ຈົດບັນຊີ 6
6
ລະບຽບການຂອງພວກນາຊີຣີ
1ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, 2“ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ຊາຍຫລືຍິງຄົນໃດທີ່ບະບົນຕົນເອງເປັນພິເສດວ່າ ຈະເປັນຄົນນາຊີຣີແລະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ 3ຈະຕ້ອງບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າ. ລາວຈະຕ້ອງບໍ່ດື່ມເຄື່ອງດື່ມຊະນິດໃດໆ ທີ່ເຮັດດ້ວຍໝາກອະງຸ່ນຫລືກິນໝາກອະງຸ່ນສົດຫລືແຫ້ງ. 4ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງບໍ່ກິນສິ່ງໃດທີ່ມາຈາກໝາກອະງຸ່ນ ແມ່ນແຕ່ແນວປູກແລະເປືອກຂອງມັນກໍຕາມ.
5ໃນລະຫວ່າງທີ່ອຸທິດຕົນເປັນຄົນນາຊີຣີຢູ່ນັ້ນ ລາວຈະຕ້ອງບໍ່ຕັດຜົມຫລືແຖໜວດ. ລາວຈະຕ້ອງຢູ່ໃຕ້ຄຳບະບົນຕົວຕະຫລອດເວລາທີ່ວ່າ ຈະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ແລະລາວຈະຕ້ອງຈົ່ງຜົມແລະຈົ່ງໜວດຂອງຕົນ. 6-7ຜົມຂອງລາວເປັນເຄື່ອງໝາຍຂອງການອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ. ສະນັ້ນ ລາວຈຶ່ງຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນໂດຍເຂົ້າໄປໃກ້ຊາກສົບ ບໍ່ວ່າຂອງພໍ່ແມ່ຫລືອ້າຍເອື້ອຍນ້ອງຂອງຕົນກໍຕາມ. 8ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງປະພຶດຕົນຢ່າງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ.
9ຖ້າມີຄົນໜຶ່ງຫາກຕາຍຢ່າງກະທັນຫັນຢູ່ໃກ້ຄົນນາຊີຣີ ອັນເປັນເຫດໃຫ້ຜົມອັນສັກສິດຂອງລາວເປັນມົນທິນ ລາວຕ້ອງຄອຍຖ້າເຈັດວັນກ່ອນຈຶ່ງຕັດຜົມແລະແຖໜວດໄດ້. ແລ້ວລາວກໍຈະເປັນມົນທິນຕາມກົດບັນຍັດ. 10ໃນວັນທີແປດ ລາວຈະຕ້ອງນຳນົກເຂົາຫລືນົກກາງແກແນວລະສອງໂຕ ມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 11ປະໂຣຫິດຈະຕ້ອງຖວາຍໂຕໜຶ່ງເພື່ອເປັນການລຶບລ້າງບາບ ແລະອີກໂຕໜຶ່ງຈະຕ້ອງເຜົາບູຊາເພື່ອປະກອບພິທີຊຳລະຕົວໃຫ້ບໍຣິສຸດ ຍ້ອນແຕະຕ້ອງຊາກສົບ. ນັບແຕ່ວັນນັ້ນເປັນຕົ້ນໄປ ຊາຍຄົນນີ້ຈະຮັກສາຜົມຂອງລາວໃຫ້ສັກສິດອີກໃໝ່ 12ແລະຈະຕ້ອງອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ເປັນຄົນນາຊີຣີອີກຕາມເວລາທີ່ໄດ້ກຳນົດໄວ້. ການອຸທິດຕົນໃນຄັ້ງກ່ອນນັ້ນໃຊ້ການບໍ່ໄດ້ ເພາະວ່າຜົມອັນສັກສິດຂອງລາວເປັນມົນທິນ. ເພື່ອເປັນການໃຊ້ແທນຄືນ ລາວຈະຕ້ອງນຳແກະເຖິກໂຕໜຶ່ງອາຍຸໜຶ່ງປີມາຖວາຍ.
13ເມື່ອຄົບກຳນົດບະບົນແລ້ວ ຄົນນາຊີຣີຈະຕ້ອງປະກອບພິທີຕາມກົດບັນຍັດ ລາວຈະຕ້ອງໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ 14ແລະຖວາຍສັດສາມໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ ໃຫ້ແກ່ພຣະເຈົ້າຢາເວດັ່ງນີ້: ແກະເຖິກໂຕໜຶ່ງອາຍຸໜຶ່ງປີເພື່ອເຜົາບູຊາ, ແກະແມ່ໂຕໜຶ່ງອາຍຸໜຶ່ງປີເພື່ອລຶບລ້າງບາບ ແລະແກະເຖິກໂຕໜຶ່ງເພື່ອຄວາມສາມັກຄີທຳ. 15ລາວຈະຕ້ອງຖວາຍເຂົ້າຈີ່ບໍ່ມີເຊື້ອແປ້ງອີກກະຕ່າໜຶ່ງຄື: ເຂົ້າໜົມເປັນແຜ່ນໜາໆທີ່ເຮັດດ້ວຍແປ້ງປະສົມກັບນໍ້າມັນໝາກກອກເທດ, ເຂົ້າໜົມເປັນແຜ່ນບາງໆທີ່ປົນກັບນໍ້າມັນໝາກກອກເທດ ແລະນອກຈາກນີ້ຍັງຈະຖວາຍພືດຜົນເປັນເມັດ ແລະເຫຼົ້າອະງຸ່ນຕາມກຳນົດອີກດ້ວຍ.
16ປະໂຣຫິດຈະຕ້ອງຖວາຍສິ່ງທັງໝົດເຫຼົ່ານັ້ນຕໍ່ໜ້າພຣະເຈົ້າຢາເວ ພ້ອມທັງຖວາຍເຄື່ອງລຶບລ້າງບາບແລະເຄື່ອງບູຊາດ້ວຍໄຟ. 17ເພິ່ນຈະຕ້ອງຖວາຍແກະເຖິກ ໃຫ້ແກ່ພຣະເຈົ້າຢາເວເພື່ອຄວາມສາມັກຄີທຳ ພ້ອມກັບກະຕ່າເຂົ້າຈີ່ນັ້ນ; ເພິ່ນຈະຕ້ອງຖວາຍພືດຜົນເປັນເມັດແລະເຫຼົ້າອະງຸ່ນອີກດ້ວຍ. 18ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ຄົນນາຊີຣີຈະແຖຫົວຂອງຕົນແລະເອົາຜົມໄປຈູດໄຟ ທີ່ກຳລັງໄໝ້ເຄື່ອງຖວາຍບູຊາເພື່ອຄວາມສາມັກຄີທຳຢູ່ນັ້ນ.
19ແລ້ວປະໂຣຫິດກໍຈະເອົາຊີ້ນຂາໜ້າຂອງແກະເຖິກ ທີ່ຕົ້ມສຸກແລ້ວ ພ້ອມທັງເຂົ້າໜົມໜາແຜ່ນໜຶ່ງແລະເຂົ້າໜົມບາງແຜ່ນໜຶ່ງ ໄປໃສ່ມືຂອງຄົນນາຊີຣີ. 20ຕໍ່ມາ ປະໂຣຫິດຈະຖວາຍສິ່ງເຫຼົ່ານີ້ ເປັນເຄື່ອງຖວາຍບູຊາດ້ວຍໄຟແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ; ສິ່ງເຫຼົ່ານັ້ນ ເປັນເຄື່ອງຖວາຍອັນສັກສິດສຳລັບປະໂຣຫິດ ນອກຈາກສ່ວນທຳມະດາທີ່ເພິ່ນໄດ້ຮັບຕາມກົດບັນຍັດຄື: ຊີ້ນໜ້າເອິກແລະຂາຂອງແກະເຖິກ. ຫລັງຈາກນັ້ນ ຄົນນາຊີຣີຈຶ່ງດື່ມເຫຼົ້າອະງຸ່ນໄດ້.
21ອັນນີ້ ເປັນກົດບັນຍັດຂອງຄົນນາຊີຣີ, ແຕ່ຖ້າຄົນນາຊີຣີຜູ້ໜຶ່ງຫາກສາບານວ່າ ຈະຖວາຍບູຊາແກ່ພຣະເຈົ້າຢາເວນອກເໜືອໄປກວ່ານີ້ອີກ ລາວຕ້ອງປະຕິບັດໃຫ້ສຳເລັດຕາມທີ່ຕົນໄດ້ສາບານໄວ້.”
ຄຳອວຍພອນຂອງປະໂຣຫິດ
22ພຣະເຈົ້າຢາເວໄດ້ສັ່ງໂມເຊ 23ໃຫ້ບອກອາໂຣນແລະພວກລູກຊາຍຂອງເພິ່ນ ອວຍພອນປະຊາຊົນອິດສະຣາເອນ ໂດຍໃຊ້ຖ້ອຍຄຳດັ່ງຕໍ່ໄປນີ້: 24“ຂໍພຣະເຈົ້າຢາເວອວຍພອນແລະປົກປັກຮັກສາພວກເຈົ້າ; 25ຂໍພຣະເຈົ້າຢາເວຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາແລະກະລຸນາ; 26ຂໍພຣະເຈົ້າຢາເວຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາເອັນດູ ແລະໂຜດສັນຕິສຸກແກ່ພວກເຈົ້າເຖີດ.”
27“ຖ້າພວກເຂົາຫາກກ່າວຄຳອວຍພອນແກ່ລູກຫຼານອິດສະຣາເອນ ໃນນາມຊື່ຂອງເຮົາດັ່ງນີ້ ເຮົາກໍຈະອວຍພອນພວກເຂົາ.”
Currently Selected:
ຈົດບັນຊີ 6: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.