YouVersion Logo
Search Icon

ມາຣະໂກ 4

4
ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ
(ມທ 13:1-9; ລກ 8:4-8)
1ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ອີກ​ທີ່​ແຄມ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ມາ​ເຕົ້າໂຮມ​ກັນ ແລ້ວ​ມາ​ຫາ​ພຣະອົງ ຈົນ​ພຣະອົງ​ຂຶ້ນ​ໄປ​ນັ່ງ​ຢູ່​ໃນ​ເຮືອ​ຫ່າງ​ຈາກ​ຝັ່ງ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ. 2ພຣະອົງ​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ​ໃນ​ຕອນ​ນີ້​ພຣະອົງ​ໄດ້​ສອນ​ໂດຍ​ກ່າວ​ວ່າ,
3“ຈົ່ງ​ຟັງ​ໃຫ້​ດີ ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ. 4ຂະນະທີ່​ເຂົາ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ຕົກ​ຕາມ​ຫົນທາງ ແລະ​ຝູງ​ນົກ​ໄດ້​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ. 5ບາງ​ເມັດ​ຕົກ​ໃສ່​ດິນ​ທີ່​ມີ​ຫີນ ຄື​ບ່ອນ​ທີ່​ມີ​ດິນ​ໜ້ອຍ​ຫີນ​ຫລາຍ ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ ເພາະ​ພື້ນດິນ​ບໍ່​ເລິກ. 6ແລະ​ເມື່ອ​ແສງ​ແດດ​ກ້າ ພືດ​ທີ່​ຮາກ​ບໍ່​ເລິກ​ນັ້ນ ກໍ​ແຫ້ມ​ແດດ ແລະ​ຫ່ຽວແຫ້ງ​ໄປ. 7ບາງ​ເມັດ​ຕົກ​ໃສ່​ກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ​ຫຸ້ມ​ຮັດ​ພືດ​ເຫຼົ່ານັ້ນ​ໄວ້​ຈຶ່ງ​ເກີດຜົນ​ບໍ່ໄດ້. 8ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ, ພືດ​ກໍ​ງອກງາມ​ແລະ​ຈະເລີນ​ຂຶ້ນ ຈຶ່ງ​ເກີດຜົນ: ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”
9ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”
ຈຸດປະສົງ​ຂອງ​ຄຳອຸປະມາ
(ມທ 13:10-17; ລກ 8:9-10)
10ເມື່ອ​ພຣະເຢຊູເຈົ້າ​ຢູ່​ຕາມ​ລຳພັງ​ແລ້ວ ພວກ​ຕິດຕາມ​ພຣະອົງ​ບາງຄົນ ແລະ​ສາວົກ​ສິບສອງ​ຄົນ​ຈຶ່ງ​ຖາມ​ພຣະອົງ​ກ່ຽວກັບ​ຄຳອຸປະມາ​ດັ່ງ​ກ່າວ. 11ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ພວກເຈົ້າ​ໄດ້​ຮູ້ຈັກ​ຄວາມ​ເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ສຳລັບ​ຄົນ​ຜູ້​ທີ່​ຢູ່​ນອກ ພວກເຂົາ​ຟັງ​ຮູ້​ທຸກຢ່າງ​ໄດ້​ໂດຍ​ອາໄສ​ຄຳອຸປະມາ 12ເພື່ອ​ວ່າ
‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ກໍ​ຈະ​ບໍ່​ເຫັນ
ຟັງ​ແລ້ວ​ຟັງ​ອີກ ແຕ່​ກໍ​ຈະ​ບໍ່​ເຂົ້າໃຈ
ຖ້າ​ພວກເຂົາ​ຮູ້ ຄົງ​ຫັນ​ກັບຄືນ
ມາ​ຫາ​ພຣະເຈົ້າ
ແລະ ຮັບ​ການອະໄພ.”’
