ເຊກາຣີຢາ 9
9
ອົງພຣະຜູ້ເປັນເຈົ້າຕັດສິນຊົນຊາດໃກ້ຄຽງ
1ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ: ພຣະອົງໄດ້ວາງກົດລົງໂທດດິນແດນຮັດຣັກແລະນະຄອນດາມັສກັດ. ບໍ່ແມ່ນແຕ່ເຜົ່າທັງຫລາຍໃນຊາດອິດສະຣາເອນ ທີ່ເປັນຂອງພຣະເຈົ້າຢາເວເທົ່ານັ້ນ; ແຕ່ເມືອງເອກຂອງຊີເຣຍກໍເປັນຂອງພຣະອົງດ້ວຍ. 2ເມືອງຮາມັດທີ່ຢູ່ຊາຍແດນຂອງຮັດຣັກກໍເປັນຂອງພຣະອົງດ້ວຍ ເໝືອນກັນກັບເມືອງຕີເຣແລະຊີໂດນ ຕະຫລອດທັງພວກຊ່າງສີມືທຸກຄົນທີ່ຢູ່ໃນເມືອງເຫຼົ່ານັ້ນ. 3ຕີເຣໄດ້ສ້າງປ້ອມປ້ອງກັນຕົນເອງ ແລະສະສົມເງິນຄຳໄວ້ຢ່າງຫລວງຫລາຍ ຈົນເປັນຂອງທຳມະດາດັ່ງຂີ້ຝຸ່ນດິນ 4ແຕ່ດຽວນີ້ ອົງພຣະຜູ້ເປັນເຈົ້າຈະເອົາສິ່ງທັງໝົດທີ່ເມືອງນີ້ມີຢູ່ນັ້ນໜີໄປ. ພຣະອົງຈະໂຍນຊັບສົມບັດຂອງເມືອງນີ້ລົງໄປໃນທະເລ ແລະເມືອງຈະຖືກເຜົາຜານຈົນກ້ຽງ.
5ເມືອງອາຊະເກໂລນຈະເຫັນເຫດການນີ້ ແລະຈະເກີດຢ້ານກົວ. ເມືອງກາຊາຈະເຫັນເຫດການນີ້ ແລະຈະເຈັບປວດຢ່າງທົນທຸກທໍລະມານໜັກ. ເມືອງເອັກໂຣນກໍເຊັ່ນດຽວກັນ ຄວາມຫວັງຂອງຕົນຈະແຕກສະຫລາຍໄປ. ເມືອງກາຊາຈະສູນເສຍກະສັດ ແລະເມືອງອາຊະເກໂລນຈະຖືກປະປ່ອຍໃຫ້ຮົກຮ້າງ. 6ປະຊາຊົນຫລາຍເຊື້ອຊາດທີ່ປະປົນກັນ ຈະອາໄສຢູ່ໃນເມືອງອາຊະໂດດ ແລະເຮົາຈະເຮັດໃຫ້ຊາວຟີລິດສະຕິນ ຄົນຈອງຫອງເຫຼົ່ານັ້ນຖ່ອມຕົວລົງ. 7ພວກເຂົາຈະບໍ່ກິນຊີ້ນມີເລືອດອີກຕໍ່ໄປ ຫລືອາຫານໃດໆທີ່ຕ້ອງຫ້າມ. ພວກທີ່ລອດຊີວິດທຸກຄົນຈະເປັນປະຊາຊົນສ່ວນໜຶ່ງຂອງເຮົາ ແລະຈະເປັນດັ່ງຕະກຸນໜຶ່ງໃນເຜົ່າຢູດາ. ເອັກໂຣນຈະກາຍເປັນປະຊາຊົນສ່ວນໜຶ່ງຂອງເຮົາ ດັ່ງທີ່ຊາວເຢບຸດ 8ເຮົາຈະເຝົ້າຮັກສາດິນແດນຂອງເຮົາ ແລະຈະບໍ່ໃຫ້ກອງທັບໃດຜ່ານເຂົ້າມາໄດ້. ເຮົາຈະບໍ່ຍອມໃຫ້ຜູ້ໃດຜູ້ໜຶ່ງມາກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາຕື່ມອີກ ເພາະເຮົາໄດ້ເຫັນປະຊາຊົນຂອງເຮົາທົນທຸກພຽງພໍແລ້ວ.
ກະສັດໃນອະນາຄົດ
9ຈົ່ງຍິນດີເຖີດ ປະຊາຊົນຂອງພູເຂົາຊີໂອນເອີຍ
ປະຊາຊົນນະຄອນເຢຣູຊາເລັມ ຈົ່ງໂຮຮ້ອງຍິນດີເຖີດ
ຈົ່ງເບິ່ງດູວ່າກະສັດຂອງພວກເຈົ້າກຳລັງມາຫາ
ເພິ່ນມາຢ່າງຜູ້ມີໄຊແລະຢ່າງຜູ້ຍຸດຕິທຳດ້ວຍ
ແຕ່ພັດຖ່ອມຕົວລົງມານັ່ງທີ່ເທິງຫລັງລໍ
ຂີ່ລໍນ້ອຍໂຕທີ່ເກີດມາຈາກລໍແມ່.
10ເຮົາຈະຍ້າຍລົດຮົບອອກຈາກເອຟຣາອີມ
ແລະນຳຝູງມ້າອອກໄປຈາກນະຄອນເຢຣູຊາເລັມດ້ວຍ;
ໜ້າທະນູທີ່ໄດ້ໃຊ້ໃນສະໜາມຮົບຈະຖືກທຳລາຍ
ພຣະອົງຈະສ້າງສັນຕິສຸກໃນທ່າມກາງຊົນຊາດ;
ເພິ່ນຈະປົກຄອງຈາກທະເລນີ້ເຖິງທະເລນັ້ນ
ແຕ່ແມ່ນໍ້າເອີຟຣັດເຖິງທີ່ສຸດປາຍແຜ່ນດິນໂລກ.
ປະຊາຊົນຂອງພຣະເຈົ້າຈະຖືກຫລໍ່ຫລອມໃໝ່
11ເພາະພັນທະສັນຍາທີ່ເຮົາມີໄວ້ກັບພວກເຈົ້າ
ທີ່ຖືກປະທັບຕາໂດຍເລືອດສຳລັບຖວາຍບູຊານັ້ນ
ເຮົາຈະປົດປ່ອຍປະຊາຊົນຂອງພວກເຈົ້າໃຫ້ເປັນເສລີ
ເປັນອິດສະຫລະຈາກທີ່ຄຸມຂັງໃນຫລຸມເລີກທີ່ບໍ່ມີນໍ້າ.
12ບັດນີ້ ຈົ່ງກັບມາດ້ວຍຄວາມຫວັງເຖີດ ພວກທີ່ເປັນຊະເລີຍເອີຍ
ໃຫ້ກັບມາສູ່ບ່ອນທີ່ປອດໄພສຳລັບພວກເຈົ້າ.
ບັດນີ້ ເຮົາບອກພວກເຈົ້າວ່າຈະໄດ້ຮັບສອງເທື່ອເທົ່າຕົວ
ພອນສຳລັບສິ່ງທັງໝົດທີ່ພວກເຈົ້າໄດ້ທົນທຸກນັ້ນ.
13ເຮົາຈະໃຊ້ຢູດາໃຫ້ເປັນດັ່ງໜ້າທະນູ
ແລະອິດສະຣາເອນໃຫ້ເປັນດັ່ງລູກທະນູດ້ວຍ.
ເຮົາຈະໃຊ້ຄົນໃນເມືອງຊີໂອນເປັນດັ່ງດາບດວງໜຶ່ງ
ເພື່ອຈະຕໍ່ສູ້ພວກທີ່ມາຈາກປະເທດກຣີກ.
14ເມື່ອພຣະເຈົ້າຢາເວຈະປາກົດຢູ່ເທິງປະຊາຊົນຂອງຕົນ
ພຣະອົງຈະຍິງລູກທະນູດັ່ງສາຍຟ້າແມບເຫລື້ອມ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປົ່າແກປຸກ
ພຣະອົງຈະຍົກທັບມາໃນພະຍຸຈາກທິດໃຕ້.
15ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະປົກປ້ອງ
ປະຊາຊົນຂອງພຣະອົງ ພວກເຂົາຈະທຳລາຍສັດຕູໃຫ້ກ້ຽງ.
ພວກເຂົາຈະຮ້ອງໂຮໃນສະໜາມຮົບດັ່ງຄົນມືນເມົາ
ແລະຈະເຮັດໃຫ້ສັດຕູເລືອດໄຫລຫລັ່ງຍ້ອຍ;
ມັນຈະໄຫລຫລັ່ງຍ້ອຍດັ່ງເລືອດທີ່ຈະນຳໄປຖວາຍ
ຖອກໃສ່ແທ່ນບູຊາ ຈາກຖ້ວຍໃບໜຶ່ງ.
16ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາ
ໃຫ້ພົ້ນອັນຕະລາຍດັ່ງຝູງແກະທີ່ມີຜູ້ລ້ຽງ.
ພວກເຂົາຈະສ່ອງໄສແຈ້ງຢູ່ໃນດິນແດນຂອງພຣະອົງ
ດັ່ງເພັດພອຍຢູ່ໃນມົງກຸດນັ້ນ.
17ດິນແດນນັ້ນຈະງາມແລະອຸດົມສົມບູນຍິ່ງ
ຄົນໜຸ່ມຈະເຂັ້ມແຂງດ້ວຍເຂົ້າແລະເຫຼົ້າອະງຸ່ນ.
Currently Selected:
ເຊກາຣີຢາ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.