YouVersion Logo
Search Icon

ເພງ^ສັນລະເສີນ 78

78
ພຣະເຈົ້າ​ແລະ​ປະຊາຊົນ​ຂອງ​ພຣະອົງ
1ປະຊາຊົນ​ຂອງເຮົາ​ເອີຍ
ຈົ່ງ​ຟັງ​ຄຳສັ່ງສອນ​ຂອງເຮົາ​ເດີ
ຈົ່ງ​ງ່ຽງ​ຫູ​ຟັງ​ໃຫ້​ດີ​ສິ່ງ​ທີ່​ເຮົາ​ຈະ​ກ່າວ
2ແລະ​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ມີ​ປັນຍາ
ອະທິບາຍ​ຄຳ​ເລິກລັບ​ໃນ​ອະດີດ
3ເປັນ​ສິ່ງ​ທີ່​ພວກເຮົາ​ໄດ້ຍິນ​ແລະ​ໄດ້​ຮູ້​ເຫັນ
ຄື​ເລື່ອງລາວ​ທີ່​ພໍ່​ພວກເຮົາ​ໄດ້​ບອກ​ນັ້ນ.
4ພວກເຮົາ​ຈະ​ບໍ່​ອຳ​ໄວ້​ຈາກ​ລູກໆ​ຂອງ​ພວກເຮົາ
ຈົ່ງ​ບອກ​ເຊື້ອສາຍ​ທີ່​ເກີດ​ມາ​ພາຍ​ຫລັງ​ນັ້ນ
ເຖິງ​ຣິດທານຸພາບ ແລະ​ສິ່ງ​ຍິ່ງໃຫຍ່​ທັງຫລາຍ
ຕະຫລອດ​ທັງ​ສິ່ງ​ອັດສະຈັນ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ.
5ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້​ຄົນ​ອິດສະຣາເອນ
ແລະ​ມອບ​ຂໍ້ຄຳສັ່ງ​ໃຫ້​ເຊື້ອສາຍ​ຂອງ​ຢາໂຄບ
6ເພື່ອ​ວ່າ​ເຊື້ອສາຍ​ຕໍ່ໆ​ມາ​ນັ້ນ​ຈະ​ໄດ້​ຮຽນຮູ້​ເອົາ
ແລະ​ບອກ​ລູກຫລານ​ຕໍ່ໄປ​ຕາມ​ຜຽນ​ຂອງ​ເຂົາເຈົ້າ.
7ເພື່ອ​ພວກເຂົາ​ຈະ​ໄດ້​ວາງ​ຄວາມຫວັງໃຈ​ຂອງ​ພວກເຂົາ​ໃນ​ພຣະເຈົ້າ​ເໝືອນກັນ
ແລະ​ບໍ່​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ແຕ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.
8ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ
ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ
ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ
ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.
9ພວກ​ເອຟຣາອິມ​ທີ່​ຖື​ອາວຸດ ໜ້າ​ແລະ​ທະນູ
ຕ່າງ​ກໍໄດ້​ແລ່ນ​ປົບໜີໄປ​ຈາກ​ສະໜາມຮົບ.
10ພວກເຂົາ​ບໍ່ໄດ້​ຖື​ຮັກສາ​ພັນທະສັນຍາ​ຂອງ​ພຣະເຈົ້າ
ພວກເຂົາ​ບໍ່ເຄີຍ​ໄດ້​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.
11ພວກເຂົາ​ຫຼົງລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ
ຄື​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ.
12ພຣະອົງ​ໄດ້​ຊົງ​ກະທຳ​ສິ່ງ​ອັດສະຈັນ​ທັງຫຼາຍ​ຕໍ່ໜ້າ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ
ໃນ​ດິນແດນ​ເອຢິບ ຄື​ໃນ​ທົ່ງ​ໂຊອານ.
