອີຍ ຈົ່ງ​ຮູ້ສຶກ​ຕື່ນຕົວ​ສາ​ເຖີດ ກ່ອນ​ພວກເຈົ້າ​ຈະ​ຖືກ​ພັດ​ໃຫ້​ປິວ​ໄປ ເໝືອນ​ດັ່ງ​ແກບ​ຖືກ​ລົມ​ພັດ 2ກ່ອນ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ເຜົາຜານ​ຂອງ​ພຣະເຈົ້າຢາເວ ຈະ​ມາ​ເຖິງ​ພວກເຈົ້າ ຄື​ກ່ອນ​ວັນ​ທີ່​ພຣະອົງ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ. 3ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.
ຊົນຊາດ​ທີ່​ຢູ່​ອ້ອມ​ອິດສະຣາເອນ​ໄດ້​ຮັບ​ໄພພິບັດ
4ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ. ອາຊະເກໂລນ​ຈະ​ກາຍເປັນ​ເມືອງ​ຮົກຮ້າງ. ປະຊາຊົນ​ຂອງ​ເມືອງ​ອາຊະໂດດ​ຈະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ໃນ​ເຄິ່ງ​ມື້ ແລະ​ຊາວ​ເອັກໂຣນ​ຈະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ເມືອງ​ຂອງ​ພວກເຂົາ. 5ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊາວ​ເກເຣັດ​ເອີຍ ຄື​ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ຝັ່ງ​ທະເລ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໂທດ​ພວກເຈົ້າ ໂອ ການາອານ​ດິນແດນ​ແຫ່ງ​ຊາວ​ຟີລິດສະຕິນ​ເອີຍ ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ແລະ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ລອດຊີວິດ. 6ດິນແດນ​ຂອງ​ພວກເຈົ້າ​ຕາມ​ຊາຍ​ທະເລ​ຈະ​ກາຍເປັນ​ທົ່ງ​ເປີດແປນ ທີ່​ມີ​ທັງ​ຕູບ​ຂອງ​ພວກ​ລ້ຽງແກະ​ແລະ​ຄອກ​ແກະ​ໃນ​ທີ່ນັ້ນ. 7ຊາວ​ຢູດາ​ຜູ້​ທີ່​ລອດຊີວິດ​ຈະ​ຄຸ້ມຄອງ​ດິນແດນ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ລ້ຽງ​ຝູງແກະ​ຢູ່​ທີ່​ນັ້ນ ແລະ​ນອນ​ຢູ່​ຕາມ​ເຮືອນ ໃນ​ເມືອງ​ອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຈະ​ສະຖິດ​ຢູ່​ນຳ​ພວກເຂົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນອີກ.
8“ເຮົາ​ໄດ້ຍິນ​ປະຊາຊົນ​ຊາວ​ໂມອາບ​ແລະ​ອຳໂມນ ດູໝິ່ນ​ປະໝາດ ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງເຮົາ ແລະ​ຄຸຍໂມ້​ວ່າ ພວກຕົນ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ແລ້ວ. 9ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ສາບານ​ວ່າ ໂມອາບ​ແລະ​ອຳໂມນ​ຈະ​ຖືກ​ທຳລາຍ​ສັນນັ້ນ ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ບໍ່ເກືອ ແລະ​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ມີ​ແຕ່​ຫຍ້າ​ເກີດຂຶ້ນ​ທົ່ວ​ໄປ. ປະຊາຊົນ​ຂອງເຮົາ​ຜູ້​ທີ່​ລອດຊີວິດ​ຈະ​ປຸ້ນສະດົມ​ເມືອງ​ຕ່າງໆ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ.”
10ດ້ວຍ​ວິທີ​ນີ້​ແຫຼະ ປະຊາຊົນ​ໂມອາບ​ແລະ​ອຳໂມນ​ຈະ​ໄດ້​ຮັບ​ໂທດ ຍ້ອນ​ຄວາມ​ອວດດີ​ແລະ​ຄວາມ​ຈອງຫອງ​ຂອງ​ພວກເຂົາ ແລະ​ຍ້ອນ​ການ​ດູໝິ່ນ​ປະໝາດ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. 11ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.
12ພຣະອົງ​ຍັງ​ຈະ​ສັງຫານ​ປະຊາຊົນ​ຊາວ​ເອທິໂອເປຍ ​ຄືກັນ.
13ພຣະອົງ​ຈະ​ໃຊ້​ອຳນາດ​ຂອງ​ພຣະອົງ​ເພື່ອ​ທຳລາຍ​ເມືອງ​ທາງ​ທິດເໜືອ​ຄື​ອັດຊີເຣຍ. ພຣະອົງ​ຈະ​ເຮັດ​ໃຫ້​ນີເນເວ​ເປັນ​ເມືອງ​ຮົກຮ້າງ​ເພພັງ ຄື​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ແຫ້ງແລ້ງ. 14ມັນ​ຈະ​ກາຍເປັນ​ບ່ອນ​ຢູ່​ຂອງ​ຝູງແກະ, ຝູງ​ສັດ​ລ້ຽງ ແລະ​ສັດ​ນາໆ​ຊະນິດ. ນົກ​ເຄົ້າ​ຈະ​ຢູ່​ໃນ​ທີ່ນັ້ນ​ທ່າມກາງ​ສິ່ງ​ຮົກຮ້າງ​ເພພັງ ແລະ​ສົ່ງ​ສຽງ​ຮ້ອງ​ຈາກ​ປ່ອງຢ້ຽມ. ນົກ​ກາ​ທັງຫລາຍ​ຈະ​ຮ້ອງ​ຢູ່​ຕາມ​ຂັ້ນໄດ​ທາງ​ປະຕູເຂົ້າ​ເຮືອນ. ຂື່​ຂາງ​ໄມ້ແປກ​ທີ່​ໃຊ້​ໃນ​ການ​ກໍ່ສ້າງ​ເຮືອນ​ຈະ​ເພພັງ​ລົງ. 15ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ​ກັບ​ເມືອງ​ທີ່​ອວດດີ​ອວດເກັ່ງ​ເຖິງ​ກຳລັງ​ຂອງ​ຕົນເອງ ແລະ​ທັງ​ຄິດວ່າ​ຕົນ​ປອດໄພ​ແລ້ວ. ຊາວ​ເມືອງ​ຄິດວ່າ ເມືອງ​ຂອງ​ພວກຕົນ​ນັ້ນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ. ມັນ​ຈະ​ກາຍເປັນ​ເມືອງ​ທີ່​ເປົ່າປ່ຽວ ຄື​ຈະ​ເປັນ​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ພັກຜ່ອນ. ທຸກໆຄົນ​ທີ່​ຍ່າງ​ກາຍ​ໄປມາ​ກໍ​ຈະ​ຢ້ານກົວ​ຈົນ​ຂົນ​ລຸກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy