ຈົດບັນຊີ 2
2
ການຈັດວາງເຜົ່າຕ່າງໆໃນຄ້າຍພັກ
1ພຣະເຈົ້າຢາເວໄດ້ແນະນຳໂມເຊແລະອາໂຣນດັ່ງຕໍ່ໄປນີ້ 2ຄື: ເມື່ອຊາວອິດສະຣາເອນຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍຢູ່ພາຍໃຕ້ທຸງໄຊປະຈຳກອງພົນ ແລະທຸງປະຈຳຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນບ່ອນຊຸມນຸມ ແຕ່ໃຫ້ຫ່າງໄກພໍສົມຄວນ.
3-9ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້:
| ເຜົ່າ | ຫົວໜ້າ | ຈຳນວນ |
|---|---|---|
| ຢູດາ | ນາໂຊນ ລູກຊາຍຂອງອຳມີນາດາບ | 74.600 ຄົນ |
| ອິດຊາຄາ | ເນທາເນນ ລູກຊາຍຂອງຊູອາ | 54.400 ຄົນ |
| ເຊບູໂລນ | ເອລີອາບ ລູກຊາຍຂອງເຮໂລນ | 57.400 ຄົນ |
| ລວມ: | 186.400 ຄົນ |
ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ.
10-16ທາງດ້ານໃຕ້ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງຣູເບັນ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້:
| ເຜົ່າ | ຫົວໜ້າ | ຈຳນວນ |
|---|---|---|
| ຣູເບັນ | ເອລີຊູ, ລູກຊາຍຂອງເຊເດອູເຣ | 46.500 ຄົນ |
| ຊີເມໂອນ | ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ | 59.300 ຄົນ |
| ກາດ | ເອລີອາສັບ, ລູກຊາຍຂອງດູເອນ | 45.650 ຄົນ |
| ລວມ: | 151.450 ຄົນ |
ໃຫ້ກອງພົນຂອງຣູເບັນຍົກອອກໄປເປັນພວກທີສອງ.
17ຕໍ່ມາ ລະຫວ່າງສອງກອງພົນທີ່ນຳໜ້າກ່ອນ ແລະສອງກອງພົນທີ່ນຳຫລັງນັ້ນ ໃຫ້ຊາວເລວີຫາມຫໍເຕັນບ່ອນຊຸມນຸມຍົກອອກໄປ. ແຕ່ລະກອງພົນຈະຕ້ອງຍົກອອກໄປໃຫ້ເປັນລຳດັບແບບດຽວກັນ ແລະໃນບ່ອນທີ່ຕັ້ງຄ້າຍພັກກໍໃຫ້ຢູ່ໃນລະບຽບນີ້ຄື: ແຕ່ລະກອງພົນໃຫ້ຢູ່ພາຍໃຕ້ທຸງໄຊຂອງຕົນ.
18-24ທາງດ້ານຕາເວັນຕົກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເອຟຣາອິມ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້:
| ເຜົ່າ | ຫົວໜ້າ | ຈຳນວນ |
|---|---|---|
| ເອຟຣາອິມ | ເອລີຊາມາ ລູກຊາຍຂອງອາມມີຮຸດ | 40.500 ຄົນ |
| ມານາເຊ | ກາມາລີເອນ ລູກຊາຍຂອງເປດາຊູ | 32.200 ຄົນ |
| ເບັນຢາມິນ | ອາບີດານ ລູກຊາຍຂອງກີເດໂອນີ | 35.400 ຄົນ |
| ລວມ: | 108.100 ຄົນ |
ໃຫ້ກອງພົນຂອງເອຟຣາອິມຍົກອອກໄປເປັນພວກທີສາມ.
25-31ທາງດ້ານເໜືອໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງດານ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້:
| ເຜົ່າ | ຫົວໜ້າ | ຈຳນວນ |
|---|---|---|
| ດານ | ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ | 62.700 ຄົນ |
| ອາເຊ | ປາກີເອນ ລູກຊາຍຂອງອົກກະຣັນ | 41.500 ຄົນ |
| ເນັບທາລີ | ອາຮີຣາ ລູກຊາຍຂອງເອນັນ | 53.400 ຄົນ |
| ລວມ: | 157.600 ຄົນ |
ໃຫ້ກອງພົນຂອງດານຍົກອອກໄປເປັນພວກສຸດທ້າຍ.
32ລວມຈຳນວນປະຊາຊົນອິດສະຣາເອນທັງໝົດ ທີ່ຖືກເກນເຂົ້າເປັນທະຫານຢູ່ໃນກອງພົນ ເປັນໝວດໝູ່ຕ່າງໆນັ້ນມີ: 603.550 ຄົນ. 33ສ່ວນຊາວເລວີບໍ່ໄດ້ຖືກຈົດຊື່ລວມເຂົ້ານຳພວກອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊ.
34ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງປະຕິບັດຕາມ ທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະຍົກອອກໄປຕາມຕະກຸນຂອງຕົນ.
Currently Selected:
ຈົດບັນຊີ 2: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.