ຈົດບັນຊີ 11
11
ບ່ອນທີ່ມີຊື່ວ່າຕາເບຣາ
1ປະຊາຊົນໄດ້ເລີ່ມຈົ່ມທຸກຕໍ່ພຣະເຈົ້າຢາເວເຖິງຄວາມເດືອດຮ້ອນຂອງພວກເຂົາ. ເມື່ອພຣະເຈົ້າຢາເວໄດ້ຍິນພວກເຂົາ ພຣະອົງກໍໂກດຮ້າຍແລະສົ່ງໄຟລົງມາເທິງພວກເຂົາ. ໄຟພຣະເຈົ້າຢາເວໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ ແລະໄດ້ທຳລາຍສົ້ນໜຶ່ງຂອງຄ້າຍພັກ. 2ປະຊາຊົນໄດ້ຮ້ອງຫາໂມເຊໃຫ້ຊ່ວຍເຫລືອ; ເພິ່ນໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວແລະໄຟນັ້ນກໍໄດ້ມອດລົງ. 3ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າຕາເບຣາ ກໍເພາະວ່າໃນທີ່ນັ້ນ ໄຟຂອງພຣະເຈົ້າຢາເວໄດ້ລຸກໄໝ້ຕໍ່ສູ້ພວກເຂົາ.
ໂມເຊເລືອກຜູ້ນຳເຈັດສິບຄົນ
4ມີພວກຄົນມັກໂລບບາງຄົນໄດ້ເດີນທາງໄປກັບຊາວອິດສະຣາເອນ. ພວກເຂົາຢາກກິນຊີ້ນຫລາຍທີ່ສຸດ ແລະແມ່ນແຕ່ຊາວອິດສະຣາເອນເອງກໍໄດ້ເລີ່ມຕໍ່ວ່າຕໍ່ຂານວ່າ, “ພວກເຮົາຢາກກິນຊີ້ນເຫລືອເກີນ 5ຢູ່ໃນປະເທດເອຢິບ ພວກເຮົາເຄີຍກິນປາຕາມຄວາມຕ້ອງການໂດຍບໍ່ຕ້ອງຊື້. ພວກເຮົາຄິດຮອດໝາກແຕງ, ໝາກໂມ, ຜັກຫອມແປ້ນ, ຜັກບົ່ວ ແລະຜັກທຽມເດ 6ແຕ່ດຽວນີ້ບໍ່ມີຫຍັງກິນເລີຍ ທຸກໆມື້ໄດ້ກິນແຕ່ມານາເທົ່ານັ້ນ ແລະພວກເຮົາກໍອິດອ່ອນໝົດແຮງ.”
( 7ມານາເປັນຄືເມັດຜັກກໍຣຽນເດ ແລະສີຄືຢາງເຣຊິນ. 8-9 ມັນຕົກລົງເທິງຄ້າຍພັກໃນຕອນກາງຄືນພ້ອມກັບນໍ້າໝອກ. ເຊົ້າວັນໃໝ່ມາ ປະຊາຊົນຈະໄປເກັບເອົາມາໂມ້ເຮັດແປ້ງ ແລະຕົ້ມໃຫ້ສຸກເພື່ອເຮັດເຂົ້າໜົມແຜ່ນ. ຣົດຊາດຂອງມານາຄືກັບເຂົ້າຈີ່ ທີ່ອົບໃສ່ນໍ້າມັນໝາກກອກເທດ.)