13ພຣະອົງ​ໄດ້​ແຍກ​ນໍ້າ​ທະເລ​ແລະ​ໄດ້​ນຳ​ພວກເຂົາ​ຜ່ານ​ໄປ
ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ແຍກ​ຕັ້ງ​ຂຶ້ນ​ເປັນ​ກຳແພງ.
14ພຣະອົງ​ໄດ້​ນຳ​ພວກເຂົາ​ໄປ ດ້ວຍ​ເສົາເມກ​ໃນ​ເວລາ​ກາງເວັນ
ແລະ​ດ້ວຍ​ເສົາໄຟ​ໃນ​ເວລາ​ກາງຄືນ.
15ພຣະອົງ​ໄດ້​ຜ່າ​ໂງ່ນຫີນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ
ແລະ​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ກ້ອນຫີນ ກາຍເປັນ​ລຳທານ​ເລິກ​ມາ​ໃຫ້​ພວກເຂົາ​ໄດ້​ດື່ມ.
16ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ຫີນ​ຜາຊັນ
ແລະ​ນໍ້າ​ກໍ​ໄຫລ​ອອກ​ມາ​ເປັນ​ກະແສ​ນໍ້າ.
17ແຕ່​ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ເລື້ອຍມາ
ແລະ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພວກເຂົາ​ກໍໄດ້​ກະບົດ​ຕໍ່ສູ້​ອົງ​ສູງສຸດ.
18ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ
ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.
19ພວກເຂົາ​ຕໍ່ສູ້​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ອາຫານ
ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄດ້​ຫລືນີ້?
20ເປັນ​ຄວາມຈິງ​ແທ້​ທີ່​ພຣະອົງ​ໄດ້​ຕີ​ໂງ່ນຫີນ
ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ເປັນ​ດັ່ງ​ກະແສ​ນໍ້າ
ແຕ່​ພຣະອົງ​ຍັງ​ຈະ​ສາມາດ​ເອົາ​ເຂົ້າຈີ່​ໃຫ້​ພວກເຮົາ​ໄດ້​ບໍ?
ແລະ​ເອົາ​ຊີ້ນ​ໃຫ້​ປະຊາຊົນ​ກິນ​ໄດ້​ຫລື​ບໍ່?”
21ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ອອກ
ເມື່ອ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມ​ຂອງ​ພວກເຂົາ.
ພຣະອົງ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ
ແລະ​ພຣະອົງ​ໄດ້​ຕໍ່ສູ້​ພວກເຂົາ​ໂດຍ​ຄວາມ​ໂກດຮ້າຍ
22ເພາະວ່າ​ພວກເຂົາ​ບໍ່ໄດ້​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ​ເລີຍ
ແລະ​ບໍ່ເຄີຍ​ເຊື່ອ​ວ່າ​ພຣະອົງ​ຈະ​ຊ່ວຍ​ໃຫ້​ພົ້ນ​ໄດ້.
23ແຕ່​ພຣະອົງ​ໄດ້​ກ່າວ​ແກ່​ທ້ອງຟ້າ​ເບື້ອງ​ເທິງ
ແລະ​ໄດ້​ສັ່ງ​ທ້ອງຟ້າ​ໃຫ້​ໄຂ​ປະຕູ​ອອກ
24ພຣະອົງ​ໄດ້​ສົ່ງ​ເມັດ​ເຂົ້າ​ຄື​ມານາ​ລົງ​ຈາກ​ສະຫວັນ
ຕົກລົງ​ມາ​ໃຫ້​ພວກເຂົາ​ໄດ້​ກິນ​ອີ່ມ​ທ້ອງ.
25ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກິນ​ອາຫານ​ຂອງ​ເທວະດາ
ພຣະເຈົ້າ​ໄດ້​ໃຫ້​ພວກເຂົາ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.
