ເຊກາຣີຢາ 4
4
ນິມິດເລື່ອງຕີນຮອງຕະກຽງ
1ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າຂ້າພະເຈົ້າໄດ້ນອນຫລັບໄປ. 2ເພິ່ນຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?”
ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນຕີນຮອງຕະກຽງທີ່ເປັນຄຳ ເທິງຈອມນັ້ນມີອ່າງໜ່ວຍໜຶ່ງສຳລັບໃສ່ນໍ້າມັນ. ທີ່ເທິງຕີນຮອງຕະກຽງນັ້ນມີຕະກຽງເຈັດໜ່ວຍ ແລະແຕ່ລະໜ່ວຍມີໄສ້ເຈັດອັນ. 3ທີ່ແຕ່ລະຂ້າງຂອງຕີນຮອງຕະກຽງນັ້ນມີຕົ້ນໝາກກອກເທດສອງຕົ້ນ ຂ້າງລະຕົ້ນ.” 4ແລ້ວຂ້າພະເຈົ້າກໍຖາມເທວະດາຕົນທີ່ກ່າວກັບຂ້າພະເຈົ້າວ່າ, “ທ່ານເອີຍ ສິ່ງເຫຼົ່ານີ້ໝາຍເຖິງຫຍັງ?”
5ເທວະດາຕົນທີ່ກ່າວກັບຂ້າພະເຈົ້າຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?”
ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.”
10(ຂ) ເທວະດາຕົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຕະກຽງທັງເຈັດໜ່ວຍນັ້ນແມ່ນຕາທັງເຈັດຂອງພຣະເຈົ້າຢາເວ ຊຶ່ງສອດສ່ອງເບິ່ງທົ່ວທັງໂລກນີ້.”
11ແລ້ວຂ້າພະເຈົ້າກໍໄດ້ຖາມເພິ່ນວ່າ, “ຕົ້ນໝາກກອກເທດສອງຕົ້ນທີ່ຢູ່ແຕ່ລະຂ້າງນັ້ນ ໝາຍເຖິງຫຍັງ? 12ສ່ວນກິ່ງໝາກກອກເທດສອງກິ່ງ ຊຶ່ງຢູ່ທີ່ຂ້າງຂອງທໍ່ຄຳ ສຳລັບຖອກນໍ້າມັນໝາກກອກເທດນັ້ນ ໝາຍເຖິງຫຍັງ?”
13ເພິ່ນຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?”
ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.”
14ແລ້ວເພິ່ນກໍໄດ້ກ່າວວ່າ, “ສິ່ງເຫຼົ່ານັ້ນໝາຍເຖິງຊາຍສອງຄົນ ທີ່ພຣະເຈົ້າໄດ້ເລືອກເອົາແລະຫົດສົງແຕ່ງຕັ້ງໃຫ້ຮັບໃຊ້ ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”
ພຣະເຈົ້າສັນຍາຕໍ່ເຊຣຸບບາເບນ
6ເທວະດາຕົນນັ້ນໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຈາກພຣະເຈົ້າຢາເວແກ່ເຊຣຸບບາເບນ. ຖ້ອຍຄຳນັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສຳເລັດ ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. 7ອຸບປະສັກໃຫຍ່ທໍ່ພູຜາ ກໍຈະເຫືອດຫາຍໄປຕໍ່ໜ້າເຈົ້າ. ເຈົ້າຈະສ້າງວິຫານຂອງເຮົາຂຶ້ນໃໝ່ ແລະເມື່ອເຈົ້າວາງຫີນກ້ອນສຸດທ້າຍລົງໃນບ່ອນນັ້ນແລ້ວ ປະຊາຊົນກໍຈະຮ້ອງຂຶ້ນວ່າ, ‘ງາມແທ້ ງາມແທ້!”’
8ຂ້າພະເຈົ້າຍັງໄດ້ຮັບຖ້ອຍຄຳຢ່າງອື່ນອີກຈາກພຣະເຈົ້າຢາເວ. 9ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”
Currently Selected:
ເຊກາຣີຢາ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.