YouVersion Logo
Search Icon

ເຊຟານີຢາ 1

1
1ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ເຊຟານີຢາ ໃນ​ສະໄໝ​ຂອງ​ໂຢສີຢາ​ລູກຊາຍ​ຂອງ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ. (ເຊຟານີຢາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ເຮເຊກີຢາ ທາງ​ອາມາຣີຢາ, ເກດາລີຢາ ແລະ​ກູຊີ.)
ວັນ​ທີ່​ພຣະເຈົ້າຢາເວ​ຕັດສິນ
2ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ທຳລາຍ​ທຸກໆສິ່ງ​ທີ່​ເທິງ​ແຜ່ນດິນ​ໂລກ 3ຄື​ມະນຸດ​ທຸກຄົນ​ແລະ​ສັດ​ທຸກ​ໂຕ, ຝູງນົກ ແລະ​ຝູງ​ປາ. ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ຄົນຊົ່ວຮ້າຍ. ເຮົາ​ຈະ​ທຳລາຍ​ມະນຸດສະໂລກ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.
4ເຮົາ​ຈະ​ລົງໂທດ​ປະຊາຊົນ​ທັງໝົດ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຂອງ​ຢູດາຍ. ໃນ​ທີ່ນັ້ນ ເຮົາ​ຈະ​ທຳລາຍ​ຮ່ອງຮອຍ​ເສດເຫລືອ​ແຫ່ງ​ການ​ຂາບໄຫວ້​ພະບາອານ ແລະ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ຮັບໃຊ້​ພະບາອານ​ກໍຕາມ. 5ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ. 6ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”
7ຈົ່ງ​ມິດງຽບ​ຢູ່​ຊ້ອງໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ເພາະ​ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ. ດັ່ງນັ້ນ ພຣະເຈົ້າຢາເວ​ກຳລັງ​ຕຽມ​ທີ່​ຈະ​ຖວາຍບູຊາ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ກະທຳ​ຜູ້​ໄດ້ຮັບເຊີນ​ຂອງ ພຣະອົງ​ໃຫ້​ບໍຣິສຸດ. 8“ແລະ​ໃນ​ວັນ​ຖວາຍບູຊາ​ຂອງ​ພຣະເຈົ້າຢາເວ​ນັ້ນ ເຮົາ​ຈະ​ລົງໂທດ​ບັນດາ​ຂ້າຣາຊການ, ບັນດາ​ລູກຊາຍ​ຂອງ​ກະສັດ ແລະ​ທຸກຄົນ​ທີ່​ປະຕິບັດ​ຕາມ​ຂະໜົບທຳນຽມ​ຕ່າງໆ​ຂອງ​ຊາວ​ຕ່າງດ້າວ. 9ໃນວັນນັ້ນ ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຂາບໄຫວ້ ຄ້າຍຄື​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ, ພວກ​ທີ່​ຂີ້ລັກ ແລະ​ພວກ​ທີ່​ຂ້າເຈົ້າ​ເອົາຂອງ ເພື່ອ​ນຳ​ໄປ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ເຮືອນ​ເຈົ້ານາຍ​ຂອງຕົນ.”
10ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ວັນນັ້ນ ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ທີ່​ປະຕູ​ປາ​ໃນ​ນະຄອນ​ເຢຣູຊາເລັມ. ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ໃນ​ເຂດ​ສ້າງ​ໃໝ່​ຂອງ​ຕົວເມືອງ ແລະ​ສຽງ​ແຕກ​ຕູ້ມຕ້າມ ຢູ່​ຕາມ​ເນີນພູ​ທັງຫລາຍ. 11ເມື່ອ​ໄດ້ຍິນ​ສຽງ​ເຫຼົ່ານີ້​ແລ້ວ ພວກ​ທີ່​ຢູ່​ທາງ​ເຂດ​ລຸ່ມ​ຂອງ​ຕົວເມືອງ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເພາະວ່າ​ບັນດາ​ພໍ່ຄ້າ​ທຸກຄົນ​ຈະ​ຕາຍ​ໝົດ.
12ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ໂຄມໄຟ​ອັນ​ໜຶ່ງ ເຍືອງ​ຄົ້ນຫາ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ລົງໂທດ​ປະຊາຊົນ​ທີ່​ສ້າງ​ຄວາມ​ອີ່ມອົກອີ່ມໃຈ ແລະ​ເຊື່ອໝັ້ນ​ໃນ​ຕົນເອງ ຄື​ຜູ້​ທີ່​ເວົ້າ​ໃນ​ຈິດໃຈ​ວ່າ, ‘ບໍ່​ວ່າ​ຮ້າຍ​ຫລື​ດີ ພຣະເຈົ້າຢາເວ​ເຮັດ​ຫຍັງ​ບໍ່ໄດ້​ດອກ.’ 13ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”
14ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ ຄື​ຫຍັບເຂົ້າ​ມາ​ໃກ້​ທີ່ສຸດ ແລະ​ມາ​ໄວ​ທີ່ສຸດ ໃນ​ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ເປັນ​ວັນ​ທີ່​ຂົມຂື່ນ ແມ່ນແຕ່ ບັນດາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ ກໍ​ຈະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ໝົດຫວັງ. 15ມັນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ໃຫຍ່ ວັນ​ແຫ່ງ​ຄວາມ​ເດືອດຮ້ອນ ແລະ​ເປັນທຸກໃຈ​ຫລາຍ ມື້​ແຫ່ງ​ການ​ຮົກຮ້າງ​ເພພັງ​ແລະ​ຈິບຫາຍ ມື້​ແຫ່ງ​ຄວາມ​ມືດຕຶບ​ແລະ​ໝົ່ນໝອງ ມື້​ແຫ່ງ​ເມກໝອກ​ດຳ 16ມື້​ທີ່​ເຕັມ​ໄປ​ດ້ວຍ​ສຽງ​ແກ​ລະດົມພົນ​ເຮັດ​ເສິກ ແລະ​ສຽງ​ຂອງ​ພວກ​ທະຫານ​ໂຮຮ້ອງ​ໃນ​ສະໜາມຮົບ ເພື່ອ​ບຸກໂຈມຕີ​ເມືອງ​ທັງຫລາຍ ທີ່​ມີ​ປ້ອມ​ປ້ອງກັນ ແລະ​ມີ​ຫໍຄອຍ​ສູງ.
17ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ດັ່ງ​ກ່າວ​ນັ້ນ ມາ​ສູ່​ມະນຸດສະໂລກ ຊຶ່ງ​ທຸກຄົນ​ຈະ​ງົມທາວ​ໄປມາ​ດັ່ງ​ຄົນ​ຕາບອດ ເພາະວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ຂອງ​ພຣະເຈົ້າຢາເວ; ເລືອດ​ຂອງ​ພວກເຂົາ​ຈະ​ຖືກ​ຖອກ​ຖິ້ມ​ດັ່ງ​ຖອກ​ນໍ້າ ແລະ​ຊາກສົບ​ຂອງ​ຄົນຕາຍ​ຈະ​ແບ​ເນົ່າເໝັນ​ຢູ່​ຕາມ​ພື້ນດິນ.”
18ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Video for ເຊຟານີຢາ 1