26ພຣະອົງ​ໄດ້​ໃຫ້​ລົມ​ທິດ​ຕາເວັນອອກ​ພັດ​ມາ​ຈາກ​ຟ້າ​ສະຫວັນ
ລົມ​ທາງທິດໃຕ້​ກໍ​ພັດ​ມາ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ
27ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ລົງ​ມາ​ໃຫ້​ປະຊາຊົນ​ຂອງ​ພຣະອົງ
ຢ່າງ​ຫລວງຫລາຍ​ດັ່ງ​ເມັດຊາຍ​ຢູ່​ຕາມ​ຝັ່ງ.
28ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຝູງ​ນົກ​ຂຸ້ມ​ຕົກ​ຕາມ​ຄ້າຍ​ຂອງ​ພວກເຂົາ
ຢູ່​ອ້ອມແອ້ມ​ຜ້າເຕັນ​ທັງຫຼາຍ​ດ້ວຍ.
29ສະນັ້ນ ປະຊາຊົນ​ຈຶ່ງ​ກິນ​ນົກ​ນັ້ນ​ຢ່າງ​ອີ່ມໜຳ​ສຳລານ
ພຣະເຈົ້າ​ໄດ້​ໃຫ້​ກິນ​ຕາມ​ທີ່​ພວກເຂົາ​ຕ້ອງການ.
30ແຕ່​ພວກເຂົາ​ຍັງ​ຫິວ​ກະຫາຍ​ບໍ່​ອີ່ມ​ພໍ
ໃນ​ຂະນະທີ່​ອາຫານ​ຍັງ​ເຕັມ​ຢູ່​ໃນ​ປາກ​ນັ້ນ
31ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ລະເບີດ​ໃສ່​ພວກເຂົາ
ແລະ​ຂ້າ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ທີ່​ເກັ່ງກ້າ​ທີ່ສຸດ​ຖິ້ມ.
32ເຖິງປານນັ້ນ ປະຊາຊົນ​ກໍ​ຍັງ​ໄດ້​ເຮັດ​ບາບ​ຕາມເຄີຍ
ແລະ​ບໍ່​ໄວ້ວາງໃຈ​ໃນ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ.
33ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຫ້​ການ​ເປັນ​ຢູ່​ຂອງ​ພວກເຂົາ​ສິ້ນສຸດ​ລົງ​ດັ່ງ​ລົມຫາຍໃຈ
ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຂົາ​ຈົບລົງ ຍ້ອນ​ຄວາມ​ຫຼົ້ມຈົມ​ຢ່າງ​ກະທັນຫັນ.
34ເທື່ອໃດ​ທີ່​ພຣະອົງ​ໄດ້​ຂ້າ​ບາງຄົນ​ໃນ​ພວກເຂົາ
ຄົນ​ທີ່​ເຫຼືອ​ກໍ​ຫັນ​ກັບ​ມາ​ຫາ​ພຣະອົງ​ເທື່ອນັ້ນ.
ພວກເຂົາ​ໄດ້​ກັບ​ມາ​ດ້ວຍ​ສຳນຶກ​ຜິດ​ຢູ່​ໃນ​ຈິດໃຈ
ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ​ຍິ່ງ.
35ພວກເຂົາ​ລະນຶກ​ໄດ້​ວ່າ​ພຣະເຈົ້າ​ຄື​ພຣະຜູ້​ຄຸ້ມຄອງ​ຂອງ​ພວກເຂົາ
ພຣະ​ຜູ້​ຊົງຣິດ​ທານຸພາບ​ສູງສຸດ ຄື​ພຣະ​ຜູ້ໄຖ່​ຂອງ​ພວກເຂົາ.
36ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ
ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.
37ພວກເຂົາ​ບໍ່ໄດ້​ສັດຊື່​ແລະ​ຈົງຮັກ​ພັກດີ​ຕໍ່​ພຣະອົງ
ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ.
38ແຕ່​ພຣະເມດຕາ​ນັ້ນ​ຍັງ​ມີ​ຢູ່​ຕໍ່ໄປ​ສຳລັບ​ພວກເຂົາ
ພຣະອົງ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ບໍ່ໄດ້​ທຳລາຍ​ພວກເຂົາ​ອີກ.
