YouVersion Logo
Search Icon

ລະບຽບ^ພວກເລວີ 23

23
ເທດສະການ​ທາງ​ສາສະໜາ
1ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ, 2“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ສິ່ງ​ເຫຼົ່ານີ້ ແມ່ນ​ເປັນ​ເທດສະການ​ທີ່​ເຮົາ​ຈັດ​ຕັ້ງ​ໄວ້​ແກ່​ພຣະເຈົ້າຢາເວ ຊຶ່ງ​ເຈົ້າ​ທັງຫລາຍ​ຕ້ອງ​ປະກາດ​ວ່າ​ເປັນ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ. 3ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ນັ້ນ​ໃຫ້​ຢຶດຖື​ໄວ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ. ຢ່າ​ເຮັດ​ວຽກ​ໃນວັນນີ້ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ​ກໍຕາມ ໃຫ້​ຖື​ວັນ​ຊະບາໂຕ​ເປັນ​ຂອງ​ພຣະເຈົ້າຢາເວ. 4ຈົ່ງ​ປະກາດ​ເທດສະການ​ຂອງ​ພຣະເຈົ້າຢາເວ​ດັ່ງ​ຕໍ່ໄປນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້.
ປັດສະຄາ​ແລະ​ວັນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ
(ຈບຊ 28:16-25)
5ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ. 6ໃນ​ວັນ​ທີ​ສິບຫ້າ​ໃນ​ເດືອນ​ດຽວກັນ​ແມ່ນ​ວັນ​ເລີ່ມ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ແກ່​ພຣະເຈົ້າຢາເວ ແລະ​ໃນ​ທັງໝົດ​ເຈັດ​ວັນ​ນັ້ນ ເຈົ້າ​ບໍ່​ຕ້ອງ​ກິນ​ເຂົ້າຈີ່​ໃດໆ​ທີ່​ມີ​ເຊື້ອແປ້ງ. 7ໃນ​ວັນ​ທຳອິດ​ຂອງ​ເທດສະການ​ນີ້ ພວກເຈົ້າ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ. 8ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ເຈັດ ພວກເຈົ້າ​ຈະ​ຕ້ອງ​ຈັດຕັ້ງ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ​ອີກ​ເພື່ອ​ນະມັດສະການ ແຕ່​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້.”
ຜົນລະປູກ​ທຳອິດ
9-10ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແລະ​ເກັບກ່ຽວ​ພືດຜົນ​ຂອງ​ດິນແດນ​ນັ້ນ; ຈົ່ງ​ນຳ​ຮວງເຂົ້າ​ຮວງ​ທຳອິດ​ທີ່​ໄດ້​ກ່ຽວ ແລ້ວ​ໄປ​ໃຫ້​ປະໂຣຫິດ. 11ປະໂຣຫິດ​ຈະ​ຍົກ​ຮວງເຂົ້າ​ຂຶ້ນ​ແກວ່ງໄປ​ແກວ່ງມາ ເປັນ​ເຄື່ອງ​ຖວາຍບູຊາ​ພິເສດ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ຮອງ​ເອົາ​ພວກເຈົ້າ. ປະໂຣຫິດ​ຈະ​ຖວາຍ​ຮວງເຂົ້າ​ໃນ​ມື້​ໃໝ່ ຫລັງຈາກ​ວັນ​ຊະບາໂຕ. 12ໃນ​ວັນ​ທີ່​ພວກເຈົ້າ​ຖວາຍ​ພືດຜົນ​ເປັນເມັດ​ແກວ່ງໄປ​ແກວ່ງມາ​ນັ້ນ ພວກເຈົ້າ​ຈົ່ງ​ເຜົາ​ລູກແກະ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ອາຍຸ​ໜຶ່ງ​ປີ ຖວາຍບູຊາ​ແກ່​ພຣະເຈົ້າຢາເວ. 13ພ້ອມ​ດຽວກັນ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ຖວາຍ ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຈຳນວນ​ສອງ​ກິໂລກຼາມ​ເປັນ​ການ​ຖວາຍ​ອາຫານ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ເຊັ່ນດຽວ​ກັນ. 14ຢ່າ​ກິນ​ພືດຜົນ​ເປັນເມັດ​ຊຶ່ງ​ເກັບກ່ຽວ​ໃໝ່​ໃດໆ​ທັງ​ສິ້ນ ບໍ່​ວ່າ​ກິນ​ດິບ ຫລື​ປີ້ງ ຫລື​ອົບ​ເປັນ​ເຂົ້າຈີ່; ຈົນກວ່າ​ພວກເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.
