YouVersion Logo
Search Icon

ພຣະນິມິດ 20

20
ໜຶ່ງພັນ​ປີ
1ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ເພິ່ນ​ຖື​ກະແຈ​ຂອງ​ເຫວເລິກ​ແລະ​ຖື​ໂສ້​ເສັ້ນ​ໃຫຍ່. 2ເພິ່ນ​ໄດ້​ຈັບ​ເອົາ​ພະຍານາກ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ ຄື​ມານຮ້າຍ ແລະ​ມານຊາຕານ ໄດ້​ຜູກ​ມັດ​ມັນ​ໄວ້​ໃນ​ລະຫວ່າງ​ພັນ​ປີ.
3ແລ້ວ​ເພິ່ນ​ໄດ້​ຖິ້ມ​ມັນ​ລົງ​ໄປ​ໃນ​ເຫວເລິກ ແລະ​ໃສ່​ກະແຈ ທັງ​ຕີ​ຕາປະທັບ​ໃສ່​ດ້ວຍ ເພື່ອ​ບໍ່​ໃຫ້​ມັນ​ໄດ້​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ອີກ​ຕໍ່ໄປ ຈົນກວ່າ​ໜຶ່ງພັນ​ປີ​ຜ່ານ​ພົ້ນ​ໄປ. ຫລັງຈາກ​ນັ້ນ ມັນ​ຈະ​ຕ້ອງ​ຖືກ​ປ່ອຍ​ໃຫ້​ອອກ​ມາ​ພຽງ​ຊົ່ວ​ໄລຍະ​ໜຶ່ງ.
4ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. ( 5ນອກຈາກ​ຄົນ​ເຫຼົ່ານີ້ ຄົນອື່ນໆ​ທີ່​ຕາຍ​ແລ້ວ​ບໍ່ໄດ້​ກັບຄືນ​ມີ​ຊີວິດ​ອີກ ຈົນກວ່າ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ). 6ຜູ້ໃດ​ທີ່​ມີ​ສ່ວນ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ທຳອິດ ຜູ້ນັ້ນ​ກໍ​ເປັນ​ສຸກ​ແລະ​ບໍຣິສຸດ. ຄວາມ​ຕາຍ​ຄັ້ງ​ທີ​ສອງ ຈະ​ບໍ່ມີ​ອຳນາດ​ເໜືອ​ຄົນ​ເຫຼົ່ານັ້ນ ແຕ່​ພວກເຂົາ​ຈະ​ໄດ້​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະຄຣິດ ທັງ​ຈະ​ຄຸ້ມຄອງ​ຮ່ວມ​ກັບ​ພຣະອົງ​ໃນ​ລະຫວ່າງ​ພັນ​ປີ.
7ຫລັງຈາກ​ໜຶ່ງພັນ​ປີ​ຜ່ານ​ພົ້ນ​ໄປ​ແລ້ວ, ມານຊາຕານ​ຈະ​ຖືກ​ປ່ອຍຕົວ​ຈາກ​ບ່ອນ​ຂັງ​ມັນ​ໄວ້, 8ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໂລກ ຄື​ໂກກ​ແລະ​ມາໂກກ ໃຫ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ການ​ເຮັດ​ເສິກ ຈຳນວນ​ຄົນ​ເຫຼົ່ານັ້ນ​ມີ​ຫລວງຫລາຍ ເໝືອນ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ. 9ພວກເຂົາ​ແຜ່​ກະຈາຍ​ເປັນ​ກອງທັບ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ​ໄດ້​ອ້ອມ​ຄ້າຍ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ນະຄອນ​ທີ່​ພຣະອົງ​ຊົງ​ຮັກ​ນັ້ນ. ແຕ່​ໄຟ​ໄດ້​ຕົກລົງ​ມາ​ຈາກ​ສະຫວັນ ແລະ​ທຳລາຍ​ລ້າງຜານ​ພວກເຂົາ​ເສຍ. 10ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.
ພຣະ​ບັນລັງ​ໃຫຍ່​ສີ​ຂາວ ແລະ​ການ​ຕັດສິນ​ຄັ້ງ​ສຸດທ້າຍ
11ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ. 12ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ. 13ທະເລ​ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ທ້ອງ​ທະເລ​ຄືນ​ມາ. ຄວາມ​ຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ໃນ​ທີ່ນັ້ນ​ຄືນ​ມາ​ເໝືອນກັນ. ພວກເຂົາ​ທັງໝົດ​ໄດ້​ຖືກ​ຕັດສິນ ຕາມ​ການ​ກະທຳ​ຂອງ​ພວກ​ຕົນ​ທຸກຄົນ. 14ຄວາມຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ. ບຶງ​ໄຟ​ນີ້​ແຫຼະ ເປັນ​ຄວາມ​ຕາຍ​ຄັ້ງ​ທີ​ສອງ. 15ຖ້າ​ຜູ້ໃດ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ ຜູ້ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy