1
ໂຣມ 2:3-4
ພຣະຄຳພີສັກສິ
ແຕ່ມະນຸດເອີຍ ໃນເມື່ອເຈົ້າຍັງເຮັດສິ່ງນັ້ນຢູ່ ແລະກ່າວໂທດໃສ່ຜູ້ອື່ນ ເຈົ້າຄິດວ່າເຈົ້າຈະໜີພົ້ນຈາກການພິພາກສາຂອງພຣະເຈົ້າໄດ້ຊັ້ນບໍ? ຫລືວ່າ ເຈົ້າໝິ່ນປະໝາດພຣະກະລຸນາຄຸນອັນບໍຣິບູນ ແລະຄວາມອົດກັ້ນພຣະໄທກັບຄວາມອົດທົນຂອງພຣະອົງ, ເຈົ້າບໍ່ຮູ້ຫລືວ່າ ພຣະກະລຸນາຄຸນຂອງພຣະເຈົ້ານັ້ນ ກໍເພື່ອນຳເຈົ້າໃຫ້ກັບໃຈເສຍໃໝ່.
Compare
Explore ໂຣມ 2:3-4
2
ໂຣມ 2:1
ເຫດສະນັ້ນ ມະນຸດເອີຍ ບໍ່ວ່າເຈົ້າຈະເປັນຜູ້ໃດກໍຕາມ ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ, ເຈົ້າບໍ່ມີຂໍ້ທີ່ຈະແກ້ຕົວໄດ້. ດ້ວຍວ່າ, ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ ແລະຍັງເຮັດຢ່າງດຽວກັບພວກເຂົາ ເຈົ້າກໍກ່າວໂທດໃສ່ຕົນເອງ.
Explore ໂຣມ 2:1
3
ໂຣມ 2:11
ເພາະວ່າພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດເລີຍ.
Explore ໂຣມ 2:11
4
ໂຣມ 2:13
ດ້ວຍວ່າ, ບໍ່ແມ່ນພວກຄົນທີ່ຟັງກົດບັນຍັດຈະເປັນຜູ້ຊອບທຳຕໍ່ພຣະພັກພຣະເຈົ້າ, ແຕ່ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນ ທີ່ຈະໄດ້ຊົງຖືວ່າເປັນຄົນຊອບທຳ.
Explore ໂຣມ 2:13
5
ໂຣມ 2:6
ເພາະພຣະອົງຈະຊົງໂຜດຕອບແທນຕາມການກະທຳຂອງພວກເຂົາທຸກຄົນ.
Explore ໂຣມ 2:6
6
ໂຣມ 2:8
ແຕ່ພຣະອົງຈະຊົງສຳແດງຄວາມໂກດຮ້າຍອັນເຜັດຮ້ອນແກ່ຄົນທັງຫລາຍທີ່ຄິດໃຫຍ່ໃຝ່ສູງ ແລະແກ່ຜູ້ທີ່ບໍ່ເຊື່ອວາງໃຈໃນຄວາມຈິງ ແຕ່ຍອມເຮັດຕາມຄວາມຊົ່ວ.
Explore ໂຣມ 2:8
7
ໂຣມ 2:5
ແຕ່ດ້ວຍໃຈຂອງເຈົ້າແຂງກະດ້າງ ແລະບໍ່ຍອມທີ່ຈະກັບຕົວ ເຈົ້າຈຶ່ງກຳລັງສະສົມຄວາມໂກດຮ້າຍໄວ້ໃຫ້ຕົນເອງ ໃນວັນຂອງຄວາມຮ້າຍກາດນັ້ນ, ຄືວັນທີ່ພຣະເຈົ້າຈະຊົງພິພາກສາລົງໂທດ ຢ່າງຍຸດຕິທຳໃຫ້ປາກົດແຈ້ງນັ້ນ.
Explore ໂຣມ 2:5
YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy
Home
Bible
Plans
Videos