YouVersion Logo
Search Icon

ມີກາ 4

4
ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສາກົນ​ນະໂລກ​ປົກຄອງ​ດ້ວຍ​ສັນຕິສຸກ
(ອຊຢ 2:2-4)
1ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ
ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ.
ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ
ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.
2ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ
ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ.
ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ
ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້.
ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ
ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”
3ພຣະອົງ​ຈະ​ໄກ່ເກ່ຍ​ນາໆຊາດ​ທີ່​ຜິດຖຽງກັນ
ທ່າມກາງ​ມະຫາ​ອຳນາດ​ທີ່​ຢູ່ໄກ​ແລະ​ຢູ່ໃກ້.
ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ
ແລະ​ຕີ​ຫອກ​ເປັນ​ມີດຕັດ​ກິ່ງໄມ້.
ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ກັນ​ອີກ​ຕໍ່ໄປ
ທັງ​ຈະ​ບໍ່​ຕຽມ​ເຮັດ​ເສິກ​ກັນ​ອີກ​ຈັກເທື່ອ.
4ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ
ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ
ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ
ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.
5ແຕ່ລະ​ຊົນຊາດ​ຕ່າງ​ກໍ​ຂາບໄຫວ້​ແລະ​ເຊື່ອຟັງ​ນາມ​ພະ​ຂອງຕົນ, ແຕ່​ພວກເຮົາ​ຈະ​ນະມັດສະການ​ແລະ​ເຊື່ອຟັງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ.
ຊາດ​ອິດສະຣາເອນ​ຈະ​ກັບຄືນ​ສູ່​ດິນແດນ​ເດີມ
6ພຣະເຈົ້າຢາເວ​ກ່າວ​ວ່າ, “ເວລາ​ນັ້ນ​ກຳລັງ​ມາ​ເຖິງ ເມື່ອ​ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ທີ່​ເຮົາ​ໄດ້​ລົງໂທດ ຄື​ພວກ​ທີ່​ໄດ້​ທົນທຸກ​ທໍລະມານ ເພາະ​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. 7ພວກເຂົາ​ເປັນ​ຄົນ​ຂາ​ພິການ ແລະ​ຢູ່​ຫ່າງໄກ​ຈາກ​ເຮືອນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເລີ່ມຕົ້ນ​ໃໝ່​ຈາກ​ພວກ​ທີ່​ຍັງເຫລືອ​ຢູ່ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. ພຣະເຈົ້າຢາເວ​ຈະ​ປົກຄອງ​ພວກເຂົາ​ທີ່​ພູເຂົາ​ຊີໂອນ ແຕ່​ເວລາ​ນັ້ນ​ຈົນ​ຕະຫລອດໄປ​ເປັນນິດ.”
8ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ. 9ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ແຮງ​ແທ້? ເປັນຫຍັງ​ເຈົ້າ​ຈຶ່ງ​ເຈັບປວດ​ເໝືອນ​ຍິງ​ທີ່​ກຳລັງ​ອອກລູກ? ບໍ່ແມ່ນ​ເຈົ້າ​ບໍ່ມີ​ກະສັດ​ປົກຄອງ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຈົ້າ​ເດ ຕາຍ​ໝົດ​ແລ້ວ​ບໍ? 10ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ບິດຕົວ​ຮ້ອງ​ຄວນຄາງ ດັ່ງ​ຍິງ​ທີ່​ກຳລັງ​ອອກລູກ​ສາ ເພາະວ່າ​ບັດນີ້​ພວກເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ເມືອງ​ນີ້​ໄປ​ອາໄສ​ຢູ່​ໃນ​ທົ່ງນາ. ພວກເຈົ້າ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ບາບີໂລນ, ແຕ່​ຢູ່​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ພວກ​ສັດຕູ​ຂອງເຈົ້າ. 11ມີ​ຫລາຍ​ຊົນຊາດ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ພວກເຈົ້າ ເຂົາ​ເວົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ຕ້ອງ​ຖືກ​ທຳລາຍ ພວກເຮົາ​ຈະ​ໄດ້​ເຫັນ​ເມືອງ​ນີ້​ຮົກຮ້າງ​ເພພັງ.” 12ແຕ່​ຊົນຊາດ​ເຫຼົ່ານີ້​ບໍ່​ຮູ້ຈັກ​ຄວາມຄິດ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ສຳນຶກ​ບໍ່ໄດ້​ເລີຍ​ວ່າ ພຣະອົງ​ໄດ້​ວາງແຜນ​ທ້ອນໂຮມ ເພື່ອ​ເອົາ​ພວກເຂົາ​ມາ​ລົງໂທດ ເຊັ່ນດຽວ​ກັບ​ໂຮມ​ເອົາ​ມັດ​ເຂົ້າ​ມາ​ຟາດ​ໃນ​ລານ.
13ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”

Currently Selected:

ມີກາ 4: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in