ຕີໂຕ 1
1
1ຈາກ ໂປໂລ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ.
ເພື່ອຊ່ວຍສົ່ງເສີມຄວາມເຊື່ອຂອງໄພ່ພົນ ທີ່ພຣະເຈົ້າໄດ້ຊົງເລືອກໄວ້ ແລະນຳໄປສູ່ຄວາມຈິງຕາມການນັບຖືພຣະເຈົ້າຢ່າງຖືກຕ້ອງ. 2ດ້ວຍຫວັງວ່າຈະໄດ້ຊີວິດນິຣັນດອນ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ໄດ້ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ, 3ແລະເມື່ອເຖິງເວລາທີ່ກຳນົດໄວ້ ພຣະອົງກໍໄດ້ເປີດເຜີຍຖ້ອຍຄຳຂອງພຣະອົງໂດຍການປະກາດ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ເຮົາ ແລະເຮົາກໍປະກາດພຣະທຳຕາມຄຳສັ່ງຂອງພຣະເຈົ້າ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ.
4ເຖິງ ຕີໂຕ ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອ.
ຂໍພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ ໂຜດປະທານພຣະຄຸນແລະສັນຕິສຸກແກ່ເຈົ້າເທີ້ນ.
ພາລະກິດຂອງຕີໂຕທີ່ກະເຣເຕ
5ເຮົາໄດ້ປະເຈົ້າໄວ້ໃນກະເຣເຕ ເພື່ອວ່າເຈົ້າຈະໄດ້ຈັດການກັບວຽກງານທີ່ຍັງຄ້າງຄາຢູ່ນັ້ນ ໃຫ້ຮຽບຮ້ອຍ ແລະແຕ່ງຕັ້ງພວກຜູ້ປົກຄອງປະຈຳຄຣິສຕະຈັກໄວ້ໃນທຸກໆເມືອງ ຕາມທີ່ເຮົາໄດ້ໃຫ້ແກ່ເຈົ້ານັ້ນ. 6ຄືພວກຜູ້ປົກຄອງນັ້ນ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕິຕຽນ ມີເມຍຄົນດຽວ ມີລູກທີ່ເຊື່ອໃນພຣະເຈົ້າ ແລະບໍ່ຖືກກ່າວຫາວ່າເປັນນັກເລງ ຫລືເປັນຄົນດື້ດ້ານ. 7ເພາະວ່າຜູ້ປົກຄອງດູແລນັ້ນ ໃນຖານະທີ່ເປັນຜູ້ຮັບມອບໝາຍຈາກພຣະເຈົ້າ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕຳໜິ, ບໍ່ເປັນຄົນຈອງຫອງ, ບໍ່ເປັນຄົນເລືອດຮ້ອນ, ບໍ່ເປັນຄົນເມົາເຫຼົ້າ, ບໍ່ເປັນຄົນອັນທະພານ, ບໍ່ເປັນຄົນໂລບເອົາກຳໄລໃນທາງບໍ່ສັດຊື່, 8ແຕ່ໃຫ້ເປັນຄົນມີໃຈສັດທາເຫຼື້ອມໃສຕ້ອນຮັບແຂກ, ເປັນຜູ້ຮັກຄວາມດີ, ເປັນຄົນມີສະຕິອັນດີຮອບຄອບ, ເປັນຄົນຍຸດຕິທຳ, ເປັນຄົນບໍຣິສຸດ, ເປັນຄົນຮູ້ຈັກບັງຄັບຕົນ, 9ເປັນຄົນຢຶດໝັ້ນໃນຫລັກອັນທ່ຽງທຳທີ່ຖືກຕ້ອງ, ຕາມໂອວາດຄຳສອນ, ເພື່ອຈະສາມາດເຕືອນສະຕິດ້ວຍຄຳສອນອັນມີຫລັກ ແລະຊີ້ແຈງແກ່ຄົນທີ່ຄັດຄ້ານຄຳສອນນັ້ນ.
10ເພາະວ່າມີຫລາຍຄົນທີ່ດື້ດ້ານ ກ່າວຄຳທີ່ບໍ່ມີແກ່ນສານ ແລະຫລອກລວງຄົນອື່ນໃຫ້ຫລົງ ເປັນຕົ້ນວ່າພວກຢູ່ຝ່າຍພິທີຕັດ. 11ຈຳເປັນຕ້ອງໃຫ້ພວກເຂົາງັບປາກເສຍ ເພາະພວກເຂົາໄດ້ເຮັດໃຫ້ບັນດາຄອບຄົວທັງໝົດປັ່ນປ່ວນວຸ້ນວາຍໄປ ໂດຍສອນສິ່ງທີ່ບໍ່ຄວນສອນເພື່ອຫາລາຍໄດ້ໃນທາງບໍ່ສັດຊື່. 12ຜູ້ທຳນວາຍຄົນໜຶ່ງຈາກຊາວເກາະກະເຣເຕເອງໄດ້ກ່າວວ່າ, “ຊາວກະເຣເຕເປັນຄົນມັກເວົ້າຕົວະ, ເປັນຄົນໂຫດຮ້າຍຢ່າງສັດ, ເປັນຄົນຂີ້ຄ້ານ ມັກແຕ່ກິນ.” 13ຄຳທີ່ພວກເຂົາອ້າງນີ້ເປັນຄວາມຈິງ. ດ້ວຍເຫດນີ້ ເຈົ້າຈົ່ງຕໍ່ວ່າພວກເຂົາຢ່າງຮຸນແຮງ ເພື່ອພວກເຂົາຈະໄດ້ມີຄວາມເຊື່ອອັນມີຫລັກ 14ເພື່ອບໍ່ໃຫ້ພວກເຂົາເຊື່ອຟັງນິຍາຍຂອງພວກຢິວ ແລະກົດບັນຍັດຂອງມະນຸດທີ່ປະຕິເສດຄວາມຈິງ. 15ສຳລັບຄົນສະອາດນັ້ນ ທຸກສິ່ງກໍສະອາດເສາະໃສ ແຕ່ສຳລັບຄົນຊົ່ວຮ້າຍແລະຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດຈັກຢ່າງ ແຕ່ຈິດໃຈ ແລະໃຈສຳນຶກຜິດແລະຊອບຂອງພວກເຂົາ ກໍຖືກຊົ່ວຮ້າຍໄປແລ້ວ. 16ພວກເຂົາອ້າງວ່າພວກເຂົາຮູ້ຈັກພຣະເຈົ້າ, ແຕ່ການກະທຳຂອງພວກເຂົາກັບປະຕິເສດພຣະອົງ ພວກເຂົາເປັນຄົນໜ້າກຽດໜ້າຊັງ, ບໍ່ເຊື່ອຟັງ ແລະ ເຮັດຄວາມດີອັນໃດບໍ່ໄດ້ຈັກປະການ.
Currently Selected:
ຕີໂຕ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.