ຟີລິບປອຍ 2:9-11
ຟີລິບປອຍ 2:9-11 ພຄພ
ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ຊົງຍົກພຣະອົງ ຂຶ້ນເຖິງທີ່ສູງສຸດ ແລະ ໄດ້ຊົງປະທານພຣະນາມນັ້ນ ຊຶ່ງຢູ່ເໜືອນາມທັງປວງໃຫ້ແກ່ພຣະອົງ. ເພື່ອເພາະພຣະນາມນັ້ນ ທຸກຫົວເຂົ່າໃນສະຫວັນ ເທິງແຜ່ນດິນໂລກ ແລະໃຕ້ພື້ນດິນກໍດີ ຈະຄຸເຂົ່າລົງ ຂາບພຣະເຢຊູເຈົ້າ. ເພື່ອທຸກລີ້ນຈະຍອມຮັບວ່າ ພຣະເຢຊູຄຣິດເຈົ້າຊົງເປັນ ອົງພຣະຜູ້ເປັນເຈົ້າ ອັນເປັນການຖວາຍພຣະກຽດ ແກ່ພຣະເຈົ້າຄືພຣະບິດາເຈົ້າ.