YouVersion Logo
Search Icon

ຕີໂຕ 1

1
1ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ.
ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ. 2ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ, 3ແລະ​ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ໂດຍ​ການ​ປະກາດ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ເຮົາ ແລະ​ເຮົາ​ກໍ​ປະກາດ​ພຣະທຳ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ.
4ເຖິງ ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງເຮົາ​ໃນ​ຄວາມເຊື່ອ.
ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.
ພາລະກິດ​ຂອງ​ຕີໂຕ​ທີ່​ກະເຣເຕ
5ເຮົາ​ໄດ້​ປະ​ເຈົ້າ​ໄວ້​ໃນ​ກະເຣເຕ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຈັດ​ການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ​ຢູ່​ນັ້ນ ໃຫ້​ຮຽບຮ້ອຍ ແລະ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ​ປະຈຳ​ຄຣິສຕະຈັກ​ໄວ້​ໃນ​ທຸກໆ​ເມືອງ ຕາມ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ​ນັ້ນ. 6ຄື​ພວກ​ຜູ້ປົກຄອງ​ນັ້ນ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕິຕຽນ ມີ​ເມຍ​ຄົນ​ດຽວ ມີ​ລູກ​ທີ່​ເຊື່ອ​ໃນ​ພຣະເຈົ້າ ແລະ​ບໍ່​ຖືກ​ກ່າວຫາ​ວ່າ​ເປັນ​ນັກເລງ ຫລື​ເປັນ​ຄົນ​ດື້ດ້ານ. 7ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່, 8ແຕ່​ໃຫ້​ເປັນ​ຄົນ​ມີ​ໃຈ​ສັດທາ​ເຫຼື້ອມໃສ​ຕ້ອນຮັບ​ແຂກ, ເປັນ​ຜູ້​ຮັກ​ຄວາມດີ, ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ຍຸດຕິທຳ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, 9ເປັນ​ຄົນ​ຢຶດໝັ້ນ​ໃນ​ຫລັກ​ອັນ​ທ່ຽງທຳ​ທີ່​ຖືກຕ້ອງ, ຕາມ​ໂອວາດ​ຄຳສອນ, ເພື່ອ​ຈະ​ສາມາດ​ເຕືອນ​ສະຕິ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ​ຊີ້ແຈງ​ແກ່​ຄົນ​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.
10ເພາະວ່າ​ມີ​ຫລາຍ​ຄົນ​ທີ່​ດື້ດ້ານ ກ່າວ​ຄຳ​ທີ່​ບໍ່ມີ​ແກ່ນສານ ແລະ​ຫລອກລວງ​ຄົນອື່ນ​ໃຫ້​ຫລົງ ເປັນ​ຕົ້ນ​ວ່າ​ພວກ​ຢູ່​ຝ່າຍ​ພິທີຕັດ. 11ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່. 12ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ຊາວ​ເກາະ​ກະເຣເຕ​ເອງ​ໄດ້​ກ່າວ​ວ່າ, “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ເວົ້າ​ຕົວະ, ເປັນ​ຄົນ​ໂຫດຮ້າຍ​ຢ່າງ​ສັດ, ເປັນ​ຄົນ​ຂີ້ຄ້ານ ມັກ​ແຕ່​ກິນ.” 13ຄຳ​ທີ່​ພວກເຂົາ​ອ້າງ​ນີ້​ເປັນ​ຄວາມຈິງ. ດ້ວຍເຫດນີ້ ເຈົ້າ​ຈົ່ງ​ຕໍ່​ວ່າ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຄວາມເຊື່ອ​ອັນ​ມີ​ຫລັກ 14ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອຟັງ​ນິຍາຍ​ຂອງ​ພວກ​ຢິວ ແລະ​ກົດບັນຍັດ​ຂອງ​ມະນຸດ​ທີ່​ປະຕິເສດ​ຄວາມຈິງ. 15ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ. 16ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.

Currently Selected:

ຕີໂຕ 1: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in