ລະບຽບ^ພວກເລວີ 23
23
ເທດສະການທາງສາສະໜາ
1ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ, 2“ຈົ່ງບອກປະຊາຊົນອິດສະຣາເອນວ່າ ສິ່ງເຫຼົ່ານີ້ ແມ່ນເປັນເທດສະການທີ່ເຮົາຈັດຕັ້ງໄວ້ແກ່ພຣະເຈົ້າຢາເວ ຊຶ່ງເຈົ້າທັງຫລາຍຕ້ອງປະກາດວ່າເປັນການໂຮມຊຸມນຸມອັນສັກສິດບໍຣິສຸດ. 3ຈົ່ງເຮັດວຽກໃນຫົກມື້ ສ່ວນມື້ທີເຈັດນັ້ນໃຫ້ຢຶດຖືໄວ້ເປັນວັນຊະບາໂຕພັກຜ່ອນ. ຢ່າເຮັດວຽກໃນວັນນີ້ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ບໍ່ວ່າເຈົ້າຈະຢູ່ທີ່ໃດກໍຕາມ ໃຫ້ຖືວັນຊະບາໂຕເປັນຂອງພຣະເຈົ້າຢາເວ. 4ຈົ່ງປະກາດເທດສະການຂອງພຣະເຈົ້າຢາເວດັ່ງຕໍ່ໄປນີ້ຕາມເວລາທີ່ໄດ້ກຳນົດໄວ້.
ປັດສະຄາແລະວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
(ຈບຊ 28:16-25)
5ປັດສະຄາ ຄືວັນສະເຫລີມສະຫລອງຍ້ອງຍໍສັນລະເສີນໃຫ້ກຽດພຣະເຈົ້າຢາເວ ວັນນີ້ເລີ່ມແຕ່ຕາເວັນຕົກດິນຂອງວັນທີສິບສີ່ຂອງເດືອນທີໜຶ່ງ. 6ໃນວັນທີສິບຫ້າໃນເດືອນດຽວກັນແມ່ນວັນເລີ່ມກິນເຂົ້າຈີ່ບໍ່ມີເຊື້ອແປ້ງແກ່ພຣະເຈົ້າຢາເວ ແລະໃນທັງໝົດເຈັດວັນນັ້ນ ເຈົ້າບໍ່ຕ້ອງກິນເຂົ້າຈີ່ໃດໆທີ່ມີເຊື້ອແປ້ງ. 7ໃນວັນທຳອິດຂອງເທດສະການນີ້ ພວກເຈົ້າຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ. 8ຈົ່ງຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວເປັນເວລາເຈັດວັນ. ໃນວັນທີເຈັດ ພວກເຈົ້າຈະຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດອີກເພື່ອນະມັດສະການ ແຕ່ຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້.”
ຜົນລະປູກທຳອິດ
9-10ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກປະຊາຊົນອິດສະຣາເອນວ່າ ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້າ ແລະເກັບກ່ຽວພືດຜົນຂອງດິນແດນນັ້ນ; ຈົ່ງນຳຮວງເຂົ້າຮວງທຳອິດທີ່ໄດ້ກ່ຽວ ແລ້ວໄປໃຫ້ປະໂຣຫິດ. 11ປະໂຣຫິດຈະຍົກຮວງເຂົ້າຂຶ້ນແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍບູຊາພິເສດຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບຮອງເອົາພວກເຈົ້າ. ປະໂຣຫິດຈະຖວາຍຮວງເຂົ້າໃນມື້ໃໝ່ ຫລັງຈາກວັນຊະບາໂຕ. 12ໃນວັນທີ່ພວກເຈົ້າຖວາຍພືດຜົນເປັນເມັດແກວ່ງໄປແກວ່ງມານັ້ນ ພວກເຈົ້າຈົ່ງເຜົາລູກແກະໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິອາຍຸໜຶ່ງປີ ຖວາຍບູຊາແກ່ພຣະເຈົ້າຢາເວ. 13ພ້ອມດຽວກັນນັ້ນ ພວກເຈົ້າຈະຕ້ອງຖວາຍ ແປ້ງປົນກັບນໍ້າມັນໝາກກອກເທດ ຈຳນວນສອງກິໂລກຼາມເປັນການຖວາຍອາຫານດ້ວຍໄຟ. ກິ່ນຫອມຫວນຂອງເຄື່ອງຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ພວກເຈົ້າຈະຕ້ອງຖວາຍເຫຼົ້າອະງຸ່ນໜຶ່ງລິດເຊັ່ນດຽວກັນ. 14ຢ່າກິນພືດຜົນເປັນເມັດຊຶ່ງເກັບກ່ຽວໃໝ່ໃດໆທັງສິ້ນ ບໍ່ວ່າກິນດິບ ຫລືປີ້ງ ຫລືອົບເປັນເຂົ້າຈີ່; ຈົນກວ່າພວກເຈົ້າໄດ້ຖວາຍສິ່ງເຫຼົ່ານີ້ແກ່ພຣະເຈົ້າຂອງພວກເຈົ້າແລ້ວ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ.
ເທດສະການເກັບກ່ຽວ
(ຈບຊ 28:26-31)
15 ແລະຕັ້ງແຕ່ວັນພາຍຫລັງວັນຊະບາໂຕ ທີ່ພວກເຈົ້ານຳຮວງເຂົ້າມາຍົກຖວາຍແກວ່ງໄປແກວ່ງມາ ຈົ່ງນັບໃຫ້ຄົບເຈັດອາທິດ. 16ໃນມື້ທີຫ້າສິບ ຫລັງວັນຊະບາໂຕເຈັດເທື່ອ ຈົ່ງນຳພືດຜົນເປັນເມັດ ທີ່ເກັບກ່ຽວໃໝ່ມາຖວາຍແກ່ພຣະເຈົ້າຢາເວ. 17ໃຫ້ແຕ່ລະຄອບຄົວນຳເຂົ້າຈີ່ສອງກ້ອນ ມາຖວາຍຍົກຂຶ້ນແກວ່ງໄປແກວ່ງມາເປັນເຄື່ອງຖວາຍພິເສດ. ເຂົ້າຈີ່ແຕ່ລະກ້ອນນັ້ນຈະຕ້ອງເຮັດດ້ວຍແປ້ງສອງກິໂລກຼາມຕີໃສ່ກັບເຊື້ອແປ້ງ ແລະນຳມາຖວາຍແກ່ພຣະເຈົ້າຢາເວ ແບບພືດຜົນເປັນເມັດສຳລັບການເກັບກ່ຽວຄັ້ງທຳອິດ. 18ພ້ອມກັບເຂົ້າຈີ່ນັ້ນ ຈົ່ງໃຫ້ຊຸມຊົນອິດສະຣາເອນ ນຳລູກແກະເຈັດໂຕອາຍຸໜຶ່ງປີ, ງົວເຖິກໜຸ່ມໜຶ່ງໂຕ ແລະແບ້ເຖິກໜຸ່ມສອງໂຕ ມາຖວາຍ ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. ພວກເຂົາຈະຕ້ອງເຜົາສັດເຫຼົ່ານີ້ຖວາຍບູຊາແກ່ພຣະເຈົ້າຢາເວ ຄູ່ກັນໄປກັບການຖວາຍພືດຜົນເປັນເມັດແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງເຄື່ອງຖວາຍບູຊານີ້ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 19ເຊັ່ນດຽວກັນ ຈົ່ງຖວາຍແບ້ເຖິກໂຕໜຶ່ງເພື່ອລຶບລ້າງບາບ ແລະແກະເຖິກ ອາຍຸໜຶ່ງປີສອງໂຕເພື່ອຄວາມສາມັກຄີທຳ. 20ປະໂຣຫິດຈະຕ້ອງນຳເຄື່ອງບູຊານີ້ແກວ່ງໄປແກວ່ງມາ ພ້ອມກັບລູກແກະສອງໂຕ ມາຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ເຄື່ອງຖວາຍເຫຼົ່ານີ້ແມ່ນເຄື່ອງຖວາຍບູຊາສັກສິດແກ່ພຣະເຈົ້າຢາເວສຳລັບປະໂຣຫິດ. 21ໃນວັນນັ້ນຢ່າເຮັດວຽກປະຈຳວັນໃດໆທັງສິ້ນ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ທີ່ໃດກໍຕາມ.
22ເມື່ອພວກເຈົ້າເກັບກ່ຽວເຂົ້າໃນນາ ຢ່າກ່ຽວຕາມແຄມນາ ແລະຢ່າກັບຄືນມາເລັມເຂົ້າທີ່ຍັງເຫລືອຢູ່ນັ້ນ, ແຕ່ຈົ່ງປະໄວ້ໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ເທດສະການປີໃໝ່
(ຈບຊ 29:1-6)
23-24ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນວ່າ ໃນວັນທີໜຶ່ງຂອງເດືອນທີເຈັດ ໃຫ້ຖືເປັນວັນພິເສດສຳລັບພັກຜ່ອນ ແລະເມື່ອໄດ້ຍິນສຽງແກດັງຂຶ້ນ ຈົ່ງພາກັນມາເຕົ້າໂຮມເພື່ອນະມັດສະການ. 25ພວກເຈົ້າຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້ ແລະເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ.”
ວັນລຶບລ້າງບາບ
(ຈບຊ 29:7-11)
26-27ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນວ່າ ໃນວັນທີສິບຂອງເດືອນທີເຈັດແມ່ນວັນລຶບລ້າງບາບປະຈຳປີຂອງປະຊາຊົນ ຕາມກົດບັນຍັດ. ໃນວັນນີ້ ຢ່າກິນສິ່ງໃດໆເລີຍ; ຈົ່ງພາກັນມານະມັດສະການ ແລະນຳອາຫານມາຖວາຍແກ່ພຣະເຈົ້າຢາເວ. 28ຢ່າເຮັດວຽກໃດໆໃນວັນນີ້ ເພາະວ່າແມ່ນວັນລຶບລ້າງບາບເພື່ອກະທຳການລຶບລ້າງບາບຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. 29ຜູ້ໃດທີ່ກິນສິ່ງໜຶ່ງສິ່ງໃດໃນວັນນີ້ ຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 30ຖ້າຜູ້ໃດເຮັດວຽກຢ່າງໜຶ່ງຢ່າງໃດໃນວັນນີ້ ພຣະເຈົ້າຈະລົງໂທດຜູ້ນັ້ນເຖິງຕາຍ. 31ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ. 32ແຕ່ຕາເວັນຕົກດິນໃນວັນທີເກົ້າ ຈົນຮອດຕາເວັນຕົກດິນໃນວັນທີສິບຂອງເດືອນ; ຈົ່ງຢຶດຖືວັນນີ້ເປັນມື້ພິເສດ ລະຫວ່າງນີ້ບໍ່ໃຫ້ຜູ້ໃດກິນຫຍັງເລີຍ.”
ເທດສະການປຸກຕູບຢູ່
(ຈບຊ 29:12-40)
33-34ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ, “ຈົ່ງບອກປະຊາຊົນອິດສະຣາເອນວ່າ ໃນວັນທີສິບຫ້າຂອງເດືອນເຈັດ ແລະສືບຕໍ່ເປັນເວລາເຈັດວັນ ເປັນວັນເທດສະການປຸກຕູບຢູ່ຖວາຍແກ່ພຣະເຈົ້າຢາເວ. 35ໃນວັນທຳອິດຂອງວັນເຫຼົ່ານີ້ ໃຫ້ພາກັນມາເຕົ້າໂຮມເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ. 36ແຕ່ລະວັນໃນເຈັດວັນນັ້ນ ພວກເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ໃນວັນທີແປດ ຈົ່ງມາເຕົ້າໂຮມກັນອີກເພື່ອນະມັດສະການ ແລະຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ພວກເຈົ້າບໍ່ຕ້ອງເຮັດວຽກການໃດໆທັງສິ້ນ ເພາະແມ່ນວັນນະມັດສະການ.
37ອັນນີ້ແມ່ນເທດສະການທາງສາສະໜາ ທີ່ພວກເຈົ້າຍ້ອງຍໍສັນລະເສີນໃຫ້ກຽດພຣະເຈົ້າຢາເວ ໂດຍການມາເຕົ້າໂຮມກັນເພື່ອນະມັດສະການ ແລະຖວາຍບູຊາແກ່ພຣະເຈົ້າຢາເວຄື: ຖວາຍເຄື່ອງເຜົາບູຊາ, ພືດຜົນເປັນເມັດ, ເຄື່ອງບູຊາອື່ນໆ ແລະເຫຼົ້າອະງຸ່ນຕາມທີ່ໄດ້ກຳນົດໄວ້ແຕ່ລະວັນ. 38ເທດສະການເຫຼົ່ານີ້ໄດ້ຖືກຈັດຕັ້ງຂຶ້ນ ເພື່ອຕື່ມໃສ່ວັນຊະບາໂຕຂອງພຣະເຈົ້າຢາເວຕາມປົກກະຕິ ແລະເຄື່ອງຖວາຍເຫຼົ່ານີ້ໃຫ້ຕື່ມໃສ່ເຄື່ອງຖວາຍທີ່ໄດ້ຖວາຍຕາມປົກກະຕິ, ເຄື່ອງຖວາຍເພື່ອແກ້ບະບົນ ແລະເຄື່ອງຖວາຍຕາມໃຈສັດທາ.
39ເມື່ອພວກເຈົ້າເກັບກ່ຽວພືດຜົນຈາກໄຮ່ນາຂອງພວກເຈົ້າ ຈົ່ງສະເຫລີມສະຫລອງເທດສະການຂອງພຣະເຈົ້າຢາເວເຈັດວັນ ໂດຍໃຫ້ຕັ້ງຕົ້ນແຕ່ວັນທີສິບຫ້າຂອງເດືອນທີເຈັດ. ວັນທຳອິດໃຫ້ຖືເປັນວັນພິເສດເພື່ອພັກຜ່ອນ ແລະໃນວັນທີແປດກໍໃຫ້ຖືເປັນວັນພິເສດເພື່ອພັກຜ່ອນອີກ. 40ໃນວັນນີ້ ຈົ່ງນຳໝາກໄມ້ຢ່າງດີທີ່ສຸດຈາກຕົ້ນໄມ້ຂອງພວກເຈົ້າມາ, ໃບຕານກ້ານພ້າວກັບງ່າໄມ້ທີ່ມີໃບດົກ ແລະຈົ່ງຊົມຊື່ນຍິນດີຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນລະຫວ່າງເຈັດວັນ. 41ຈົ່ງສະຫລອງເທດສະການນີ້ເຈັດວັນ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ທຸກຍຸກທຸກສະໄໝສືບໄປ. 42ປະຊາຊົນອິດສະຣາເອນທຸກຄົນຈະຕ້ອງສະຫລອງເທດສະການປຸກຕູບຢູ່ເປັນເວລາເຈັດວັນ, 43ເພື່ອເຊື້ອສາຍຂອງພວກເຈົ້າຈະຮູ້ວ່າ ເຮົາໄດ້ໃຫ້ປະຊາຊົນອິດສະຣາເອນ ຢູ່ຕາມຕູບແບບປຸກງ່າຍໆ ສະໄໝທີ່ເຮົາໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
44ສະນັ້ນ ໂມເຊໄດ້ບອກລູກຫລານປະຊາຊົນອິດສະຣາເອນ ໃຫ້ຮູ້ຈັກວັນເທດສະການທັງຫລາຍຂອງພຣະເຈົ້າຢາເວ.
Currently Selected:
ລະບຽບ^ພວກເລວີ 23: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: