ຈົດບັນຊີ 10
10
ແກເງິນ
1ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, 2“ຈົ່ງເອົາເງິນມາເຮັດແກສອງອັນ ເພື່ອໃຊ້ເອີ້ນປະຊາຊົນມາປະຊຸມ ແລະເອີ້ນໃຫ້ມ້າງຄ້າຍ. 3ເມື່ອແກທັງສອງດັງສຽງຍາວໆ ໃຫ້ຊຸມຊົນທັງໝົດມາປະຊຸມກັນກັບເຈົ້າ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 4ແຕ່ເມື່ອແກດຽວດັງຂຶ້ນ ໃຫ້ບັນດາຫົວໜ້າຕະກຸນຕ່າງໆມາປະຊຸມກັນກັບເຈົ້າ. 5ເມື່ອສຽງແກດັງສັ້ນໆ ໃຫ້ເຜົ່າຕ່າງໆທີ່ຕັ້ງຄ້າຍຢູ່ທາງທິດຕາເວັນອອກຍົກອອກໄປ. 6ເມື່ອສຽງແກດັງສັ້ນໆເທື່ອທີສອງ ໃຫ້ເຜົ່າທັງຫລາຍທີ່ຕັ້ງຢູ່ທາງໃຕ້ຍົກອອກໄປ. ສະນັ້ນ ສຽງແກສັ້ນໆຈຶ່ງເປັນສັນຍານໃຫ້ຍົກຍ້າຍຄ້າຍພັກ, 7ແຕ່ເພື່ອໃຫ້ຊຸມຊົນມາປະຊຸມກັນ ໃຫ້ເປົ່າແກສຽງດັງຍາວໆ. 8ໃຫ້ພວກລູກຊາຍຂອງປະໂຣຫິດອາໂຣນ ເປັນຜູ້ເຮັດໜ້າທີ່ເປົ່າແກນີ້.
ໃຫ້ຊາວອິດສະຣາເອນທຸກຊົ່ວເຊັ່ນຄົນໃນພາຍຄັ້ງໜ້າ ຢຶດຖືຂໍ້ບັງຄັບດັ່ງຕໍ່ໄປນີ້: 9ເມື່ອອອກໄປເຮັດເສິກໃນດິນແດນຂອງພວກເຈົ້າທີ່ສັດຕູເຂົ້າມາໂຈມຕີ ຈົ່ງເປົ່າແກນີ້ເປັນສັນຍານສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະລະນຶກຄິດເຖິງພວກເຈົ້າ ແລະຈະຊ່ວຍພວກເຈົ້າໃຫ້ພົ້ນຈາກເຫຼົ່າສັດຕູທັງຫລາຍ. 10ໃນໂອກາດມ່ວນຊື່ນເບີກບານເຊັ່ນ: ວັນສະຫລອງເທດສະການຕ່າງໆແລະເດືອນອອກໃໝ່ ເມື່ອພວກເຈົ້າຖວາຍເຄື່ອງບູຊາດ້ວຍໄຟ ແລະຖວາຍເພື່ອຄວາມສາມັກຄີທຳ ກໍໃຫ້ເປົ່າແກສຽງດັງກ້ອງສະໜັ່ນ. ການສະຫລອງເທດສະການຕ່າງໆນັ້ນຈະເປັນທີ່ລະນຶກຄິດເຖິງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ຊາວອິດສະຣາເອນຍົກຍ້າຍຄ້າຍພັກ
11ໃນວັນທີຊາວຂອງເດືອນທີສອງໃນປີທີສອງ ເມກທີ່ຢູ່ເທິງຫໍເຕັນສັກສິດ ກໍໄດ້ລອຍຂຶ້ນໄປ 12ແລະຊາວອິດສະຣາເອນໄດ້ເລີ່ມອອກເດີນທາງຈາກຖິ່ນແຫ້ງແລ້ງກັນດານຊີນາຍ. ເມກນັ້ນໄດ້ມາຢຸດຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.
13ແມ່ນຄັ້ງທຳອິດ ທີ່ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍຍົກອອກໄປ ຕາມຄຳສັ່ງຂອງພຣະເຈົ້າຢາເວໂດຍຜ່ານທາງໂມເຊ, 14ແຕ່ລະເທື່ອທີ່ຍົກຍ້າຍນັ້ນ ພວກເຂົາກໍຍົກຍ້າຍຕາມລະບຽບດຽວກັນ. ພວກທີ່ຢູ່ໃຕ້ທຸງໄຊປະຈຳກອງພົນຂອງເຜົ່າຢູດາອອກເດີນທາງກ່ອນ ຄືຍ້າຍອອກໄປເທື່ອລະກອງຮ້ອຍ ໂດຍແມ່ນນາໂຊນລູກຊາຍຂອງອຳມີນາດາບ ເປັນຜູ້ບັນຊາການ. 15ເນທາເນນລູກຊາຍຂອງຊູອາ ເປັນຜູ້ບັນຊາການເຜົ່າອິດຊາຄາ 16ແລະເອລີອາບລູກຊາຍຂອງເຮໂລນເປັນຜູ້ບັນຊາການເຜົ່າເຊບູໂລນ.
17ເວລາມ້າງຫໍເຕັນສັກສິດແລ້ວໆ ຕະກຸນຂອງເກໂຊນແລະເມຣາຣີ ຈະເປັນພວກແບກຫາມຫໍເຕັນສັກສິດອອກເດີນທາງໄປ.
