ມີກາ 3
3
ມີກາກ່າວໂທດບັນດາຜູ້ນຳຊາດອິດສະຣາເອນ
1ຈົ່ງຟັງເດີ ບັນດາຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າຄວນຈະຫ່ວງໃຍເຖິງຄວາມຍຸດຕິທຳ 2ແຕ່ພວກເຈົ້າຊໍ້າພັດກຽດຊັງຄວາມດີ ແລະຮັກຄວາມຊົ່ວ. ພວກເຈົ້າຂູດເນື້ອເຖືອໜັງປະຊາຊົນຂອງເຮົາທັງເປັນ. 3ພວກເຈົ້າກືນກິນປະຊາຊົນຂອງເຮົາ. ພວກເຈົ້າລອກໜັງຂອງພວກເຂົາອອກຫັກກະດູກຂອງພວກເຂົາ ແລະຕັດເປັນຕ່ອນໆເໝືອນຊີ້ນຢູ່ໃນໝໍ້. 4ເມື່ອເວລາມາເຖິງ ພວກເຈົ້າຈະຮ້ອງຫາພຣະເຈົ້າຢາເວ; ແຕ່ພຣະອົງຈະບໍ່ຕອບພວກເຈົ້າ. ພຣະອົງຈະບໍ່ຟັງຄຳພາວັນນາອະທິຖານຂອງພວກເຈົ້າ ກໍເພາະພວກເຈົ້າໄດ້ປະພຶດຊົ່ວ.
5ພຣະເຈົ້າຢາເວກ່າວຕໍ່ບັນດາຜູ້ທຳນວາຍເຫຼົ່ານີ້ວ່າ, “ປະຊາຊົນຂອງເຮົາໄດ້ຖືກພວກຜູ້ທຳນວາຍຫລອກລວງ ຄືພວກເຂົາສັນຍາແກ່ຄົນທີ່ຈ່າຍເງິນແກ່ຕົນໃຫ້ມີສັນຕິພາບ ແຕ່ນາບຂູ່ຜູ້ທີ່ບໍ່ຈ່າຍເງິນແກ່ຕົນໃຫ້ພົບພໍ້ໄພສົງຄາມ. 6ເພາະສະນັ້ນ ພວກຜູ້ທຳນວາຍເອີຍ ມື້ຂອງພວກເຈົ້ານັ້ນເກືອບຈະໝົດໄປແລ້ວ ຕາເວັນກຳລັງຕົກລົງເທິງພວກເຈົ້າ. ເພາະພວກເຈົ້າໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ພວກເຈົ້າຈະບໍ່ມີນິມິດໃນການທຳນວາຍອີກຕໍ່ໄປ ແລະພວກເຈົ້າຈະກ່າວຫຍັງລ່ວງໜ້າບໍ່ໄດ້ອີກ. 7ຜູ້ໃດທີ່ກ່າວລ່ວງໜ້າເຖິງອະນາຄົດ ຜູ້ນັ້ນກໍຈະໄດ້ຮັບຄວາມອັບອາຍຂາຍໜ້າ ເພາະຄວາມຫລົ້ມເຫລວຂອງຕົນ. ທຸກຄົນໃນພວກເຂົາຈະເສຍກຽດ ເພາະພຣະເຈົ້າບໍ່ຕອບພວກເຂົາ.”
8ແຕ່ສຳລັບຂ້າພະເຈົ້າແລ້ວ ພຣະເຈົ້າຢາເວໃຫ້ຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານ ຕະຫລອດທັງຣິດອຳນາດຂອງພຣະອົງ ແລະພຣະອົງໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈໃນຄວາມຍຸດຕິທຳ ແລະມີຄວາມກ້າຫານເພື່ອບອກປະຊາຊົນອິດສະຣາເອນວ່າ ແມ່ນຫຍັງຄືການບາບຂອງພວກເຂົາ. 9ຈົ່ງຟັງຂ້າພະເຈົ້າເທີ້ນ ບັນດາຜູ້ນຳຊາດອິດສະຣາເອນເອີຍ ພວກເຈົ້າທີ່ກຽດຊັງຄວາມຍຸດຕິທຳແລະປ່ຽນຖືກໃຫ້ເປັນຜິດ. 10ພວກເຈົ້າກຳລັງສ້າງນະຄອນເຢຣູຊາເລັມ ນະຄອນຂອງພຣະເຈົ້າ ຢູ່ເທິງພື້ນຖານແຫ່ງຄາດຕະກຳແລະຄວາມອະຍຸດຕິທຳ. 11ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
12ເພາະສະນັ້ນ ຍ້ອນພວກເຈົ້າ ພູເຂົາຊີໂອນຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະເນີນພູບ່ອນທີ່ຕັ້ງພຣະວິຫານກໍຈະກາຍເປັນປ່າ.
Currently Selected:
ມີກາ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.