ພຣະນິມິດ 1
1
1ການຊົງສຳແດງຂອງພຣະເຢຊູເຈົ້າ ຊຶ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ ເພື່ອຊົງຊີ້ແຈງໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງ ຮູ້ເຖິງເຫດການທັງຫລາຍທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້. ພຣະຄຣິດໄດ້ຊົງໃຊ້ເທວະດາຂອງພຣະອົງ ໄປສຳແດງໝາຍສຳຄັນແກ່ໂຢຮັນ ຜູ້ຮັບໃຊ້ຂອງພຣະອົງ. 2ໂຢຮັນໄດ້ເປັນພະຍານເຖິງຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະຝ່າຍຄຳພະຍານຂອງພຣະເຢຊູຄຣິດເຈົ້າ ເພິ່ນເປັນພະຍານໃນເຫດການທັງສິ້ນທີ່ເພິ່ນໄດ້ເຫັນ. 3ຄວາມສຸກເປັນຂອງຜູ້ທີ່ອ່ານພຣະທຳເຫຼັ້ມນີ້ ແລະຄວາມສຸກເປັນຂອງຜູ້ທີ່ຮັບຟັງຖ້ອຍຄຳແຫ່ງຄຳທຳນວາຍ ແລະປະຕິບັດຕາມຂໍ້ຄວາມທີ່ມີຄຳຂຽນໄວ້ໃນພຣະທຳເຫຼັ້ມນີ້. ດ້ວຍວ່າ, ເວລານັ້ນກໍໃກ້ເຂົ້າມາແລ້ວ ເມື່ອເຫດການເຫຼົ່ານີ້ຈະເກີດຂຶ້ນ.
ຄວາມຄຳນັບເຖິງຄຣິສຕະຈັກທັງເຈັດ
4ຈາກ ໂຢຮັນ, ຮຽນ ຄຣິສຕະຈັກທັງເຈັດທີ່ຢູ່ໃນແຂວງເອເຊຍ.
ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳລົງຢູ່ໃນປະຈຸບັນ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ໜ້າຣາຊບັນລັງຂອງພຣະອົງ 5ແລະຈາກພຣະເຢຊູຄຣິດເຈົ້າຜູ້ຊົງເປັນພະຍານທີ່ສັດຊື່ ແລະຊົງເປັນຜູ້ທຳອິດທີ່ໄດ້ເປັນຄືນມາຈາກຄວາມຕາຍ ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ.
ພຣະອົງຊົງຮັກເຮົາທັງຫລາຍ ແລະໄດ້ຊົງປົດປ່ອຍພວກເຮົາຈາກການຜິດບາບ ດ້ວຍພຣະໂລຫິດຂອງພຣະອົງ. 6ແລະພຣະອົງໄດ້ຊົງຕັ້ງເຮົາທັງຫລາຍ ໄວ້ໃຫ້ເປັນອານາຈັກແລະເປັນປະໂຣຫິດຂອງພຣະອົງ ພຣະກຽດແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.
7ເບິ່ງແມ! ພຣະອົງຈະສະເດັດມາມີເມກເປັນຂະບວນແຫ່ ແລະຕາທຸກໜ່ວຍຈະເຫັນພຣະອົງ ແລະຄົນເຫຼົ່ານັ້ນທີ່ໄດ້ແທງພຣະອົງຈະເຫັນພຣະອົງເໝືອນກັນ. ມະນຸດທຸກຊາດທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ ຈະເປັນໄປຢ່າງນັ້ນ ອາແມນ.
8ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງດຳລົງຢູ່ໃນປະຈຸບັນ ອົງຊົງດຳລົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະອົງຊົງຣິດທານຸພາບສູງສຸດ ຊົງກ່າວວ່າ, “ເຮົາຄືອາລະຟາແລະໂອເມຄາ.”