ພຣະອົງ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຫລາຍເທື່ອ​ຫລາຍທີ
ແລະ​ອົດກັ້ນ​ຄວາມ​ໂມໂຫ​ຂອງ​ພຣະອົງ​ໄວ້​ດ້ວຍ.
39ພຣະອົງ​ນຶກ​ໄດ້​ວ່າ​ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ທີ່​ຕາຍເປັນ
ດັ່ງ​ລົມ​ທີ່​ພັດ​ຜ່ານ​ມາ​ແລະ​ພັດ​ລ່ວງຫາຍ​ໄປ​ເທົ່ານັ້ນ.
40ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ
ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.
41ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ​ຫລາຍເທື່ອ​ໂດຍ​ເຮັດ​ໃຫ້​ອົງ​ບໍຣິສຸດ
ແຫ່ງ​ຊາດ​ອິດສະຣາເອນ​ຊອກຊໍ້າ.
42ພວກເຂົາ​ໄດ້​ຫຼົງລືມ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ
ແລະ​ວັນ​ທີ່​ພຣະອົງ​ໄດ້​ຊົງ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ສັດຕູ
43ກິດຈະການ​ຍິ່ງໃຫຍ່​ກັບ​ສິ່ງ​ອັດສະຈັນ​ຂອງ​ພຣະອົງ
ທີ່​ທົ່ງພຽງ​ເມືອງ​ໂຊອານ​ໃນ​ເອຢິບ​ນັ້ນ.
44ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄຫລ​ນອງ
ຕາມ​ຫ້ວຍຮ່ອງ​ກໍ​ບໍ່ມີ​ນໍ້າ​ໃຫ້​ຊາວ​ເອຢິບ​ດື່ມ.
45ພຣະອົງ​ໄດ້​ສົ່ງ​ຝູງ​ຮີ້ນ​ມາ​ທໍລະມານ​ພວກເຂົາ
ແລະ​ໄດ້​ສົ່ງ​ຝູງ​ກົບ​ມາ​ທຳລາຍ​ດິນແດນ​ດ້ວຍ.
46ພຣະອົງ​ໄດ້​ສົ່ງ​ຝູງຕັກແຕນ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ
ທັງ​ທຳລາຍ​ທົ່ງໄຮ່​ທົ່ງນາ​ຂອງ​ເຂົາເຈົ້າ​ດ້ວຍ.
47ພຣະອົງ​ໄດ້​ທຳລາຍ​ຕົ້ນ​ອະງຸ່ນ​ດ້ວຍ​ໝາກເຫັບ
ແລະ​ພຣະອົງ​ໄດ້​ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ດ້ວຍ​ນໍ້າກ້າມ.
48ພຣະອົງ​ໄດ້​ຂ້າ​ຝູງງົວ​ຂອງ​ພວກເຂົາ​ໂດຍ​ໃຫ້​ໝາກເຫັບ​ຕົກ​ມາ
ແລະ​ໄດ້​ຂ້າ​ຝູງແກະ​ຂອງ​ພວກເຂົາ​ໂດຍ​ໃຫ້​ມີ​ຟ້າ​ຜ່າ
49ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ທຸກໃຈ​ຢ່າງ​ໃຫຍ່ຫລວງ
ໂດຍ​ໄດ້​ເທ​ຄວາມ​ໂກດຮ້າຍ​ລົງ​ໃສ່​ເຂົາເຈົ້າ
ແລະ​ທັງ​ຄວາມ​ໂກດແຄ້ນ​ຢ່າງ​ຮຸນແຮງ​ທີ່ສຸດ
ດັ່ງ​ທູດ​ແຫ່ງ​ຄວາມຕາຍ​ສຸມກັນ​ມາ​ໃສ່.