10ໂມເຊໄດ້ຍິນປະຊາຊົນທັງໝົດກຳລັງຈົ່ມຕໍ່ວ່າຕໍ່ຂານ ໃນຂະນະທີ່ພວກເຂົາຢືນຈົ່ມຢູ່ທີ່ປະຕູເຂົ້າເຕັນຂອງພວກເຂົາ, ພຣະເຈົ້າຢາເວໄດ້ໂກດຮ້າຍຢ່າງແຮງ ແລະໂມເຊກໍເປັນທຸກໜັກໃຈຫລາຍ. 11ດັ່ງນັ້ນ ໂມເຊຈຶ່ງໄດ້ກ່າວຕໍ່ພຣະເຈົ້າຢາເວວ່າ, “ເປັນຫຍັງພຣະອົງຈຶ່ງນຳຄວາມເດືອດຮ້ອນຢ່າງນີ້ມາຖືກຂ້ານ້ອຍ? ພຣະອົງເຊົາພໍໃຈກັບຂ້ານ້ອຍແລ້ວບໍ? ດ້ວຍເຫດໃດ ພຣະອົງຈຶ່ງໄດ້ໃຫ້ຂ້ານ້ອຍຮັບຜິດຊອບຄົນທັງໝົດເຫຼົ່ານີ້. 12ຂ້ານ້ອຍບໍ່ໄດ້ຖືພາພວກເຂົາ ຫລືບໍ່ໄດ້ໃຫ້ກຳເນີດແກ່ພວກເຂົາ ເປັນຫຍັງພຣະອົງຈຶ່ງໃຫ້ຂ້ານ້ອຍເຮັດໜ້າທີ່ເປັນນາງພະຍາບານ ຄອຍອູ້ມໂຊມພວກເຂົາເໝືອນດັ່ງແອນ້ອຍໄປຕະຫລອດທາງຢ່າງນີ້ ເພື່ອນຳພວກເຂົາໄປສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົາ? 13ຂ້ານ້ອຍຈະໄປຫາຊີ້ນມາແຕ່ໃສ ເພື່ອໃຫ້ພຽງພໍກັບຄົນເຫຼົ່ານີ້ກິນ? ພວກເຂົາກຳລັງຈົ່ມທຸກຕໍ່ຂ້ານ້ອຍວ່າ, ‘ຈົ່ງເອົາຊີ້ນໃຫ້ພວກເຮົາກິນແດ່!’ 14ຂ້ານ້ອຍບໍ່ສາມາດຮັບຜິດຊອບຄົນທັງໝົດເຫຼົ່ານີ້ໂດຍຕົນເອງໄດ້ດອກ ມັນເຫລືອບ່າກວ່າແຮງຂອງຂ້ານ້ອຍແທ້ໆ. 15ຖ້າພຣະອົງຈະເຮັດຕໍ່ຂ້ານ້ອຍຢ່າງນີ້ແລ້ວ ຈົ່ງສັງຫານຂ້ານ້ອຍຖິ້ມເສຍ ຖ້າພຣະຄຸນຂອງພຣະອົງຍັງມີສຳລັບຂ້ານ້ອຍ ຂ້ານ້ອຍຈະບໍ່ໄດ້ປະເຊີນຕໍ່ຄວາມຫຼົ້ມຈົມອັນໂຫດຮ້າຍທີ່ຈະມາຖືກຂ້ານ້ອຍຕໍ່ໄປ.”
16ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງນັດປະຊຸມຫົວໜ້າເຈັດສິບຄົນທີ່ປະຊາຊົນເຄົາຣົບນັບຖື ແລະພາພວກເຂົາມາຫາເຮົາທີ່ຫໍເຕັນບ່ອນຊຸມນຸມ ແລະບອກພວກເຂົາໃຫ້ຢືນຢູ່ໃກ້ເຈົ້າ. 17ເຮົາຈະລົງມາກ່າວແກ່ເຈົ້າຢູ່ໃນທີ່ນັ້ນ ແລະເຮົາຈະເອົາພຣະວິນຍານບາງສ່ວນ ທີ່ເຮົາໄດ້ປະທານໃຫ້ເຈົ້າ ແລະມອບໃຫ້ພວກເຂົາ. ແລ້ວພວກເຂົາກໍຈະຊ່ວຍເຈົ້າຮັບຜິດຊອບປະຊາຊົນເຫຼົ່ານີ້ ເພື່ອເຈົ້າຈະບໍ່ຕ້ອງຮັບພາລະນີ້ຜູ້ດຽວ. 18ບັດນີ້ ຈົ່ງບອກປະຊາຊົນວ່າ, ‘ໃນມື້ອື່ນໃຫ້ພວກເຈົ້າເຮັດພິທີຊຳລະຕົນເອງ. ພວກເຈົ້າຈະມີຊີ້ນກິນ ເພາະພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມທຸກ. ພຣະອົງຮູ້ວ່າພວກເຈົ້າຢາກກິນຊີ້ນ ແລະເວົ້າວ່າຢູ່ປະເທດເອຢິບພຸ້ນສະບາຍກວ່າ. ບັດນີ້ ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຊີ້ນກິນ ແລະພວກເຈົ້າຈະຕ້ອງກິນຊີ້ນນີ້. 19ພວກເຈົ້າຈະມີຊີ້ນກິນບໍ່ພຽງແຕ່ມື້ໜຶ່ງຫລືສອງມື້ ຫລືຫ້າມື້ ຫລືສິບມື້ ຫລືຊາວມື້ເທົ່ານັ້ນ 20ແຕ່ຈະມີກິນໜຶ່ງເດືອນເຕັມ ຈົນມັນລົ້ນອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາພຣະເຈົ້າຢາເວ ອົງທີ່ໄດ້ສະຖິດຢູ່ທີ່ນີ້ທ່າມກາງພວກເຈົ້າ ແລະພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢິບກໍດີກວ່າ.”’
21ໂມເຊໄດ້ກ່າວວ່າ, “ພວກທີ່ຢູ່ນຳຂ້ານ້ອຍມີຊາຍສະກັນຫົກແສນຄົນ ແລະພຣະອົງກ່າວວ່າ, ‘ຈະໃຫ້ພວກເຂົາມີຊີ້ນກິນພຽງພໍໜຶ່ງເດືອນຊັ້ນບໍ?’ 22ຈະມີງົວແລະແກະມາແຕ່ໃສພຽງພໍ ເພື່ອຂ້າໃຫ້ພວກເຂົາກິນ? ປາໝົດທັງທ້ອງທະເລຈະພຽງພໍສຳລັບໃຫ້ພວກເຂົາກິນບໍ?”
23ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ເຈົ້າຄິດວ່າອຳນາດຂອງພຣະເຈົ້າຢາເວມີຂອບເຂດຈຳກັດຊັ້ນບໍ? ໃນບໍ່ຊ້ານີ້ ເຈົ້າຈະໄດ້ເຫັນວ່າສິ່ງທີ່ເຮົາໄດ້ກ່າວໄປນັ້ນຈະເກີດຂຶ້ນແທ້ຫລືບໍ່.”
24ສະນັ້ນ ໂມເຊຈຶ່ງອອກໄປ ແລະໄດ້ບອກປະຊາຊົນ ເຖິງສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ. ເພິ່ນໄດ້ນັດປະຊຸມພວກຜູ້ນຳເຈັດສິບຄົນ ແລະຈັດໃຫ້ພວກເຂົາຢືນຢູ່ອ້ອມຫໍເຕັນ. 25ແລ້ວພຣະເຈົ້າຢາເວກໍໄດ້ລົງມາໃນກ້ອນເມກແລະກ່າວແກ່ໂມເຊ. ພຣະອົງໄດ້ເອົາພຣະວິນຍານທີ່ພຣະອົງໄດ້ປະທານໃຫ້ແກ່ໂມເຊນັ້ນ ມອບໃຫ້ແກ່ຜູ້ນຳເຈັດສິບຄົນດ້ວຍ. ເມື່ອພຣະວິນຍານໄດ້ລົງມາເທິງພວກເຂົານັ້ນ ຕ່າງກໍຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ ແຕ່ຫລັງຈາກນັ້ນພວກເຂົາບໍ່ໄດ້ເຮັດຢ່າງນັ້ນອີກ.
26ມີສອງຄົນໃນພວກຜູ້ນຳເຈັດສິບຄົນ ຄືເອັນດາດແລະເມດາດທີ່ພັກຢູ່ໃນຄ້າຍ ແລະບໍ່ໄດ້ເຂົ້າມາໃນຫໍເຕັນ. ພຣະວິນຍານໄດ້ລົງມາເທິງພວກເຂົາຢູ່ທີ່ຄ້າຍພັກນັ້ນ ແລະພວກເຂົາກໍໄດ້ຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ. 27ມີຊາຍໜຸ່ມຄົນໜຶ່ງຮີບຟ້າວແລ່ນອອກໄປບອກໂມເຊ ເຖິງສິ່ງທີ່ໄດ້ເກີດຂຶ້ນກັບເອັນດາດແລະເມດາດ.
28ແລ້ວໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍຂອງໂມເຊຕັ້ງແຕ່ສະໄໝຍັງເປັນໜຸ່ມ ກໍໄດ້ເວົ້າກັບໂມເຊວ່າ, “ທ່ານເອີຍ ຈົ່ງໄປບອກພວກເຂົາໃຫ້ຢຸດສາ.”
29ໂມເຊໄດ້ຕອບວ່າ, “ເຈົ້າມາອິດສາຜົນປະໂຫຍດຂອງຂ້ອຍເຮັດຫຍັງ? ຂ້ອຍຢາກໃຫ້ປະຊາຊົນທຸກໆຄົນຂອງພຣະອົງເປັນຜູ້ທຳນວາຍ ແລະຂໍໃຫ້ພຣະເຈົ້າຢາເວມອບພຣະວິນຍານຂອງພຣະອົງໃຫ້ແກ່ພວກເຂົາເທີ້ນ.” 30ແລ້ວໂມເຊພ້ອມດ້ວຍພວກຜູ້ນຳຂອງຊາດອິດສະຣາເອນເຈັດສິບຄົນ ກໍໄດ້ພາກັນກັບຄືນເມືອຄ້າຍພັກ.
ພຣະເຈົ້າຢາເວສົ່ງນົກຂຸ້ມມາ
31ໃນທັນໃດນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ມີລົມພັດເອົາຝູງນົກຂຸ້ມມາຈາກທະເລ ໂດຍກອງກັນຂຶ້ນຈາກພື້ນດິນປະມານໜຶ່ງແມັດ. ມັນໄດ້ມາຈາກທຸກທິດທາງອ້ອມຄ້າຍພັກ ເປັນໄລຍະຫລາຍກິໂລແມັດທົ່ວທຸກບ່ອນທີ່ອ້ອມແອ້ມຄ້າຍພັກນັ້ນ. 32ດັ່ງນັ້ນ ປະຊາຊົນຈຶ່ງພາກັນຈັບເອົານົກຂຸ້ມນັ້ນຕະຫລອດວັນຕະຫລອດຄືນ, ແຕ່ລະຄົນຈັບໄດ້ຫລາຍບໍ່ຕໍ່າກວ່າຫ້າຍາງ ແລ້ວພວກເຂົາກໍເອົາອອກໄປຕາກໄວ້ທົ່ວຄ້າຍພັກ. 33ໃນຂະນະທີ່ພວກເຂົາຍັງມີຊີ້ນກິນຢ່າງອຸດົມສົມບູນຢູ່ນັ້ນ ພຣະເຈົ້າຢາເວຊໍ້າໂກດຮ້າຍປະຊາຊົນ ແລະພຣະເຈົ້າຢາເວໄດ້ບັນດານໃຫ້ເກີດໂຣກອະຫິວາໃນທ່າມກາງພວກເຂົາ. 34ພວກເຂົາໄດ້ໃສ່ຊື່ບ່ອນນັ້ນວ່າ ກິບໂຣດ ຮັດຕາອາວາ (ຊຶ່ງໝາຍຄວາມວ່າ “ຂຸມຝັງສົບຂອງຜູ້ຢາກກິນແຮງ”) ເພາະໃນທີ່ນັ້ນແມ່ນບ່ອນຝັງສົບຂອງຄົນທີ່ອຶດຫິວຊີ້ນກິນເປັນອາຫານ.
35ແລ້ວປະຊາຊົນກໍໄດ້ຍົກຍ້າຍໄປສູ່ ຮາເຊໂຣດ ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກ.
Currently Selected:
ຈົດບັນຊີ 11: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: