YouVersion Logo
Search Icon

ໂຣມ 6

6
ການ​ຕາຍ​ຕໍ່​ຄວາມ​ຜິດບາບ​ແຕ່​ມີ​ຊີວິດ​ຢູ່​ໃນ​ພຣະຄຣິດ
1ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຄວນ​ສືບຕໍ່​ເຮັດ​ບາບ ເພື່ອ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ມີ​ຫລາຍ​ຂຶ້ນ​ຕື່ມ​ຊັ້ນບໍ? 2ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ? 3ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຮົາ​ທຸກຄົນ​ໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ​ດ້ວຍ. 4ເຫດສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ຮັບ​ບັບຕິສະມາ​ແລ້ວ ເພື່ອ​ໃຫ້​ເຮົາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຖືກ​ຊົງ​ບັນດານ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ໂດຍ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ​ແລ້ວ​ສັນໃດ ພວກເຮົາ​ກໍ​ຈະ​ໄດ້​ດຳເນີນ​ຕາມ​ຊີວິດ​ໃໝ່​ເໝືອນກັນ​ສັນນັ້ນ.
5ເພາະວ່າ ຖ້າ​ພວກເຮົາ​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພຣະອົງ​ແລ້ວ ໃນ​ຄວາມ​ຕາຍ​ຢ່າງ​ພຣະອົງ​ສັນໃດ ພວກເຮົາ​ກໍ​ຈະ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພຣະອົງ ໃນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ພຣະອົງ​ສັນນັ້ນ. 6ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ. 7ດ້ວຍວ່າ, ຜູ້​ທີ່​ຕາຍໄປ​ແລ້ວ ກໍ​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມ​ບາບ. 8ແຕ່​ຖ້າ​ຜູ້ໃດ ໄດ້​ຕາຍ​ກັບ​ພຣະຄຣິດ​ແລ້ວ ພວກເຮົາ​ກໍ​ເຊື່ອ​ວ່າ​ຜູ້ນັ້ນ​ຈະ​ມີ​ຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ. 9ເພາະ​ພວກເຮົາ​ຮູ້​ວ່າ ພຣະຄຣິດ​ຜູ້​ທີ່​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ຈະ​ບໍ່​ຕາຍ​ອີກ​ຈັກເທື່ອ ຄື​ຄວາມ​ຕາຍ​ບໍ່ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ. 10ໃນ​ຄວາມ​ຕາຍ​ນັ້ນ ພຣະອົງ​ໄດ້​ຕາຍ​ຕໍ່​ບາບກຳ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ, ແຕ່​ໃນ​ການ​ທີ່​ພຣະອົງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ນັ້ນ ພຣະອົງ​ກໍ​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ. 11ຢ່າງ​ດຽວກັນ​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຖື​ວ່າ​ພວກເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ບາບ​ແລ້ວ ແຕ່​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ.
12ເຫດສະນັ້ນ ຢ່າ​ໃຫ້​ຄວາມ​ຜິດບາບ​ໄດ້​ປົກຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອຟັງ​ຕາມ​ຕັນຫາ​ຂອງ​ກາຍ​ນັ້ນ. 13ຢ່າ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໃຫ້​ແກ່​ການບາບ​ອີກ​ຕໍ່ໄປ ເພື່ອ​ໃຫ້​ເປັນ​ເຄື່ອງ​ມື​ຮັບໃຊ້​ໃນ​ການ​ຊົ່ວຮ້າຍ, ແຕ່​ຈົ່ງ​ມອບ​ຕົວ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເໝືອນ​ກັບ​ບຸກຄົນ​ທີ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະໄວຍະວະ​ທຸກ​ພາກ​ສ່ວນ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເພື່ອ​ເປັນ​ເຄື່ອງໃຊ້​ໃນ​ການ​ຊອບທຳ​ຕໍ່ໄປ. 14ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.
ຂ້າທາດ​ຂອງ​ຄວາມ​ຊອບທຳ
15ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຈະ​ເຮັດ​ບາບ ເພາະ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ 16ແນ່ນອນ​ພວກເຈົ້າ​ກໍ​ຮູ້​ດີ​ວ່າ ເມື່ອ​ພວກເຈົ້າ​ຍອມ​ເປັນ​ທາດ​ເຊື່ອຟັງ​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ທາດ​ຂອງ​ນາຍ​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ ຄື​ເປັນ​ທາດ​ຂອງ​ບາບກຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ທາດ​ຂອງ​ຄວາມ​ເຊື່ອຟັງ ຊຶ່ງ​ນຳ​ໄປ​ສູ່​ການ​ເປັນ​ຄົນ​ຊອບທຳ. 17ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ. 18ເມື່ອ​ພວກເຈົ້າ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ແລ້ວ ພວກເຈົ້າ​ໄດ້​ກາຍ​ມາ​ເປັນ​ຂ້າທາດ​ຂອງ​ຄວາມ​ຊອບທຳ. 19ເຮົາ​ຍົກ​ເອົາ​ຕົວຢ່າງ​ຂອງ​ມະນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ຈຳກັດ​ຢ່າງ​ມະນຸດ​ທຳມະດາ​ຂອງ​ພວກເຈົ້າ. ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເຄີຍ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໝົດ​ທັງສິ້ນ ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊົ່ວ​ມົວໝອງ​ແລະ​ຄວາມ​ອະທຳ ເພື່ອ​ເຮັດ​ການ​ອະທຳ​ອັນ​ຊົ່ວຮ້າຍ​ສັນໃດ, ບັດນີ້ ພວກເຈົ້າ​ຈົ່ງ​ມອບ​ອະໄວຍະວະ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊອບທຳ​ເປັນ​ການ​ສິ້ນສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳລະ​ໃຫ້​ບໍຣິສຸດ​ສັນນັ້ນ.
20ເມື່ອ​ພວກເຈົ້າ​ເປັນ​ທາດ​ຂອງ​ຄວາມ​ບາບ​ຢູ່​ນັ້ນ ຄວາມ​ຊອບທຳ​ກໍ​ບໍ່ໄດ້​ຄຸ້ມຄອງ​ພວກເຈົ້າ. 21ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ. 22ແຕ່​ບັດນີ້ ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມ​ບາບ​ແລ້ວ ແລະ​ໄດ້​ກັບ​ມາ​ເປັນ​ທາດ​ຂອງ​ພຣະເຈົ້າ​ແລ້ວ ຜົນ​ຕອບ​ແທນ​ຂອງ​ພວກເຈົ້າ ຄື​ການ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ແລະ​ຜົນ​ສຸດທ້າຍ​ກໍ​ຄື​ຊີວິດ​ນິຣັນດອນ. 23ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.

Currently Selected:

ໂຣມ 6: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in