50ພຣະອົງ​ບໍ່ໄດ້​ອົດກັ້ນ​ຄວາມ​ໂກດຮ້າຍ​ໄວ້​ເລີຍ
ໂດຍ​ບໍ່​ໄວ້​ຊີວິດ​ແຕ່​ຂ້າ​ຖິ້ມ​ດ້ວຍ​ໂຣກລະບາດ.
51ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທຸກຄົນ​ຂອງ​ພວກເຂົາ
ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ນັ້ນ.
52ແລ້ວ​ພຣະອົງ​ກໍ​ນຳພາ​ປະຊາຊົນ​ຂອງ​ພຣະອົງ
ດັ່ງ​ຄົນລ້ຽງແກະ​ນຳ​ຝູງແກະ​ອອກ​ໄປ​ນັ້ນ
ໂດຍ​ໄດ້​ນຳໜ້າ​ພວກເຂົາ​ອອກ​ໄປ
ຜ່ານ​ທະເລ​ຊາຍ​ທີ່​ແຫ້ງແລ້ງ.
53ພຣະອົງ​ໄດ້​ນຳພາ​ພວກເຂົາ​ໄປ​ຢ່າງ​ປອດໄພ ພວກເຂົາ​ຈຶ່ງ​ບໍ່​ຢ້ານກົວ,
ແຕ່​ນໍ້າ​ທະເລ​ໄດ້​ໄຫລ​ຖ້ວມ​ສັດຕູ​ຂອງ​ພວກເຂົາ.
54ພຣະອົງ​ໄດ້​ພາ​ໄປ​ສູ່​ດິນແດນ​ບໍຣິສຸດ​ຂອງ​ພຣະອົງ
ສູ່​ພູ​ທັງຫລາຍ​ທີ່​ພຣະຫັດຂວາ​ຂອງ​ພຣະອົງ​ໄດ້​ນິຣະມິດ​ໄວ້.
55ພຣະອົງ​ໄລ່​ຄົນ​ພື້ນເມືອງ​ໜີ​ຂະນະທີ່​ປະຊາຊົນ
ບຸກໜ້າ​ເຂົ້າ​ໄປ​ໂດຍ​ໄດ້​ແບ່ງປັນ​ດິນແດນ​ໃຫ້
ເປັນ​ກຳມະສິດ​ແກ່​ທຸກ​ເຜົ່າ​ຂອງ​ອິດສະຣາເອນ
ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ມີ​ທີ່​ຢູ່​ອາໄສ.
56ແຕ່​ພວກເຂົາ​ໄດ້​ພາກັນ​ທົດລອງ​ພຣະເຈົ້າ​ອົງ​ຊົງ​ຣິດທານຸພາບ​ສູງສຸດ.
ແລະ​ກະບົດ​ຕໍ່ສູ້​ພຣະອົງ.
57ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ
ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ
ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ
ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.
58ພວກເຂົາ​ກຸກກວນ​ພຣະອົງ​ໃຫ້​ໂກດຮ້າຍ​ສະເໝີມາ
ໂດຍ​ມີ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ
ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເຄືອງໃຈ​ຫລາຍ
ຍ້ອນ​ຮູບເຄົາຣົບ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ.
59ເມື່ອ​ເຫັນ​ເຊັ່ນນີ້ ພຣະເຈົ້າ​ກໍ​ກິ້ວໂກດ​ຫລາຍ
ສະນັ້ນ ພຣະອົງ​ຈຶ່ງ​ປະລະ​ປະຊາຊົນ​ຂອງ​ພຣະອົງ​ໝົດ​ສິ້ນ.
60ພຣະອົງ​ຍັງ​ໄດ້​ປະຖິ້ມ​ຫໍເຕັນ​ທີ່​ເມືອງ​ຊີໂລ
ຊຶ່ງ​ເປັນ​ທີ່​ປະທັບ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ.
61ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ
ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.
