ໂຣມ 6:5-6
ໂຣມ 6:5-6 ພຄພ
ເພາະວ່າ ຖ້າພວກເຮົາເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງແລ້ວ ໃນຄວາມຕາຍຢ່າງພຣະອົງສັນໃດ ພວກເຮົາກໍຈະເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງ ໃນການຟື້ນຄືນມາຈາກຕາຍຢ່າງພຣະອົງສັນນັ້ນ. ພວກເຮົາຮູ້ສິ່ງນີ້ແລ້ວວ່າ ຊີວິດເກົ່າຂອງພວກເຮົານັ້ນ ໄດ້ຖືກຄຶງໄວ້ກັບພຣະອົງແລ້ວ ແລະຊີວິດເກົ່າຊຶ່ງເປັນທີ່ຢູ່ຂອງບາບກຳນັ້ນ ຈະຖືກທຳລາຍເສຍ ແລະພວກເຮົາກໍຈະບໍ່ໄດ້ເປັນທາດຂອງຄວາມບາບອີກຕໍ່ໄປ.