ເທດສະການ​ເກັບກ່ຽວ
(ຈບຊ 28:26-31)
15 ແລະ​ຕັ້ງແຕ່​ວັນ​ພາຍຫລັງ​ວັນ​ຊະບາໂຕ ທີ່​ພວກເຈົ້າ​ນຳ​ຮວງເຂົ້າ​ມາ​ຍົກ​ຖວາຍ​ແກວ່ງໄປ​ແກວ່ງມາ ຈົ່ງ​ນັບ​ໃຫ້​ຄົບ​ເຈັດ​ອາທິດ. 16ໃນ​ມື້​ທີ​ຫ້າສິບ ຫລັງ​ວັນ​ຊະບາໂຕ​ເຈັດ​ເທື່ອ ຈົ່ງ​ນຳ​ພືດຜົນ​ເປັນເມັດ ທີ່​ເກັບກ່ຽວ​ໃໝ່​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. 17ໃຫ້​ແຕ່ລະ​ຄອບຄົວ​ນຳ​ເຂົ້າຈີ່​ສອງ​ກ້ອນ ມາ​ຖວາຍ​ຍົກ​ຂຶ້ນ​ແກວ່ງໄປ​ແກວ່ງມາ​ເປັນ​ເຄື່ອງ​ຖວາຍ​ພິເສດ. ເຂົ້າຈີ່​ແຕ່ລະ​ກ້ອນ​ນັ້ນ​ຈະ​ຕ້ອງ​ເຮັດ​ດ້ວຍ​ແປ້ງ​ສອງ​ກິໂລກຼາມ​ຕີ​ໃສ່​ກັບ​ເຊື້ອແປ້ງ ແລະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແບບ​ພືດຜົນ​ເປັນເມັດ​ສຳລັບ​ການ​ເກັບກ່ຽວ​ຄັ້ງ​ທຳອິດ. 18ພ້ອມ​ກັບ​ເຂົ້າຈີ່​ນັ້ນ ຈົ່ງ​ໃຫ້​ຊຸມຊົນ​ອິດສະຣາເອນ ນຳ​ລູກແກະ​ເຈັດ​ໂຕ​ອາຍຸ​ໜຶ່ງ​ປີ, ງົວເຖິກໜຸ່ມ​ໜຶ່ງ​ໂຕ ແລະ​ແບ້ເຖິກ​ໜຸ່ມ​ສອງ​ໂຕ ມາ​ຖວາຍ ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. ພວກເຂົາ​ຈະ​ຕ້ອງ​ເຜົາ​ສັດ​ເຫຼົ່ານີ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຄູ່​ກັນ​ໄປ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍບູຊາ​ນີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. 19ເຊັ່ນດຽວ​ກັນ ຈົ່ງ​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ​ເພື່ອ​ຄວາມ​ສາມັກຄີທຳ. 20ປະໂຣຫິດ​ຈະ​ຕ້ອງ​ນຳ​ເຄື່ອງ​ບູຊາ​ນີ້​ແກວ່ງໄປ​ແກວ່ງມາ ພ້ອມ​ກັບ​ລູກແກະ​ສອງ​ໂຕ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ເຄື່ອງ​ຖວາຍ​ເຫຼົ່ານີ້​ແມ່ນ​ເຄື່ອງ​ຖວາຍ​ບູຊາ​ສັກສິດ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ. 21ໃນ​ວັນ​ນັ້ນ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບການ​ນີ້ ທຸກຍຸກ​ທຸກສະໄໝ​ສືບ​ໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ທີ່​ໃດ​ກໍຕາມ.
22ເມື່ອ​ພວກເຈົ້າ​ເກັບກ່ຽວ​ເຂົ້າ​ໃນ​ນາ ຢ່າ​ກ່ຽວ​ຕາມ​ແຄມນາ ແລະ​ຢ່າ​ກັບຄືນ​ມາ​ເລັມ​ເຂົ້າ​ທີ່​ຍັງເຫລືອ​ຢູ່​ນັ້ນ, ແຕ່​ຈົ່ງ​ປະ​ໄວ້​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”
ເທດສະການ​ປີໃໝ່
(ຈບຊ 29:1-6)
23-24ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ກັບ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ຖື​ເປັນ​ວັນ​ພິເສດ​ສຳລັບ​ພັກຜ່ອນ ແລະ​ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ ຈົ່ງ​ພາກັນ​ມາ​ເຕົ້າ​ໂຮມ​ເພື່ອ​ນະມັດສະການ. 25ພວກເຈົ້າ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ​ໃນວັນນີ້ ແລະ​ເຈົ້າ​ຈະຕ້ອງ​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ.”
ວັນ​ລຶບລ້າງ​ບາບ
(ຈບຊ 29:7-11)
26-27ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ກັບ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ແມ່ນ​ວັນ​ລຶບລ້າງ​ບາບ​ປະຈຳປີ​ຂອງ​ປະຊາຊົນ ຕາມ​ກົດບັນຍັດ. ໃນວັນນີ້ ຢ່າ​ກິນ​ສິ່ງໃດໆ​ເລີຍ; ຈົ່ງ​ພາກັນ​ມາ​ນະມັດສະການ ແລະ​ນຳ​ອາຫານ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. 28ຢ່າ​ເຮັດ​ວຽກ​ໃດໆ​ໃນວັນນີ້ ເພາະວ່າ​ແມ່ນ​ວັນ​ລຶບລ້າງ​ບາບ​ເພື່ອ​ກະທຳ​ການ​ລຶບລ້າງ​ບາບ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ. 29ຜູ້ໃດ​ທີ່​ກິນ​ສິ່ງ​ໜຶ່ງ​ສິ່ງໃດ​ໃນວັນນີ້ ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ. 30ຖ້າ​ຜູ້ໃດ​ເຮັດ​ວຽກ​ຢ່າງໜຶ່ງ​ຢ່າງໃດ​ໃນວັນນີ້ ພຣະເຈົ້າ​ຈະ​ລົງໂທດ​ຜູ້ນັ້ນ​ເຖິງ​ຕາຍ. 31ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ. 32ແຕ່​ຕາເວັນ​ຕົກ​ດິນ​ໃນ​ວັນ​ທີ​ເກົ້າ ຈົນ​ຮອດ​ຕາເວັນ​ຕົກ​ດິນ​ໃນ​ວັນ​ທີ​ສິບ​ຂອງ​ເດືອນ; ຈົ່ງ​ຢຶດຖື​ວັນນີ້​ເປັນ​ມື້​ພິເສດ ລະຫວ່າງ​ນີ້​ບໍ່​ໃຫ້​ຜູ້ໃດ​ກິນ​ຫຍັງ​ເລີຍ.”
ເທດສະການ​ປຸກຕູບຢູ່
(ຈບຊ 29:12-40)
33-34ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ເຈັດ ແລະ​ສືບຕໍ່​ເປັນ​ເວລາ​ເຈັດ​ວັນ ເປັນ​ວັນ​ເທດສະການ​ປຸກຕູບ​ຢູ່​ຖວາຍ​ແກ່​ພຣະເຈົ້າຢາເວ. 35ໃນ​ວັນ​ທຳອິດ​ຂອງ​ວັນ​ເຫຼົ່ານີ້ ໃຫ້​ພາກັນ​ມາ​ເຕົ້າໂຮມ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ. 36ແຕ່ລະວັນ​ໃນ​ເຈັດ​ວັນ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ໃນ​ວັນ​ທີ​ແປດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ອີກ​ເພື່ອ​ນະມັດສະການ ແລະ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ວຽກ​ການ​ໃດໆ​ທັງ​ສິ້ນ ເພາະ​ແມ່ນ​ວັນ​ນະມັດສະການ.
37ອັນ​ນີ້​ແມ່ນ​ເທດສະການ​ທາງ​ສາສະໜາ ທີ່​ພວກເຈົ້າ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ໂດຍ​ການ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ ແລະ​ຖວາຍ​ບູຊາ​ແກ່​ພຣະເຈົ້າຢາເວ​ຄື: ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ, ເຄື່ອງ​ບູຊາ​ອື່ນໆ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ແຕ່ລະວັນ. 38ເທດສະການ​ເຫຼົ່ານີ້​ໄດ້​ຖືກ​ຈັດຕັ້ງ​ຂຶ້ນ ເພື່ອ​ຕື່ມ​ໃສ່​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ​ຕາມ​ປົກກະຕິ ແລະ​ເຄື່ອງ​ຖວາຍ​ເຫຼົ່ານີ້​ໃຫ້​ຕື່ມ​ໃສ່​ເຄື່ອງ​ຖວາຍ​ທີ່​ໄດ້​ຖວາຍ​ຕາມ​ປົກກະຕິ, ເຄື່ອງ​ຖວາຍ​ເພື່ອ​ແກ້​ບະບົນ ແລະ​ເຄື່ອງ​ຖວາຍ​ຕາມໃຈ​ສັດທາ.
39ເມື່ອ​ພວກເຈົ້າ​ເກັບກ່ຽວ​ພືດຜົນ​ຈາກ​ໄຮ່​ນາ​ຂອງ​ພວກເຈົ້າ ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ຂອງ​ພຣະເຈົ້າຢາເວ​ເຈັດ​ວັນ ໂດຍ​ໃຫ້​ຕັ້ງຕົ້ນ​ແຕ່​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ. ວັນ​ທຳອິດ​ໃຫ້​ຖື​ເປັນ​ວັນ​ພິເສດ​ເພື່ອ​ພັກຜ່ອນ ແລະ​ໃນ​ວັນ​ທີ​ແປດ​ກໍ​ໃຫ້​ຖື​ເປັນ​ວັນ​ພິເສດ​ເພື່ອ​ພັກຜ່ອນ​ອີກ. 40ໃນວັນນີ້ ຈົ່ງ​ນຳ​ໝາກໄມ້​ຢ່າງດີ​ທີ່ສຸດ​ຈາກ​ຕົ້ນໄມ້​ຂອງ​ພວກເຈົ້າ​ມາ, ໃບ​ຕານ​ກ້ານພ້າວ​ກັບ​ງ່າໄມ້​ທີ່​ມີ​ໃບ​ດົກ ແລະ​ຈົ່ງ​ຊົມຊື່ນຍິນດີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ລະຫວ່າງ​ເຈັດ​ວັນ. 41ຈົ່ງ​ສະຫລອງ​ເທດສະການ​ນີ້​ເຈັດ​ວັນ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ. 42ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈະ​ຕ້ອງ​ສະຫລອງ​ເທດສະການ​ປຸກຕູບຢູ່​ເປັນ​ເວລາ​ເຈັດ​ວັນ, 43ເພື່ອ​ເຊື້ອສາຍ​ຂອງ​ພວກເຈົ້າ​ຈະ​ຮູ້​ວ່າ ເຮົາ​ໄດ້​ໃຫ້​ປະຊາຊົນ​ອິດສະຣາເອນ ຢູ່​ຕາມ​ຕູບ​ແບບ​ປຸກ​ງ່າຍໆ ສະໄໝ​ທີ່​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”
44ສະນັ້ນ ໂມເຊ​ໄດ້​ບອກ​ລູກຫລານ​ປະຊາຊົນ​ອິດສະຣາເອນ ໃຫ້​ຮູ້ຈັກ​ວັນ​ເທດສະການ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ລະບຽບ^ພວກເລວີ 23