ເຊກາຣີຢາ 10
10
ອົງພຣະຜູ້ເປັນເຈົ້າສັນຍາວ່າຈະມາປົດປ່ອຍ
1ຈົ່ງຂໍຝົນປາຍລະດູຈາກພຣະເຈົ້າຢາເວ. ແມ່ນພຣະເຈົ້າຢາເວທີ່ສົ່ງພະຍຸຝົນກັບຫ່າຝົນລົງມາໃຫ້ແກ່ປະຊາຊົນ, ທັງໃຫ້ທົ່ງໄຮ່ທົ່ງນາຂຽວງາມສຳລັບທຸກຄົນ. 2ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ.
3ເຮົາໂກດຮ້າຍຊາວຕ່າງດ້າວເຫຼົ່ານັ້ນ ຄືຜູ້ທີ່ປົກຄອງປະຊາຊົນຂອງເຮົາ ແລະເຮົາກຳລັງຈະລົງໂທດພວກເຂົາ. ປະຊາຊົນຢູດາເປັນຂອງເຮົາ ແລະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເບິ່ງແຍງພວກເຂົາ. ພວກເຂົາຈະເປັນມ້າເສິກທີ່ແຂງແຮງຂອງເຮົາ. 4ຈາກທ່າມກາງພວກເຂົານັ້ນຈະມີບັນດາຜູ້ປົກຄອງ, ບັນດາຜູ້ນຳ ແລະບັນດາຜູ້ບັນຊາການທະຫານປົກຄອງປະຊາຊົນຂອງເຮົາ. 5ປະຊາຊົນຢູດາຈະມີໄຊຊະນະດັ່ງທະຫານທີ່ຢຽບຢໍ່າເຫຼົ່າສັດຕູລົງໃນຂີ້ຕົມ ຕາມທ້ອງຖະໜົນຫົນທາງ. ພວກເຂົາຈະຕໍ່ສູ້ເຫຼົ່າສັດຕູ ເພາະພຣະເຈົ້າຢາເວຢູ່ກັບພວກເຂົາ ແລະພວກເຂົາຈະເອົາຊະນະແມ່ນແຕ່ກອງທະຫານມ້າຂອງເຫຼົ່າສັດຕູດ້ວຍ.
6ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ
ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ.
ເຮົາຈະມີຄວາມເມດຕາແກ່ພວກເຂົາ
ແລະນຳພວກເຂົາທຸກຄົນກັບມາບ້ານ.
ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ;
ເຮົາຈະຕອບຄຳພາວັນນາອະທິຖານ
ທຸກໆປະການຂອງພວກເຂົາເຈົ້າ.
7ປະຊາຊົນອິດສະຣາເອນຈະເຂັ້ມແຂງດັ່ງນັກຮົບ
ສົດຊື່ນດັ່ງຄົນທີ່ກຳລັງໄດ້ດື່ມເຫຼົ້າອະງຸ່ນ.
ເຊື້ອສາຍຂອງພວກເຂົາຈະຈົດຈຳໄຊຊະນະນີ້
ແລະຈະປິຕິຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ເຮັດ.
8ເຮົາຈະເອີ້ນເອົາປະຊາຊົນຂອງເຮົາ
ແລະທ້ອນໂຮມພວກເຂົາເຂົ້າມາຫາກັນໄວ້.
ເຮົາຈະໄຖ່ເອົາພວກເຂົາ
ເຮັດໃຫ້ພວກເຂົາມີຈຳນວນຫລາຍຄືດັ່ງແຕ່ກ່ອນ.
9ເຖິງແມ່ນເຮົາໄດ້ກະຈັດກະຈາຍພວກເຂົາໄປກໍຕາມ
ໃນທ່າມກາງບັນດາຊົນຊາດທັງຫລາຍນັ້ນ
ແຕ່ຈາກທີ່ຫ່າງໄກພຸ້ນພວກເຂົາຍັງຈະລະນຶກຄິດເຖິງ
ແລະຈົດຈຳເຮົາໄດ້ຢູ່.
ພວກເຂົາຈະລອດຊີວິດມາໄດ້ພ້ອມດ້ວຍລູກໆຂອງພວກເຂົາ
ແລະຕ່າງກໍຈະຫັນຕ່າວຄືນມາບ້ານ.
10ຈາກປະເທດເອຢິບ ແລະອັດຊີເຣຍເຮົາຈະນຳພວກເຂົາກັບມາ
ແລະໃຫ້ຕັ້ງຖິ່ນຖານຢູ່ໃນປະເທດຂອງພວກເຂົາ.
ເຮົາຍັງຈະໃຫ້ຕັ້ງທີ່ຢູ່ໃນກີເລອາດ ແລະເລບານອນ
ດິນແດນທັງໝົດກໍຈະເຕັມໄປດ້ວຍປະຊາຊົນທັງນັ້ນ.
11ເມື່ອພວກເຂົາຜ່ານທະເລທີ່ໃຫ້ຄວາມເດືອດຮ້ອນໃຈ
ພຣະອົງຈະຕີຄື້ນໃຫ້ສະຫງັດງຽບ
ສ່ວນທ້ອງນໍ້າເລິກຂອງແມ່ນໍ້ານິນ
ກໍຈະບົກລົງ ແລະເຫືອດແຫ້ງໄປຈົນກ້ຽງ.
ອັດຊີເຣຍຜູ້ທີ່ຈອງຫອງຈະອ່ອນນ້ອມຖ່ອມຕົວ
ແລະປະເທດເອຢິບຜູ້ທີ່ມີກຳລັງກໍຈະສູນເສຍອຳນາດ.
12ເຮົາຈະເຮັດໃຫ້ພວກເຂົາເຂັ້ມແຂງໃນພຣະເຈົ້າຢາເວ
ພວກເຂົາຈະເຊື່ອຟັງ ແລະນະມັດສະການ ເຮົາດ້ວຍ.
ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
Currently Selected:
ເຊກາຣີຢາ 10: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.