18ຕໍ່ມາ ພວກທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເຜົ່າຣູເບັນກໍເລີ່ມອອກເດີນທາງ ໂດຍແມ່ນເອລີຊູລູກຊາຍຂອງເຊເດອູເຣ ເປັນຜູ້ບັນຊາການ. 19ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ ເປັນຜູ້ບັນຊາການເຜົ່າຊີເມໂອນ 20ແລະເອລີອາສັບລູກຊາຍຂອງດູເອນ ເປັນຜູ້ບັນຊາການເຜົ່າກາດ.
21ແລ້ວຊາວເລວີໃນຕະກຸນໂກຮາດທີ່ເປັນພວກແບກຫາມເຄື່ອງສັກສິດ ກໍເລີ່ມອອກເດີນທາງ. ເມື່ອພວກນີ້ໄດ້ເດີນທາງໄປຮອດຄ້າຍພັກໃໝ່ແລ້ວ ພວກອື່ນໆທີ່ໄປກ່ອນກໍໄດ້ຕັ້ງຫໍເຕັນສັກສິດຂຶ້ນເປັນທີ່ຮຽບຮ້ອຍແລ້ວ.
22ຕໍ່ມາ ພວກທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເຜົ່າເອຟຣາອິມ ກໍເລີ່ມອອກເດີນທາງ ເທື່ອລະກອງຮ້ອຍໂດຍມີເອລີຊາມາລູກຊາຍຂອງອາມມີຮຸດ ເປັນຜູ້ບັນຊາການ. 23ກາມາລີເອນລູກຊາຍຂອງເປດາຊູເປັນຜູ້ບັນຊາການເຜົ່າມານາເຊ 24ແລະອາບີດານລູກຊາຍຂອງກີເດໂອນີ ເປັນຜູ້ບັນຊາການເຜົ່າເບັນຢາມິນ.
25ສຸດທ້າຍໃຫ້ພວກທີ່ຢູ່ໃຕ້ທຸງໄຊປະຈຳກອງພົນຂອງເຜົ່າດານ ທີ່ເປັນໜ່ວຍປ້ອງກັນດ້ານຫລັງຂອງທຸກໆກອງພົນເລີ່ມອອກເດີນທາງ ເທື່ອລະກອງຮ້ອຍ ໂດຍມີອາຮີເອເຊລູກຊາຍຂອງອຳມີຊັດດາຍ ເປັນຜູ້ບັນຊາການ. 26ປາກີເອນລູກຊາຍຂອງອົກກະຣັນ ເປັນຜູ້ບັນຊາການເຜົ່າອາເຊ 27ແລະອາຮີຣາລູກຊາຍຂອງເອນັນ ເປັນຜູ້ບັນຊາການເຜົ່າເນັບທາລີ. 28ອັນນີ້ ແມ່ນລະບຽບການຍົກຍ້າຍຂະບວນໄປຕາມລຳດັບເທື່ອລະກອງຮ້ອຍ ໃນເວລາໃດທີ່ຊາວອິດສະຣາເອນມ້າງຫລືຕັ້ງຄ້າຍຂຶ້ນໃໝ່.
29ແລ້ວໂມເຊກໍໄດ້ເຊີນໂຮບັບ ລູກຊາຍຂອງເຢທະໂຣຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາກຳລັງຈະອອກເດີນທາງໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ບອກໄວ້ວ່າຈະມອບໃຫ້. ພຣະເຈົ້າຢາເວໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນໃຫ້ແກ່ເຈົ້າດ້ວຍ.”
30ໂຮບັບຕອບວ່າ, “ບໍ່ໄປດອກ ຂ້ອຍຈະກັບຄືນສູ່ບ້ານເກີດເມືອງນອນຂອງຂ້ອຍ.”
31ໂມເຊຂໍຮ້ອງວ່າ, “ຢ່າໜີໄປປະພວກເຮົາເລີຍ ເຈົ້າຮູ້ຈັກດີວ່າ ບ່ອນໃດທີ່ພວກເຮົາຄວນຈະຕັ້ງຄ້າຍພັກຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະເຈົ້າກໍເປັນຜູ້ນຳທາງພວກເຮົາໄດ້. 32ຖ້າເຈົ້າຫາກໄປກັບພວກເຮົາ ພວກເຮົາຈະແບ່ງປັນພຣະພອນທຸກຢ່າງໃຫ້ເຈົ້າ ຕາມທີ່ພຣະເຈົ້າຢາເວໂຜດໃຫ້ພວກເຮົາ.”
ປະຊາຊົນເລີ່ມອອກເດີນທາງ
33ເມື່ອປະຊາຊົນອອກຈາກພູເຂົາຂອງພຣະເຈົ້າຢາເວໄປນັ້ນ ພວກເຂົາໄດ້ເດີນທາງເປັນເວລາສາມວັນ. ພວກເຂົາຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວອອກໜ້າໄປກ່ອນ ເພື່ອຊອກຫາບ່ອນຕັ້ງຄ້າຍພັກ. 34ເມື່ອພວກເຂົາຍ້າຍອອກຈາກຄ້າຍພັກເທື່ອໃດ ກ້ອນເມກຂອງພຣະເຈົ້າຢາເວກໍຢູ່ເທິງພວກເຂົາເທື່ອນັ້ນ.
35ທຸກເທື່ອທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາອອກເດີນທາງໄປນັ້ນ ໂມເຊຕ້ອງໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫຼົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ.” 36ແລະເມື່ອໃດທີ່ພວກເຂົາຢຸດເດີນທາງ ເພິ່ນຕ້ອງເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດກັບມາຫາຄອບຄົວຊາວອິດສະຣາເອນທີ່ມີເປັນໝື່ນໆເຖີດ.”
Currently Selected:
ຈົດບັນຊີ 10: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: