YouVersion Logo
Search Icon

ມັດທາຍ 20:17-19

ມັດທາຍ 20:17-19 ພຄພ

ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ພາ​ພວກ​ສາວົກ​ສິບສອງ​ຄົນ​ອອກ​ໄປ​ຕ່າງຫາກ ແລະ​ກ່າວ​ແກ່​ພວກເພິ່ນ​ເປັນ​ການ​ສ່ວນຕົວ. ຕາມ​ທາງ​ນັ້ນ ພຣະອົງ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກເຂົາ​ຈະ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ ແລະ​ຈະ​ມອບ​ເພິ່ນ​ໃຫ້​ຄົນຕ່າງຊາດ, ຄົນ​ເຫຼົ່ານີ້​ຈະ​ເຢາະເຢີ້ຍ​ເພິ່ນ ຈະ​ຂ້ຽນ​ຕີ​ເພິ່ນ ແລະ​ຈະ​ຄຶງ​ເພິ່ນ​ໄວ້​ທີ່​ໄມ້ກາງແຂນ ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ.”