YouVersion Logo
Search Icon

ເຊກາຣີຢາ 3

3
ນິມິດ​ເລື່ອງ​ມະຫາ​ປະໂຣຫິດ
1ໃນ​ນິມິດ​ຢ່າງ​ອື່ນ​ອີກ ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂຣຫິດ​ເຢຊູອາ ເພິ່ນ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າຢາເວ. ໃນ​ທີ່ນັ້ນ ຢູ່​ຂ້າງ​ຂອງ​ເຢຊູອາ​ກໍ​ມີ​ມານຊາຕານ ຢືນ​ຢູ່​ດ້ວຍ​ພ້ອມ​ທີ່​ຈະ​ກ່າວຟ້ອງ​ເພິ່ນ. 2ພຣະເຈົ້າຢາເວ​ຕົນ​ນັ້ນ ໄດ້​ກ່າວ​ວ່າ, “ມານຊາຕານ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຈົ້າ​ເຖີດ ຂໍ​ໃຫ້​ພຣະເຈົ້າຢາເວ​ອົງ​ຊົງ​ຮັກ​ນະຄອນ​ເຢຣູຊາເລັມ​ລົງໂທດ​ເຈົ້າ. ຊາຍ​ຄົນ​ນີ້​ເປັນ​ດັ່ງ​ດົ້ນຟືນ​ທີ່​ມີ​ໄຟ​ລຸກ​ໄໝ້​ຢູ່.”
3ເຢຊູອາ​ກໍ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ໃນ​ທີ່ນັ້ນ ໂດຍ​ນຸ່ງ​ເສື້ອຜ້າ​ອັນ​ເປິເປື້ອນ. 4ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ຕໍ່​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ​ຜູ້​ທີ່​ຄອຍ​ຮັບໃຊ້​ທ່ານ​ຢູ່​ນັ້ນ​ວ່າ, “ຈົ່ງ​ແກ້​ເສື້ອ​ອັນ​ເປິເປື້ອນ​ຂອງ​ຊາຍ​ຄົນ​ນີ້​ອອກ​ສາ.” ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ເຢຊູອາ​ວ່າ, “ເຮົາ​ໄດ້​ຍົກ​ບາບ​ໃຫ້​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ເອົາ​ເສື້ອໃໝ່​ໃຫ້​ເຈົ້າ​ນຸ່ງ.”
5ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ໃຫ້​ພວກ​ທີ່​ຄອຍ​ຮັບໃຊ້​ເພິ່ນ​ນັ້ນ​ສຸບ ຜ້າ​ພັນ​ຫົວ​ອັນ​ສະອາດ​ໃສ່​ຫົວ​ຂອງ​ເຢຊູອາ. ພວກເຂົາ​ກໍໄດ້​ປະຕິບັດ​ຕາມ​ແລະ​ຍັງ​ໄດ້​ເອົາ​ເຄື່ອງ​ໃໝ່​ນຸ່ງ​ໃຫ້​ເພິ່ນ ໃນ​ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຢືນ​ຢູ່​ໃນ​ທີ່ນັ້ນ.
6-7ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ບອກ​ເຢຊູອາ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ປະຕິບັດ​ໜ້າທີ່​ຕາມ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ສືບຕໍ່​ຮັບຜິດຊອບ​ວິຫານ​ຂອງເຮົາ ຕະຫລອດ​ທັງ​ເດີ່ນ​ຂອງ​ພຣະວິຫານ​ດ້ວຍ, ແລະ​ເຮົາ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ດັ່ງ​ທີ່​ເຮົາ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ທີ່​ຢູ່​ຊ້ອງໜ້າ​ເຮົາ​ນີ້. 8ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ 9ເຮົາ​ກຳລັງ​ວາງ​ຫີນ​ກ້ອນ​ໜຶ່ງ ທີ່​ມີ​ເຈັດ​ຫລ່ຽມ​ຢູ່​ຕໍ່ໜ້າ​ເຢຊູອາ. ເຮົາ​ຈະ​ສະຫລັກ​ຕົວໜັງສື​ໄວ້​ເທິງ​ນັ້ນ ແລະ​ເຮົາ​ຈະ​ຍົກ​ເອົາ​ບາບ​ຂອງ​ດິນແດນ​ນີ້​ໄປ​ໃນ​ວັນ​ດຽວ​ເທົ່ານັ້ນ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. 10ເມື່ອ​ວັນ​ນັ້ນ​ມາເຖິງ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເຊີນ​ເອົາ​ເພື່ອນບ້ານ​ຂອງຕົນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ນຳ ເພາະ​ມີ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ ຢູ່​ໃນ​ສວນອະງຸ່ນ​ແລະ​ຢູ່​ໃຕ້​ຕົ້ນ​ໝາກເດື່ອເທດ​ທັງຫລາຍ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in