YouVersion Logo
Search Icon

ຟີເລໂມນ 1

1
1ຈາກ ໂປໂລ ຜູ້​ຖືກ​ຄຸກ​ຢູ່ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ.
ເຖິງ ຟີເລໂມນ ເພື່ອນ​ຮ່ວມງານ​ທີ່ຮັກ​ຂອງ​ພວກເຮົາ 2ແລະ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ ແລະ ອັບເຟຍ ນ້ອງສາວ, ກັບ​ອາຂີໂປ ຜູ້​ເປັນ​ເພື່ອນ​ທະຫານ​ດ້ວຍ​ກັນ​ກັບ​ເຮົາ.
3ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ​ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.
ຄວາມຮັກ​ແລະ​ຄວາມເຊື່ອ ຂອງ​ຟີເລໂມນ
4ຟີເລໂມນ​ເອີຍ ທຸກ​ເທື່ອ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ກໍ​ລະນຶກເຖິງ​ເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຂອງເຮົາ​ຢູ່​ສະເໝີ. 5ເພາະ​ເຮົາ​ໄດ້​ຮັບ​ຂ່າວ​ເລື່ອງ​ຄວາມຮັກ​ແລະ​ຄວາມເຊື່ອ​ຂອງ​ເຈົ້າ ທີ່​ເຈົ້າ​ມີ​ຕໍ່​ອົງ​ພຣະເຢຊູເຈົ້າ ແລະ​ຕໍ່​ບັນດາ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ. 6ເຮົາ​ໄດ້​ພາວັນນາ​ອະທິຖານ ຂໍ​ໃຫ້​ການ​ເຂົ້າສ່ວນ​ໃນ​ຄວາມເຊື່ອ​ຂອງ​ເຈົ້າ​ນັ້ນ ຈົ່ງ​ໄດ້​ເກີດຜົນ ຄື​ເພີ່ມພູນ​ຄວາມ​ສັງເກດ​ຮູ້​ໃນ​ການ​ດີ​ທຸກຢ່າງ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດ. 7ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ ເພາະ​ຄວາມຮັກ​ຂອງ​ເຈົ້າ ຈິດໃຈ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ກໍໄດ້​ຮັບ​ຄວາມ​ສົດຊື່ນ​ຂຶ້ນ​ເພາະ​ເຈົ້າ.
ໂປໂລ​ຂໍຮ້ອງ​ເລື່ອງ​ໂອເນຊີໂມ
8ເພາະ​ເຫດ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ພຣະຄຣິດ ເຮົາ​ຈຶ່ງ​ມີ​ໃຈ​ກ້າ​ພໍ​ທີ່​ຈະ​ສັ່ງ​ເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ສົມຄວນ​ເຮັດ. 9ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ. 10ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ເພື່ອ​ໂອເນຊີໂມ ຜູ້​ທີ່​ເປັນ​ລູກ​ຂອງເຮົາ​ໃນ​ພຣະຄຣິດ. ດ້ວຍວ່າ, ເມື່ອ​ເຮົາ​ຖືກ​ຄຸກ​ຢູ່​ນັ້ນ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ລາວ​ຝ່າຍ​ຄວາມເຊື່ອ. 11ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ ແຕ່​ບັດນີ້​ລາວ​ເປັນ​ປະໂຫຍດ​ແກ່​ເຈົ້າ ແລະ​ແກ່​ເຮົາ​ເໝືອນກັນ.
12ບັດນີ້ ເຮົາ​ໄດ້​ໃຊ້​ລາວ​ຄືນ​ມາ​ຫາ​ເຈົ້າ ໂອເນຊີໂມ​ຜູ້​ນີ້ ເປັນ​ໝາກ​ຫົວໃຈ​ຂອງເຮົາ. 13ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ລາວ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ແທນ​ເຈົ້າ ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ​ນັ້ນ. 14ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ ກ່ອນ​ໄດ້​ຮັບ​ຄວາມ​ເຫັນ​ຈາກ​ເຈົ້າ ເພື່ອ​ຄຸນຄວາມດີ​ທີ່​ເຈົ້າ​ເຮັດ​ນັ້ນ​ຈະ​ບໍ່​ເປັນ​ການ​ຂົ່ມໃຈ ແຕ່​ໃຫ້​ເປັນ​ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ເຈົ້າ​ດ້ວຍ.
15ບາງທີ ໂອເນຊີໂມ​ໄດ້​ຈາກ​ເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ລາວ​ກັບຄືນ​ມາ​ຕະຫລອດໄປ, 16ເພາະ​ບັດນີ້ ລາວ​ບໍ່ແມ່ນ​ເປັນ​ພຽງ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ເທົ່ານັ້ນ ແຕ່​ດີກວ່າ​ຄົນ​ຮັບໃຊ້​ອີກ ຄື​ເປັນ​ອ້າຍ​ນ້ອງ​ທີ່ຮັກ​ຄົນ​ໜຶ່ງ, ລາວ​ເປັນ​ທີ່ຮັກ​ແກ່​ເຮົາ​ຫລາຍ ແລະ​ກໍ​ຄົງ​ເປັນ​ທີ່ຮັກ​ແກ່​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ​ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ.
17ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ເຈົ້າ​ຕ້ອນຮັບ​ຕົວ​ເຮົາ​ເອງ. 18ຖ້າ​ລາວ​ໄດ້​ເຮັດ​ຜິດພາດ​ປະການ​ໃດ ຫລື​ເປັນ​ໜີ້​ເຈົ້າ​ຫຍັງ​ແດ່ ກໍ​ໃຫ້​ເຈົ້າ​ຄິດ​ເອົາ​ນຳ​ເຮົາ. 19ຝ່າຍ​ເຮົາ ໄດ້​ລົງ​ມື​ຂຽນ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ແທນຄືນ​ໃຫ້ ແຕ່​ສ່ວນ​ເຈົ້າ​ເປັນ​ໜີ້​ເຮົາ​ນັ້ນ ຄື​ຊີວິດ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ບໍ່​ອ້າງ​ເຖິງ.” 20ດັ່ງນັ້ນ ນ້ອງ​ເອີຍ ຂໍ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ເຈົ້າ​ໃນ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງເຮົາ​ສົດຊື່ນ​ຂຶ້ນ​ໃນ​ພຣະຄຣິດ.
21ເຮົາ​ມີ​ຄວາມ​ໝັ້ນໃຈ​ວ່າ ເຈົ້າ​ຈະ​ເຊື່ອຟັງ​ເຮົາ ຈຶ່ງ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ເຈົ້າ ເພາະ​ຮູ້​ວ່າ ເຈົ້າ​ຈະ​ເຮັດ​ລື່ນ​ກວ່າ​ທີ່​ເຮົາ​ເວົ້າ​ນັ້ນ​ອີກ. 22ນອກ​ນັ້ນ ຈົ່ງ​ຈັດຕຽມ​ຫ້ອງ​ພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ມາ​ຫາ​ເຈົ້າ ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.
ຄຳ​ທັກທາຍ ແລະ​ຄຳອວຍພອນ​ສຸດທ້າຍ
23ເອປາ​ຟາ ຜູ້​ຖືກ​ຄຸກ​ຢູ່​ກັບ​ເຮົາ ເພາະ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ 24ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.
25ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in