62ພຣະອົງ​ໄດ້​ໂກດຮ້າຍ​ປະຊາຊົນ​ທີ່​ຊົງ​ໄດ້​ເລືອກເອົາ
ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ສັງຫານ​ເຂົາເຈົ້າ.
63ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ
ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.
64ປະໂຣຫິດ​ກໍ​ຕາຍ​ດ້ວຍ​ຄົມ​ດາບ
ແລະ​ຍິງໝ້າຍ​ຂອງ​ພວກເຂົາ​ກໍ​ບໍ່ມີ​ການ​ໄວ້ທຸກ​ໃຫ້​ເຂົາເຈົ້າ.
65ໃນທີ່ສຸດ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຕື່ນຂຶ້ນ
ເໝືອນດັ່ງ​ຄົນ​ທີ່​ຕື່ນ​ຈາກ​ຫລັບນອນ
ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແຂງແຮງ​ຍ້ອນ​ລິດ​ເຫຼົ້າ​ອະງຸ່ນ.
66ພຣະອົງ​ໄດ້​ຂັບໄລ່​ພວກ​ສັດຕູ​ໃຫ້​ພ່າຍແພ້​ຖອຍຄືນ​ໄປ
ຢ່າງ​ອັບອາຍ​ຕະຫຼອດໄປ.
67ແລ້ວ​ພຣະອົງ​ໄດ້​ປະຖິ້ມ​ເຊື້ອສາຍ​ຂອງ​ໂຢເຊັບ
ພຣະອົງ​ບໍ່ໄດ້​ເລືອກເອົາ​ເຜົ່າ​ເອຟຣາອິມ​ດ້ວຍ.
68ແຕ່​ພຣະອົງ​ຊໍ້າພັດ​ເລືອກເອົາ​ເຜົ່າຢູດາ​ແທນ
ທັງ​ພູເຂົາ​ຊີໂອນ​ຊຶ່ງ​ພຣະອົງ​ຮັກ​ຫລາຍ​ທີ່ສຸດ​ນັ້ນ.
69ໃນ​ທີ່ນັ້ນ ພຣະອົງ​ໄດ້​ສ້າງ​ພຣະວິຫານ​ຂອງ​ພຣະອົງ
ເປັນ​ດັ່ງ​ບ່ອນ​ຂອງ​ພຣະອົງ​ຢູ່​ເທິງ​ຟ້າ​ສະຫວັນ
ດັ່ງ​ທີ່​ແຜ່ນດິນ​ໂລກ​ພຣະອົງ​ສ້າງ​ຜາສາດ​ຢ່າງ​ໝັ້ນຄົງ
ໃຫ້​ດຳລົງ​ຢູ່​ທຸກຍຸກ​ທຸກສະໄໝ​ໄດ້.
70ພຣະອົງ​ໄດ້​ເລືອກ​ດາວິດ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ
ໂດຍ​ໄດ້​ເອົາ​ເພິ່ນ​ມາ​ຈາກ​ທົ່ງ​ລ້ຽງແກະ​ພຸ້ນ
71ຄື​ບ່ອນ​ທີ່​ເພິ່ນ​ໄດ້​ເຝົ້າເບິ່ງ​ຝູງແກະ​ຂອງ​ເພິ່ນ
ແລະ​ພຣະອົງ​ໄດ້​ຫົດສົງ​ຕັ້ງ​ເພິ່ນ​ໃຫ້​ເປັນ​ຜູ້ນຳ
ຄື​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ
ເປັນ​ຜູ້​ລ້ຽງດູ​ປະຊາຊົນ​ຂອງ​ພຣະເຈົ້າ.
72ດາວິດ​ໄດ້​ດູແລ​ດ້ວຍ​ໃຈ​ທ່ຽງທຳ​ແລະ​ບໍ່​ເຫັນແກ່ຕົວ
ແລະ​ນຳພາ​ດ້ວຍ​ພິກໄຫວ​ອັນ​ສະຫລາດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy