YouVersion Logo
Search Icon

ເພງ^ສັນລະເສີນ 77

77
ໄດ້​ຮັບ​ຄວາມ​ໜູນໃຈ​ໃນ​ຄາວ​ລຳບາກ
1ຂ້ານ້ອຍ​ຮ້ອງທຸກ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ,
ຂ້ານ້ອຍ​ຮ້ອງຫາ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ.
2ເມື່ອ​ຢູ່​ໃນ​ຄາວ​ລຳບາກ​ເດືອດຮ້ອນ​ຂັດສົນ
ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ
ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ທັງຄືນ
ແຕ່​ຄວາມ​ເລົ້າໂລມ​ໃຈ​ກໍ​ບໍ່​ເຫັນ​ມາ​ປານ​ນີ້.
3ເມື່ອ​ຂ້ານ້ອຍ​ຄິດເຖິງ​ພຣະເຈົ້າ​ກໍ​ຖອນ​ຫາຍໃຈ
ເມື່ອ​ຄິດ​ຕຶກຕອງ​ກໍ​ອ່ອນ​ກຳລັງ​ໃຈ​ໄປ​ດ້ວຍ.
4ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ນອນ​ບໍ່​ຫລັບ​ທັງຄືນ
ຂ້ານ້ອຍ​ທຸກໃຈ​ຫລາຍ​ຈົນ​ເວົ້າຈາ​ຫຍັງ​ບໍ່ໄດ້.
5ຂ້ານ້ອຍ​ຫວນ​ຄິດເຖິງ​ເມື່ອ​ວັນຄືນ​ທີ່​ຜ່ານ​ໄປ
ແລະ​ຈື່ຈຳ​ເດືອນ​ປີ​ທີ່​ຜ່ານ​ມາ​ນັ້ນ.
6ຂ້ານ້ອຍ​ນອນ​ໃຊ້​ຄວາມ​ຄິດ​ຢ່າງໜັກ ທັງຄືນ
ຂ້ານ້ອຍ​ຄິດ​ຕຶກຕອງ​ແລະ​ຖາມ​ຕົນເອງ​ດັ່ງນີ້:
7“ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປະ​ພວກເຮົາ​ເລື້ອຍໆ​ຊັ້ນບໍ?
ພຣະອົງ​ຈະ​ບໍ່​ພໍໃຈ​ນຳ​ອີກ​ຕໍ່ໄປ​ຫລືນີ້?
8ພຣະອົງ​ເຊົາ​ຮັກ​ພວກເຮົາ​ແລ້ວ​ຊັ້ນບໍ?
ຄຳສັນຍາ​ຂອງ​ພຣະອົງ​ບໍ່​ຢັ້ງຢືນ​ຕໍ່ໄປ​ອີກ​ຫລືນີ້?
9ພຣະເຈົ້າ​ຫລົງ​ລືມ​ພຣະຄຸນ​ທີ່​ມີ​ຕໍ່​ພວກເຮົາ​ແລ້ວ​ຫລືນີ້?
ຄວາມ​ໂກດຮ້າຍ​ແທນ​ຄວາມ​ເມດຕາ​ແລ້ວ​ຫລືນີ້?”
10ແລ້ວ​ຂ້ານ້ອຍ​ເວົ້າ​ວ່າ, “ສິ່ງ​ທີ່​ເຮັດ​ໃຫ້​ປວດລ້າວ​ທີ່ສຸດ
ຄື​ວ່າ​ພຣະເຈົ້າ​ບໍ່ມີ​ຣິດອຳນາດ​ຕໍ່ໄປ​ແລ້ວ.”
11ຂ້ານ້ອຍ​ຈະ​ຈົດຈຳ​ພຣະເຈົ້າຢາເວ
ສິ່ງ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.
ຂ້ານ້ອຍ​ຈະ​ຄິດເຖິງ​ການ​ອັດສະຈັນ
ທີ່​ພຣະອົງ​ໄດ້​ເຮັດ​ຜ່ານ​ມາ​ນັ້ນ.
12ຂ້ານ້ອຍ​ຈະ​ຄິດເຖິງ​ທຸກສິ່ງ​ທີ່​ຊົງ​ໄດ້​ກະທຳ
ຄິດ​ຄຳນຶງເຖິງ​ທຸກສິ່ງ​ທີ່​ປ່ຽມ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ.
13ຂ້າແດ່​ພຣະເຈົ້າ ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ບໍຣິສຸດ
ບໍ່ມີ​ພະ​ຕົນໃດ​ທີ່​ຍິ່ງໃຫຍ່​ເໜືອກວ່າ​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້.
14ພຣະອົງ​ເປັນ​ພຣະເຈົ້າ​ທີ່​ເຮັດ​ການ​ອັດສະຈັນ​ທັງຫຼາຍ
ບັນດາ​ຊົນຊາດ​ກໍໄດ້​ເຫັນ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.
15ດ້ວຍ​ພຣະ​ກຳລັງ ພຣະອົງ​ໄດ້​ຊົງໄຖ່​ປະຊາຊົນ​ຂອງ​ພຣະອົງ
ຄື​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ​ແລະ​ຂອງ​ໂຢເຊັບ.
16ຂ້າແດ່​ພຣະເຈົ້າ ເມື່ອ​ນໍ້າ​ເຫັນ​ພຣະອົງ​ແລ້ວ​ກໍ​ເກີດ​ຢ້ານກົວ
ບ່ອນ​ເລິກ​ໃນ​ທ້ອງ​ທະເລ​ກໍ​ສັ່ນສະເທືອນ​ດ້ວຍ.
17ເມກ​ໝອກ​ໄດ້​ຖອກເທ​ຫ່າຝົນ​ລົງ​ມາ
ຟ້າ​ກໍ​ຮ້ອງ​ສຽງດັງ​ກ້ອງ​ກັງວານ​ໄປ
ທົ່ວ​ທ້ອງຟ້າ​ນະພາ
ແລະ​ຟ້າ​ກໍ​ແມບເຫລື້ອມ​ໂດຍ​ສົ່ງ​ແສງ​ໄປ​ທົ່ວ​ທຸກ​ທິດ.
18ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ
ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.
19ພຣະອົງ​ຍ່າງ​ເທິງ​ຄື້ນ​ນໍ້າ​ຂ້າມ​ທ້ອງ​ທະເລ​ໄປ
ແຕ່​ບໍ່ມີ​ຮອຍ​ບາດ​ຍ່າງ​ຂອງ​ພຣະອົງ​ໃຫ້​ປາກົດ​ເປັນ​ທີ່​ເຫັນ​ໄດ້.
20ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ
ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy