ລະບຽບ^ພວກເລວີ 21
21
ຄວາມບໍຣິສຸດຂອງປະໂຣຫິດ
1ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກບັນດາປະໂຣຫິດ ຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນວ່າ, “ຢ່າໃຫ້ປະໂຣຫິດປະພຶດຕົນເປັນມົນທິນຕາມກົດບັນຍັດ ໂດຍເຂົ້າຮ່ວມພິທີສົບຂອງພວກພີ່ນ້ອງຂອງຕົນ ເມື່ອພວກເຂົາຕາຍໄປ; 2ເວັ້ນແຕ່ເປັນພໍ່, ແມ່, ລູກຊາຍ, ລູກສາວ, 3ອ້າຍເອື້ອຍນ້ອງທີ່ຍັງບໍ່ທັນໄດ້ແຕ່ງງານ ແລະຍັງອາໄສຢູ່ນຳຄອບຄົວຂອງຕົນເທົ່ານັ້ນ. 4ລາວຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນ ໃນເລື່ອງການຕາຍຂອງພີ່ນ້ອງທາງພໍ່ດອງແມ່ດອງ.
5ຢ່າໃຫ້ປະໂຣຫິດແຖຫົວສ່ວນໃດສ່ວນໜຶ່ງ ຫລືກຽນໜວດກຽນເຄົາ ຫລືປາດເນື້ອເຖືອໜັງຕາມຮ່າງກາຍຂອງຕົນອັນສະແດງເຖິງການໄວ້ທຸກ. 6ພວກເຂົາຕ້ອງໃຫ້ບໍຣິສຸດຕໍ່ພຣະເຈົ້າຂອງພວກເຂົາ ແລະຢ່າເຮັດໃຫ້ນາມຊື່ຂອງພຣະເຈົ້າຂອງພວກເຂົາເສື່ອມເສຍ. ເພາະວ່າພວກເຂົາເປັນຜູ້ຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ, ເປັນອາຫານຂອງພຣະເຈົ້າຂອງພວກເຂົາ; ສະນັ້ນ ພວກເຂົາຕ້ອງບໍຣິສຸດ. 7ປະໂຣຫິດຈະບໍ່ຕ້ອງແຕ່ງງານກັບຍິງທີ່ເປັນໂສເພນີ ຫລືກັບຍິງທີ່ບໍ່ບໍຣິສຸດ ຫລືກັບແມ່ຮ້າງ. ເພາະພວກເຂົາບໍຣິສຸດຕໍ່ພຣະເຈົ້າຂອງພວກເຂົາ. 8ປະຊາຊົນຕ້ອງຖືປະໂຣຫິດວ່າບໍຣິສຸດ ເພາະພວກເຂົາເປັນຜູ້ຖວາຍອາຫານແກ່ພຣະເຈົ້າຂອງພວກເຈົ້າ. ພວກເຂົາຕ້ອງບໍຣິສຸດຕໍ່ພວກເຈົ້າ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ ແລະເຮົາສ້າງປະຊາຊົນຂອງເຮົາໃຫ້ບໍຣິສຸດ. 9ຖ້າລູກສາວຂອງປະໂຣຫິດເປັນໂສເພນີ ນາງກໍເຮັດໃຫ້ພໍ່ຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ; ນາງຈະຕ້ອງຖືກເຜົາທັງເປັນ.
10ສ່ວນມະຫາປະໂຣຫິດນັ້ນ ແມ່ນຜູ້ໜຶ່ງທີ່ໄດ້ຮັບການຫົດສົງສະຖາປະນາດ້ວຍນໍ້າມັນເຈີມສັກສິດໃສ່ເທິງຫົວ ແລະທັງໄດ້ຖືກສະຖາປະນາໃຫ້ນຸ່ງເຄື່ອງປະຈຳຕຳແໜ່ງປະໂຣຫິດໃນທ່າມກາງພີ່ນ້ອງຂອງຕົນ. ສະນັ້ນ ລາວຈຶ່ງບໍ່ຕ້ອງປ່ອຍຜົມໃຫ້ຫຍຸ້ງ ຫລືຈີກເຄື່ອງນຸ່ງຂອງຕົນເປັນການໄວ້ທຸກ. 11ລາວຕ້ອງບໍ່ເຂົ້າໄປໃນສະຖານທີ່ບ່ອນມີຄົນຕາຍ; ລາວຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນຕາມກົດບັນຍັດ ເຖິງແມ່ນວ່າຜູ້ນັ້ນຈະເປັນຍາດຕິພີ່ນ້ອງຂອງພໍ່ຫຼືແມ່ຂອງຕົນເອງກໍຕາມ 12ລາວບໍ່ຕ້ອງອອກໄປຈາກວິຫານຂອງພຣະເຈົ້າ ແລະບໍ່ເຮັດໃຫ້ວິຫານຂອງພຣະເຈົ້າເປັນມົນທິນ ເພາະວ່າລາວໄດ້ຮັບການຫົດສົງແຕ່ງຕັ້ງດ້ວຍນໍ້າມັນສັກສິດຂອງພຣະເຈົ້າ ເຮົາແມ່ນພຣະເຈົ້າຢາເວ. 13ລາວຈະຕ້ອງແຕ່ງງານກັບຍິງສາວບໍຣິສຸດ 14ຢ່າແຕ່ງງານກັບແມ່ຮ້າງ ຫລືກັບແມ່ໝ້າຍ ຫລືກັບແມ່ຍິງທີ່ເຄີຍເປັນໂສເພນີ. ລາວຈະຕ້ອງແຕ່ງງານກັບຍິງສາວບໍຣິສຸດ ທີ່ຢູ່ໃນຕະກຸນຂອງຕົນເອງເທົ່ານັ້ນ. 15ບໍ່ດັ່ງນັ້ນ ລູກຫລານຂອງພວກເຂົາຜູ້ທີ່ຈະຕ້ອງບໍຣິສຸດນັ້ນ ກໍຈະເປັນມົນທິນຕາມກົດບັນຍັດດ້ວຍ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາໄດ້ຕັ້ງລາວໄວ້ຕ່າງຫາກເພື່ອເປັນມະຫາປະໂຣຫິດ.”
16ພຣະເຈົ້າຢາເວໄດ້ສັ່ງໂມເຊ.
17ໃຫ້ບອກອາໂຣນວ່າ, “ໃນເຊື້ອສາຍຂອງເຈົ້ານັ້ນ ບໍ່ໃຫ້ຜູ້ໃດທີ່ມີຮ່າງກາຍພິການ ເຂົ້າມາຖວາຍອາຫານແກ່ພຣະເຈົ້າຂອງເຈົ້າເດັດຂາດ. ຄຳສັ່ງນີ້ໃຫ້ປະຕິບັດກັນສືບໄປທຸກຍຸກທຸກສະໄໝ. 18ບໍ່ໃຫ້ຊາຍໃດທີ່ມີຮ່າງກາຍພິການຖວາຍອາຫານແກ່ເຮົາ ເຊັ່ນ: ຄົນຕາບອດ, ຄົນຂາພິການ, ຄົນໜ້າຕາເສຍຮູບຊົງ ຫລືຕີນມືຄົດງໍ; 19ຄົນຕີນມືເປັນຫລ່ອຍ; 20ຄົນຫລັງກ່ອມຫລືຄົນເຕ້ຍຜິດປົກກະຕິ; ຄົນເສຍຕາ ຫລືຄົນເປັນພະຍາດຜິວໜັງ ແລະຊາຍທີ່ອະໄວຍະວະເພດພິການ. 21ບໍ່ໃຫ້ປະໂຣຫິດທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ທີ່ມີຮ່າງກາຍພິການຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພາະວ່າເຂົາເປັນຄົນມີຕຳໜິ ຢ່າໃຫ້ເຂົາເຂົ້າມາໃກ້ອາຫານທີ່ຖວາຍແກ່ພຣະເຈົ້າຂອງເຂົາ. 22ຄົນຢ່າງນັ້ນອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າຂອງເຂົາແລ້ວໄດ້ ຄື: ທັງອາຫານທີ່ຖວາຍແລ້ວຢ່າງບໍຣິສຸດແລະຢ່າງບໍຣິສຸດທີ່ສຸດ; 23ແຕ່ຍ້ອນວ່າລາວມີຮ່າງກາຍພິການ ຈຶ່ງຈະເຂົ້າມາໃກ້ຜ້າກັ້ງ ຫລືໃກ້ແທ່ນບູຊາບໍ່ໄດ້. ລາວຕ້ອງບໍ່ເຮັດໃຫ້ສິ່ງບໍຣິສຸດເຫຼົ່ານີ້ເປັນມົນທິນ ເພາະເຮົາແມ່ນພຣະເຈົ້າຢາເວຜູ້ໃຫ້ພວກເຂົາເປັນບໍຣິສຸດ.”
24ນີ້ແມ່ນຖ້ອຍຄຳທີ່ໂມເຊໄດ້ກ່າວແກ່ອາໂຣນ ແລະພວກລູກຊາຍຂອງອາໂຣນ ຕະຫລອດທັງປະຊາຊົນອິດສະຣາເອນທຸກຄົນດ້ວຍ.
Currently Selected:
ລະບຽບ^ພວກເລວີ 21: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: