ຈົດບັນຊີ 5
5
ຄົນເປັນມົນທິນ
1ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 2“ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ໄລ່ທຸກຄົນທີ່ເປັນໂຣກຂີ້ທູດ ຫລືມີສິ່ງບໍ່ສະອາດໄຫລອອກມາຈາກຮ່າງກາຍ ແລະເປັນມົນທິນເພາະແຕະຕ້ອງຊາກສົບ ອອກໄປຈາກຄ້າຍພັກອາໄສ. 3ຈົ່ງໄລ່ຄົນເຫຼົ່ານີ້ອອກໄປຢູ່ນອກຄ້າຍພັກ ບໍ່ວ່າຍິງຫລືຊາຍກໍຕາມ; ເພື່ອວ່າພວກເຂົາຈະບໍ່ໄດ້ນຳເອົາຄວາມໜ້າກຽດໜ້າຊັງມາສູ່ຄ້າຍພັກ ບ່ອນທີ່ເຮົາສະຖິດຢູ່ໃນທ່າມກາງປະຊາຊົນຂອງເຮົາ.” 4ຊາວອິດສະຣາເອນໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ແລະໄລ່ພວກເຂົາທຸກຄົນອອກໄປຈາກຄ້າຍພັກ.
ການໃຊ້ແທນຄືນເມື່ອເຮັດຜິດ
5ພຣະເຈົ້າຢາເວໄດ້ມອບຄຳສັ່ງດັ່ງຕໍ່ໄປນີ້ໃຫ້ແກ່ໂມເຊວ່າ, 6“ເມື່ອປະຊາຊົນອິດສະຣາເອນ ຜູ້ໃດຜູ້ໜຶ່ງບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ແລະເຮັດຜິດຕໍ່ຜູ້ໜຶ່ງຜູ້ໃດ 7ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ. 8ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະບໍ່ມີຍາດພີ່ນ້ອງໃກ້ຄຽງທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ. 9ເຊັ່ນດຽວກັນ ການຖວາຍແກວ່ງໄປແກວ່ງມາທຸກເທື່ອ ທີ່ຊາວອິດສະຣາເອນໄດ້ນຳມາຖວາຍ ຈະເປັນຂອງປະໂຣຫິດຜູ້ປະກອບພິທີລຶບລ້າງບາບ. 10ປະໂຣຫິດແຕ່ລະຄົນຈະຮັບເອົາເຄື່ອງບູຊາທີ່ນຳມາຖວາຍນັ້ນເປັນຂອງຕົນ.”
ກໍລະນີທີ່ຜົວສົງໄສເມຍຫລີ້ນຊູ້
11ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, 12-14“ໃຫ້ມອບຄຳແນະນຳດັ່ງຕໍ່ໄປນີ້ແກ່ປະຊາຊົນອິດສະຣາເອນວ່າ ຖ້າຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນວ່າ ນາງບໍ່ສັດຊື່ແລະເປັນຊູ້ກັບຊາຍຄົນອື່ນ, ແຕ່ຕົນບໍ່ແນ່ໃຈຍ້ອນວ່າຜູ້ເປັນເມຍອາດອຳໄວ້ ຄືບໍ່ມີຜູ້ຮູ້ເຫັນເປັນພະຍານໃຫ້ ແລະຈັບບໍ່ໄດ້ຄາທີ່ຄາບ່ອນ ຫລືອາດເປັນໄປໄດ້ທີ່ຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນ ໂດຍທີ່ນາງບໍ່ໄດ້ນອກໃຈຕົນກໍຕາມ. 15ໃນສອງກໍລະນີນີ້ ໃຫ້ຜູ້ເປັນຜົວພາເມຍຂອງຕົນໄປຫາປະໂຣຫິດ. ລາວຈະຕ້ອງນຳແປ້ງເຂົ້າໜຶ່ງກິໂລກຼາມໄປຖວາຍ, ແຕ່ລາວຈະບໍ່ຖອກນໍ້າມັນໝາກກອກເທດໃສ່ແປ້ງ ຫລືໂຮຍເຄື່ອງຫອມລົງເທິງແປ້ງນັ້ນ ເພາະແມ່ນການຖວາຍທີ່ເກີດຈາກຄວາມສົງໄສ ເພື່ອຈະນຳຄວາມຈິງໃຈມາສູ່ຊຶ່ງກັນແລະກັນ.
16ປະໂຣຫິດຈະນຳຍິງນັ້ນມາໃກ້, ແລະຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ. 17ເພິ່ນຈະຖອກນໍ້າບໍຣິສຸດໃສ່ຖ້ວຍດິນ ແລະເອົາຂີ້ຝຸ່ນດີນທີ່ຫໍເຕັນສັກສິດ ໂຮຍລົງໃນນໍ້າ. 18ແລ້ວປະໂຣຫິດກໍຈະໃຫ້ຍິງນັ້ນຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ, ແກ້ຜົມທີ່ນາງມ້ວນໄວ້ນັ້ນອອກມາ, ແລະເອົາແປ້ງເຂົ້າທີ່ນາງນຳມາຖວາຍໃຫ້ນາງຖື. ສ່ວນປະໂຣຫິດເອງຈະເປັນຜູ້ຖືຖ້ວຍນໍ້າຂົມທີ່ນຳຄຳສາບແຊ່ງມາໃຫ້. 19ແລ້ວປະໂຣຫິດກໍຈະກ່າວຄຳສາບານ ໂດຍໃຫ້ຍິງຜູ້ນັ້ນຕອບຮັບດັ່ງນີ້: ‘ຖ້າເຈົ້າຫາກບໍ່ໄດ້ຫລີ້ນຊູ້ ເຈົ້າກໍຈະພົ້ນຈາກຄຳສາບແຊ່ງທີ່ນໍ້ານີ້ຈະນຳມາໃຫ້. 20-21ແຕ່ຖ້າເຈົ້າຫາກໄດ້ຫລີ້ນຊູ້ ກໍຂໍໃຫ້ພຣະເຈົ້າຢາເວເຮັດໃຫ້ຊື່ຂອງເຈົ້າຖືກປະນາມຢູ່ໃນທ່າມກາງຄົນທັງຫລາຍ. ຂໍພຣະອົງບັນດານໃຫ້ອະໄວຍະວະລັບຂອງເຈົ້າເປັນໝັນແລະທ້ອງຂອງເຈົ້າໃຄ່. 22ຂໍພຣະເຈົ້າຢາເວເຮັດໃຫ້ນໍ້າທີ່ເຂົ້າໄປໃນທ້ອງຂອງເຈົ້ານັ້ນ ເຮັດໃຫ້ທ້ອງເຈົ້າໃຄ່ ແລະທັງເຮັດໃຫ້ອະໄວຍະວະລັບຂອງເຈົ້າເປັນໝັນດ້ວຍ.’
ຍິງນັ້ນຈະຕ້ອງຕອບວ່າ, ‘ອາແມນ ອາແມນ.’
23ແລ້ວປະໂຣຫິດກໍຈະຂຽນຄຳສາບແຊ່ງຈຸ່ມລົງໃນນໍ້າຂົມ ຈົນຄຳສາບແຊ່ງນັ້ນລຶບອອກ. 24ກ່ອນຈະເອົານໍ້າໃຫ້ຍິງຜູ້ນັ້ນດື່ມ ຄືນໍ້າທີ່ເຮັດໃຫ້ນາງເຈັບປວດ 25ປະໂຣຫິດຈະຮັບເອົາແປ້ງຊຶ່ງຖວາຍຕໍ່ໜ້າພຣະເຈົ້າຢາເວນໍາມາທີ່ແທ່ນບູຊາ. 26ແລ້ວປະໂຣຫິດກໍຈະກຳເອົາແປ້ງໜຶ່ງກຳໄປເຜົາທີ່ເທິງແທ່ນບູຊາ ເພື່ອເປັນເຄື່ອງໝາຍສະແດງວ່າ ໄດ້ຖວາຍແປ້ງນັ້ນແລ້ວ. ສຸດທ້າຍ ເພິ່ນຈຶ່ງເອົານໍ້າໃຫ້ນາງດື່ມ. 27ຖ້ານາງຫາກໄດ້ຫລີ້ນຊູ້ແທ້ ນໍ້ານັ້ນກໍຈະເຮັດໃຫ້ນາງໄດ້ຮັບຄວາມເຈັບປວດຢ່າງແຮງ; ທ້ອງຂອງນາງຈະໃຄ່ແລະອະໄວຍະວະກໍຈະລີບເຂົ້າ. ຝ່າຍຄົນທັງຫລາຍຈະສາບແຊ່ງຊື່ຂອງນາງ. 28ແຕ່ຖ້ານາງຫາກບໍ່ມີຄວາມຜິດ ນາງກໍຈະບໍ່ເປັນອັນຕະລາຍແຕ່ຢ່າງໃດ ແລະນາງຈະມີລູກໄດ້.
29-30ອັນນີ້ ແມ່ນກົດບັນຍັດໃນກໍລະນີທີ່ຊາຍຜູ້ໜຶ່ງຫຶງຫວງແລະສົງໄສວ່າ ເມຍຂອງຕົນຫລີ້ນຊູ້. ແລ້ວຍິງນັ້ນຈະຕ້ອງຢືນຢູ່ຕໍ່ໜ້າແທ່ນບູຊາຊ້ອງໜ້າພຣະເຈົ້າຢາເວ ແລະປະໂຣຫິດຈະເປັນຜູ້ປະຕິບັດຕາມກົດບັນຍັດນີ້ທຸກປະການ. 31ຝ່າຍຜົວຈະພົ້ນຄວາມຜິດ ແຕ່ຝ່າຍເມຍກໍຈະໄດ້ຮັບໂທດຖ້ານາງຫາກເຮັດຜິດ.”
Currently Selected:
ຈົດບັນຊີ 5: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.