ນິມິດກ່ຽວກັບພຣະຄຣິດ
9ຂ້າພະເຈົ້າ ຄືໂຢຮັນພີ່ນ້ອງຂອງເຈົ້າທັງຫລາຍ ຜູ້ເປັນເພື່ອນຮ່ວມໃນຄວາມຍາກລຳບາກ ຮ່ວມຣາຊອານາຈັກ ແລະຮ່ວມຄວາມພຽນອົດທົນ ຊຶ່ງເປັນປະສົບການໃນພຣະເຢຊູເຈົ້າ. ຂ້າພະເຈົ້າຖືກປ່ອຍໄວ້ທີ່ເກາະປັດໂມ ເພາະໄດ້ປະກາດພຣະທຳຂອງພຣະເຈົ້າ ແລະເນື່ອງດ້ວຍການເປັນພະຍານຝ່າຍພຣະເຢຊູເຈົ້າ. 10ໃນວັນຂອງອົງພຣະຜູ້ເປັນເຈົ້ານັ້ນ ພຣະວິນຍານໄດ້ຄວບຄຸມຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງ ດັງກ້ອງເໝືອນສຽງແກ ກ່າວທາງເບື້ອງຫລັງຂອງຂ້າພະເຈົ້າ. 11ສຽງນັ້ນກ່າວວ່າ, “ຈົ່ງຂຽນເລື່ອງທີ່ເຈົ້າໄດ້ເຫັນນັ້ນ ໃສ່ໜັງສືມ້ວນ ແລະຝາກໄປເຖິງຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ ເມືອງຊະມີນາ ເມືອງເປຄາໂມ ເມືອງທົວເຕຣາ ເມືອງຊາເດ ເມືອງຟີລາເດັນເຟຍ ແລະ ເມືອງລາວດີເກອາ.”
12ຂ້າພະເຈົ້າຫລຽວຄືນຫລັງເບິ່ງວ່າແມ່ນຜູ້ໃດ ທີ່ກຳລັງເວົ້າກັບຂ້າພະເຈົ້າຢູ່ນັ້ນ ເມື່ອຂ້າພະເຈົ້າຫລຽວໄປກໍເຫັນຄັນຕະກຽງຄຳເຈັດອັນ 13ແລະໃນທ່າມກາງຄັນຕະກຽງຄຳເຫຼົ່ານັ້ນ, ມີຜູ້ໜຶ່ງເໝືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ. 14ຫົວແລະຜົມຂອງພຣະອົງ ຂາວເໝືອນຂົນແກະສີຂາວ ແລະເໝືອນດັ່ງຫິມະ ຕາຂອງພຣະອົງເໝືອນດັ່ງແປວໄຟ 15ຕີນຂອງພຣະອົງເຫຼື້ອມເໝືອນດັ່ງທອງເຫລືອງກ້ຽງ ທີ່ຖືກຫລອມໃຫ້ບໍຣິສຸດແລ້ວ ແລະສຽງຂອງພຣະອົງກໍກ້ອງສະໜັ່ນເໝືອນດັ່ງນໍ້າຕົກຕາດໃຫຍ່. 16ມືເບື້ອງຂວາຂອງພຣະອົງ ຊົງຖືດາວເຈັດດວງ ແລະມີດາບສອງຄົມອອກມາຈາກປາກຂອງພຣະອົງ. ໃບໜ້າຂອງພຣະອົງເຫຼື້ອມເໝືອນດັ່ງດວງຕາເວັນທີ່ສ່ອງແສງກ້າ. 17ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າກໍລົ້ມລົງໃກ້ຕີນຂອງພຣະອົງ ເໝືອນກັບຄົນທີ່ຕາຍແລ້ວ, ແຕ່ພຣະອົງເດ່ມືຂວາມາຈັບຂ້າພະເຈົ້າ ແລະກ່າວວ່າ, “ຢ່າສູ່ຢ້ານ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ. 18ແລະເຮົາເປັນຜູ້ມີຊີວິດຢູ່ ເຮົາໄດ້ຕາຍໄປແລ້ວ ແຕ່ເບິ່ງແມ! ເຮົາກໍມີຊີວິດຢູ່ນິຣັນດອນ. ເຮົາຖືລູກກະແຈແຫ່ງຄວາມຕາຍແລະແດນມໍຣະນາ. 19ສະນັ້ນ ຈົ່ງຂຽນສິ່ງທີ່ເຈົ້າໄດ້ເຫັນ, ສິ່ງທີ່ເປັນຢູ່ດຽວນີ້ ແລະສິ່ງທີ່ຈະເກີດຂຶ້ນຕາມພາຍຫລັງ. 20ນີ້ແມ່ນຄວາມເລິກລັບຂອງດາວທັງເຈັດ ທີ່ເຈົ້າເຫັນຢູ່ໃນມືຂວາຂອງເຮົາ ແລະຄັນຕະກຽງຄຳທັງເຈັດນັ້ນ ກໍຄືດາວເຈັດດວງນັ້ນ ໄດ້ແກ່ເທວະດາແຫ່ງຄຣິສຕະຈັກທັງເຈັດ ແລະຄັນຕະກຽງຄຳເຈັດອັນ ໄດ້ແກ່ຄຣິສຕະຈັກທັງເຈັດ.”
Currently Selected:
ພຣະນິມິດ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.