ພຣະເຢຊູເຈົ້າ​ອະທິບາຍ​ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ
(ມທ 13:18-23; ລກ 8:11-15)
13ແລ້ວ​ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ຖ້າ​ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ແລ້ວ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງ​ໃດ? 14ຜູ້​ຫວ່ານ​ນັ້ນ ໄດ້​ແກ່​ຜູ້​ຫວ່ານ​ພຣະທຳ​ຂອງ​ພຣະເຈົ້າ. 15ເມັດ​ທີ່​ຕົກ​ຕາມ​ຖະໜົນ​ຫົນທາງ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ​ນັ້ນ​ແລ້ວ ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດ​ຊີງ​ເອົາ​ພຣະທຳ​ທີ່​ຫວ່ານ​ໃນ​ໃຈ​ເຂົາ​ນັ້ນ​ໄປ​ເສຍ. 16ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ທີ່​ມີ​ຫີນ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ​ແລ້ວ ກໍ​ຮັບ​ເອົາ​ໄວ້​ທັນທີ ດ້ວຍ​ຄວາມ​ຍິນດີ. 17ຍ້ອນ​ບໍ່ມີ​ຮາກ​ໃນ​ຕົນເອງ​ຈຶ່ງ​ທົນ​ຢູ່​ບໍ່ໄດ້​ດົນ. ດັ່ງນັ້ນ ເມື່ອ​ໄດ້​ຮັບ​ຄວາມ​ຍາກ​ລຳບາກ ຫລື​ຖືກ​ຂົ່ມເຫັງ​ເພາະ​ພຣະທຳ​ນັ້ນ ເຂົາ​ຈຶ່ງ​ທໍ້ຖອຍ​ໃຈ​ທັນທີ. 18ເມັດ​ພືດ​ທີ່​ຕົກ​ໃສ່​ກາງ​ພຸ່ມໜາມ ໄດ້​ແກ່​ຜູ້​ທີ່​ໄດ້ຍິນ​ພຣະທຳ, 19ແຕ່​ເຂົາ​ມີ​ຄວາມ​ກັງວົນ​ເຖິງ​ຊີວິດ​ນີ້, ການ​ຢາກຮັ່ງ​ຢາກມີ, ຕະຫລອດ​ທັງ​ຄວາມ​ຕ້ອງການ​ທຸກສິ່ງ​ທຸກຢ່າງ ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະທຳ​ໄວ້ ພຣະທຳ​ຈຶ່ງ​ບໍ່​ເກີດຜົນ 20ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້ຍິນ​ພຣະທຳ​ແລ້ວ ຕ້ອນຮັບ​ເອົາ​ໄວ້​ຈຶ່ງ​ເກີດຜົນ​ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”
ຄຳອຸປະມາ​ເລື່ອງ​ໂຄມໄຟ
(ລກ 8:16-18)
21ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ມີ​ຜູ້ໃດ​ທີ່​ໄຕ້​ໂຄມໄຟ​ໄວ້ ແລ້ວ​ເອົາ​ເຂົ້າ​ໄວ້​ໃນ​ຖັງ ຫລື​ເອົາ​ວາງ​ໄວ້​ຢູ່​ກ້ອງ​ຕຽງນອນ? ບໍ່ແມ່ນ​ເຂົາ​ຕັ້ງ​ໄວ້​ເທິງ​ທີ່​ສູງ​ບໍ? 22ສິ່ງໃດ​ທີ່​ຖືກ​ເຊື່ອງ​ໄວ້​ຈະ​ຖືກ​ນຳ​ອອກ​ມາ​ປາກົດ​ໃຫ້​ເຫັນ ແລະ​ສິ່ງໃດ​ທີ່​ເປັນ​ຄວາມ​ລັບ​ກໍ​ຈະ​ຖືກ​ນຳ​ມາ​ເປີດເຜີຍ​ໃຫ້​ຮູ້. 23ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”
24ພຣະອົງ​ກ່າວ​ຕໍ່ໄປ​ອີກ​ວ່າ, “ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ ພວກເຈົ້າ​ຈະ​ຕວງ​ໃຫ້​ຄົນອື່ນ​ດ້ວຍ​ເຄື່ອງ​ຜອງ​ຢ່າງ​ໃດ, ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ກັບ​ພວກເຈົ້າ​ດ້ວຍ​ເຄື່ອງ​ຜອງ​ຢ່າງ​ນັ້ນ ທັງ​ຈະ​ຊົງ​ເພີ່ມເຕີມ​ໃຫ້​ອີກ. 25ດ້ວຍວ່າ, ຜູ້​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ຕື່ມ​ອີກ, ແຕ່​ຜູ້​ທີ່​ບໍ່ມີ​ແມ່ນແຕ່​ສິ່ງ​ທີ່​ມີ​ຢູ່​ພຽງ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.”
ຄຳອຸປະມາ​ເລື່ອງ​ເມັດ​ພືດ
26ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ຄື​ດັ່ງນີ້: ມີ​ຄົນ​ໜຶ່ງ​ຫວ່ານ​ເມັດ​ພືດ​ໃສ່​ນາ​ຂອງຕົນ. 27ເຂົາ​ນອນ​ຫລັບ​ໃນ​ເວລາ​ກາງຄືນ ແລະ​ຕື່ນ​ຂຶ້ນ​ໃນ​ເວລາ​ກາງເວັນ ພໍດີ​ເມັດ​ພືດ​ນັ້ນ​ກໍ​ງອກ ແລະ​ຈະເລີນ​ເຕີບ​ໃຫຍ່​ຂຶ້ນ ແລະ​ເຂົາ​ບໍ່​ສາມາດ​ເຂົ້າໃຈ​ວ່າ​ມັນ​ເປັນ​ໄປ​ໄດ້​ຢ່າງ​ໃດ. 28ແມ່ນ​ຜືນ​ແຜ່ນດິນ​ເອງ​ທີ່​ເຮັດ​ໃຫ້​ເມັດ​ພືດ​ງອກງາມ​ຈົນ​ເກີດຜົນ​ຄື: ທຳອິດ​ເປັນ​ຕົ້ນ​ອ່ອນ​ແຕກ​ອອກ ຕໍ່ມາ ເປັນ​ຮວງເຂົ້າ​ຂຽວ ແລະ​ໃນ​ທີ່ສຸດ​ກໍ​ມີ​ເມັດ​ຕຶ່ງ​ເຕັມ​ຮວງ. 29ຄັນ​ເມັດ​ເຂົ້າ​ສຸກ​ແລ້ວ ລາວ​ກໍ​ໃຊ້​ຄົນ​ໄປ​ກ່ຽວ ເພາະ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ.”
ຄຳອຸປະມາ​ເລື່ອງ​ແກ່ນ​ຜັກກາດ
(ມທ 13:31-32,34; ລກ 13:18-19)
30ພຣະເຢຊູເຈົ້າ​ກ່າວ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ຈະ​ປຽບ​ຄື​ຫຍັງ? ຫລື​ຈະ​ໃຊ້​ຄຳອຸປະມາ​ຢ່າງ​ໃດ​ເພື່ອ​ອະທິບາຍ​ເຖິງ​ອານາຈັກ​ນີ້? 31ກໍ​ປຽບ​ເໝືອນ​ແກ່ນ​ຜັກ​ກາດ​ເມັດ​ໜຶ່ງ, ເມື່ອ​ຫວ່ານ​ລົງ​ໄປ​ໃນ​ດິນ​ມັນ​ກໍ​ນ້ອຍ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ. 32ເມື່ອ​ຫວ່ານ​ລົງ​ໄປ​ແລ້ວ​ມັນ​ກໍ​ປົ່ງ​ຂຶ້ນ ແລະ​ກາຍເປັນ​ຕົ້ນ​ທີ່​ໃຫຍ່​ກວ່າ​ຜັກ​ທັງປວງ ແລະ​ແຕກ​ກິ່ງ​ກ້ານ​ໃຫຍ່​ອອກ ພໍ​ທີ່​ພວກ​ນົກ​ປ່າ​ມາ​ເຮັດ​ຮັງ​ຢູ່​ໄດ້.”
33ພຣະເຢຊູເຈົ້າ​ໄດ້​ກ່າວ​ພຣະທຳ ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວກັນ​ນີ້​ໃຫ້​ພວກເຂົາ​ຟັງ ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້. 34ພຣະອົງ​ບໍ່ໄດ້​ກ່າວ​ກັບ​ພວກເຂົາ​ໂດຍ​ໃຊ້​ຄຳອຸປະມາ​ເທົ່ານັ້ນ, ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ສາວົກ​ແລ້ວ, ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ​ສູ່​ພວກເພິ່ນ​ຟັງ​ໂດຍ​ສະເພາະ.
ພຣະເຢຊູເຈົ້າ​ຊົງ​ຫ້າມ​ລົມພະຍຸ
(ມທ 8:23-27; ລກ 8:22-25)
35ຕອນ​ຄໍ່າ​ໃນ​ວັນ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” 36ສະນັ້ນ ພວກເພິ່ນ​ຈຶ່ງ​ລາ​ປະຊາຊົນ ແລ້ວ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ແລ້ວ ແລະ​ພາກັນ​ຂີ່​ໄປ, ນອກ​ນີ້​ຍັງ​ມີ​ເຮືອ​ລຳ​ອື່ນ​ອີກ​ຫລາຍ​ລຳ​ໄປ​ນຳ​ດ້ວຍ. 37ແລ້ວ​ລົມພະຍຸ​ກໍ​ເລີ່ມ​ພັດ​ມາ​ແຮງ ແລະ​ຟອງ​ນໍ້າ​ຊັດ​ເຂົ້າ​ເຮືອ​ຈົນ​ເຮືອ​ເກືອບ​ຈະ​ເຕັມ​ດ້ວຍ​ນໍ້າ. 38ສ່ວນ​ພຣະເຢຊູເຈົ້າ​ນັ້ນ ນອນ​ໝູນ​ໝອນ​ຫລັບ​ຢູ່​ທ້າຍ​ເຮືອ. ສະນັ້ນ ພວກ​ສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ​ວ່າ, “ອາຈານ​ເອີຍ, ທ່ານ​ບໍ່​ເປັນ​ຫ່ວງ​ພວກ​ຂ້ານ້ອຍ​ບໍ? ພວກ​ຂ້ານ້ອຍ​ກຳລັງ​ຈະ​ຈົມ​ນໍ້າ​ຕາຍ​ຢູ່​ແລ້ວ.”
39ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ ແລະ​ກ່າວ​ແກ່​ທະເລ​ວ່າ, “ງຽບ​ສະຫງົບ​ແມ”.
ແລ້ວ​ລົມ​ກໍ​ເຊົາ ຟອງ​ນໍ້າ​ກໍ​ສະຫງົບ​ງຽບ​ທົ່ວ​ໄປ.
40ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ພວກເຈົ້າ​ຍັງ​ບໍ່ມີ​ຄວາມເຊື່ອ​ບໍ?”
41ແຕ່​ພວກເພິ່ນ​ຕົກໃຈ​ຢ້ານ​ຫລາຍ​ທັງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ແມ່ນແຕ່​ລົມ ແລະ​ຟອງ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in