ຈົດບັນຊີ 1
1
ການຈົດຈຳນວນພົນຄັ້ງທີໜຶ່ງ
1ໃນມື້ທີໜຶ່ງຂອງເດືອນທີສອງໃນປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນອອກຈາກປະເທດເອຢິບແລ້ວ ພຣະເຈົ້າຢາເວໄດ້ບອກໂມເຊ ທີ່ຫໍເຕັນບ່ອນຊຸມນຸມ ທີ່ຖິ່ນແຫ້ງແລ້ງກັນດານຊີນາຍວ່າ, 2“ໃຫ້ເຈົ້າແລະອາໂຣນຈົດຈຳນວນພົນຊາວອິດສະຣາເອນ ຕາມຕະກຸນແລະຕາມຄອບຄົວ ໃຫ້ຈົດລາຍຊື່ຜູ້ຊາຍທັງໝົດ 3ແຕ່ອາຍຸຊາວປີຂຶ້ນໄປທີ່ເປັນທະຫານໄດ້. 4ຈົ່ງຂໍເອົາຫົວໜ້າທຸກໆຕະກຸນຂອງແຕ່ລະເຜົ່າໃຫ້ຊ່ວຍພວກເຈົ້າ.” 5-16ຕໍ່ໄປນີ້ແມ່ນລາຍຊື່ບຸກຄົນ ຄືບັນດາຜູ້ນຳຢູ່ໃນເຜົ່າຂອງພວກເຂົາ ຜູ້ທີ່ໄດ້ຖືກຄັດເລືອກຈາກຊຸມຊົນ ໃຫ້ຊ່ວຍເຫລືອໃນວຽກງານການຈົດຈຳນວນພົນໃນຄັ້ງນີ້:
| ຊື່ເຜົ່າ | ຜູ້ທີ່ເປັນຫົວໜ້າຕະກຸນ |
|---|---|
| ຣູເບັນ | ເອລີຊູ ລູກຊາຍຂອງເຊເດອູເຣ |
| ຊີເມໂອນ | ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ |
| ຢູດາ | ນາໂຊນ ລູກຊາຍຂອງອຳມີນາດາບ |
| ອິດຊາຄາ | ເນທາເນນ ລູກຊາຍຂອງຊູອາ |
| ເຊບູໂລນ | ເອລີອາບ ລູກຊາຍຂອງເຮໂລນ |
| ເອຟຣາອິມ | ເອລີຊາມາ ລູກຊາຍຂອງອາມມີຮຸດ |
| ມານາເຊ | ກາມາລີເອນ ລູກຊາຍຂອງເປດາຊູ |
| ເບັນຢາມິນ | ອາບີດານ ລູກຊາຍຂອງກີເດໂອນີ |
| ດານ | ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ |
| ອາເຊ | ປາກີເອນ ລູກຊາຍຂອງອົກກະຣັນ |
| ກາດ | ເອລີອາສັບ ລູກຊາຍຂອງດູເອນ |
| ເນັບທາລີ | ອາຮີຣາ ລູກຊາຍຂອງເອນັນ |
17ດ້ວຍການຊ່ວຍເຫລືອຂອງສິບສອງຄົນນີ້ ໃນມື້ທີໜຶ່ງຂອງເດືອນທີສອງ 18ໂມເຊແລະອາໂຣນຈຶ່ງໄດ້ເອີ້ນຊຸມຊົນອິດສະຣາເອນທັງໝົດມາ ແລະໄດ້ຈົດຊື່ພວກເຂົາທັງໝົດຕາມຕະກຸນ ແລະຕາມຄອບຄົວ. ຜູ້ຊາຍອິດສະຣາເອນທຸກຄົນ ຕັ້ງແຕ່ອາຍຸຊາວປີຂຶ້ນໄປໄດ້ຖືກຈົດຊື່ ແລະຖືກນັບໄວ້ 19ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ໂມເຊໄດ້ຈົດຊື່ປະຊາຊົນນີ້ຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ. 20-46ຜູ້ຊາຍແຕ່ຊາວປີຂຶ້ນໄປທີ່ເປັນທະຫານໄດ້ ກໍຖືກຈົດຊື່ໄວ້ຕາມຕະກຸນແລະຕາມຄອບຄົວ ໂດຍເລີ່ມແຕ່ເຜົ່າຣູເບັນລູກຊາຍຂອງຢາໂຄບເປັນຕົ້ນໄປ. ຈຳນວນພົນທັງໝົດມີດັ່ງນີ້:
| ຊື່ເຜົ່າ | ຈຳນວນ |
|---|---|
| ຣູເບັນ | 46.500 ຄົນ |
| ຊີເມໂອນ | 59.300 ຄົນ |
| ກາດ | 45.650 ຄົນ |
| ຢູດາ | 74.600 ຄົນ |
| ອິດຊາຄາ | 54.400 ຄົນ |
| ເຊບູໂລນ | 57.400 ຄົນ |
| ເອຟຣາອິມ | 40.500 ຄົນ |
| ມານາເຊ | 32.200 ຄົນ |
| ເບັນຢາມິນ | 35.400 ຄົນ |
| ດານ | 62.700 ຄົນ |
| ອາເຊ | 41.500 ຄົນ |
| ເນັບທາລີ | 53.400 ຄົນ |
| ລວມ | 603.550 ຄົນ |
47ພວກເລວີບໍ່ໄດ້ຖືກຈົດຊື່ເຂົ້າກັບເຜົ່າອື່ນໆ 48ເພາະພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, 49“ເມື່ອເຈົ້າຈົດຈຳນວນພົນທີ່ເປັນທະຫານໄດ້ນັ້ນ ຢ່ານັບເຜົ່າເລວີເຂົ້ານຳ, 50ແຕ່ໃຫ້ພວກເຂົາກຳກັບຫໍເຕັນສັກສິດແຫ່ງພັນທະສັນຍາ, ແລະກຳກັບເຄື່ອງໃຊ້ປະຈຳແລະສິ່ງຂອງໃນນັ້ນທັງໝົດ; ພວກເຂົາຈະແບກຫາມຫໍເຕັນສັກສິດ ແລະເຄື່ອງໃຊ້ຕ່າງໆປະຈຳຫໍເຕັນສັກສິດ ຕະຫລອດທັງຮັບໃຊ້ຢູ່ໃນທີ່ນັ້ນ ແລະຕັ້ງທີ່ພັກອ້ອມຮອບທີ່ນັ້ນດ້ວຍ. 51ເມື່ອພວກເຈົ້າຍົກຍ້າຍຄ້າຍພັກເທື່ອໃດ ພວກເລວີກໍຈະມ້າງຫໍເຕັນສັກສິດລົງ ແລະຕັ້ງຂຶ້ນອີກຢູ່ໃນຄ້າຍພັກບ່ອນໃໝ່ເທື່ອນັ້ນ. ຜູ້ໃດຜູ້ໜຶ່ງທີ່ເຂົ້າມາໃກ້ຫໍເຕັນສັກສິດ ຈະໄດ້ຮັບໂທດເຖິງຕາຍ. 52ສ່ວນຊາວອິດສະຣາເອນພວກອື່ນນັ້ນ ຈະຕ້ອງຕັ້ງຄ້າຍພັກຂອງພວກຕົນເປັນກອງຮ້ອຍຄື: ແຕ່ລະຄົນຕາມໝວດແລະຕາມທຸງປະຈຳຕະກຸນຂອງຕົນ. 53ສ່ວນພວກເລວີນັ້ນ ພວກເຂົາຈະຕ້ອງຕັ້ງຄ້າຍອ້ອມຮອບຫໍເຕັນສັກສິດແຫ່ງພັນທະສັນຍາໄວ້ ເພື່ອຈະບໍ່ມີໃຜເຂົ້າມາໃກ້ ແລະກໍ່ເຫດໃຫ້ມີຄວາມໂກດຮ້າຍຕໍ່ຊຸມຊົນອິດສະຣາເອນໄດ້. ໃຫ້ພວກເລວີເຝົ້າຮັກສາຫໍເຕັນສັກສິດແຫ່ງພັນທະສັນຍາໄວ້.” 54ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ເຮັດທຸກໆສິ່ງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
Currently Selected:
ຈົດບັນຊີ 1: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.