ໂຢນາ 3
3
ໂຢນາເຊື່ອຟັງອົງພຣະຜູ້ເປັນເຈົ້າ
1ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາຄັ້ງທີສອງ 2ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະປະກາດຖ້ອຍຄຳທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ.” 3ດັ່ງນັ້ນ ໂຢນາຈຶ່ງເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະໄດ້ໄປນີເນເວ ເມືອງໃຫຍ່ທີ່ສຸດ ຊຶ່ງຕ້ອງໃຊ້ເວລາຍ່າງເຖິງສາມວັນ ຈຶ່ງຈະພົ້ນຕົວເມືອງ. 4ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດວ່າ, “ໃນສີ່ສິບວັນ ເມືອງນີເນເວຈະຖືກທຳລາຍ.”
5ປະຊາຊົນໃນເມືອງນີເນເວເຊື່ອຟັງຖ້ອຍຄຳຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງຕັດສິນໃຈໃຫ້ທຸກຄົນ ບໍ່ວ່າຄົນຊັ້ນສູງຫລືຄົນຊັ້ນຕໍ່າ ຕ້ອງອົດອາຫານ ແລະນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ເພື່ອສະແດງວ່າພວກເຂົາສຳນຶກຜິດແລ້ວ.
6ເມື່ອກະສັດນີເນເວໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງລຸກຂຶ້ນຈາກບັນລັງແກ້ເຄື່ອງກະສັດອອກ ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າແລະນັ່ງເທິງຂີ້ເຖົ່າ. 7ເພິ່ນໄດ້ປະກາດໃຫ້ປະຊາຊົນຢູ່ໃນເມືອງນີເນເວຮູ້ທົ່ວເຖິງກັນວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຈາກກະສັດແລະບັນດາຂ້າຣາຊການຂອງເພິ່ນ: ຢ່າໃຫ້ຜູ້ໃດກິນຫຍັງເລີຍ; ຊາວເມືອງທຸກຄົນ ຝູງງົວ ແລະຝູງແກະທຸກໂຕ ຫ້າມກິນຫລືດື່ມສິ່ງໃດໆທັງນັ້ນ. 8ປະຊາຊົນທຸກຄົນ ແລະສັດທຸກໂຕ ຕ້ອງໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ. ທຸກຄົນຕ້ອງຕັ້ງໃຈພາວັນນາອະທິຖານຫາພຣະເຈົ້າ ແລະຕ້ອງເລີກປະພຶດການຊົ່ວແລະເຊົາເຮັດການໂຫດຮ້າຍຂອງຕົນສາ. 9ບາງທີພຣະເຈົ້າອາດຈະປ່ຽນໃຈ; ບາງທີພຣະອົງອາດຈະເຊົາໂກດຮ້າຍ; ແລະພວກເຮົາຈະບໍ່ຕາຍ.”
10ເມື່ອພຣະເຈົ້າເຫັນສິ່ງທີ່ພວກເຂົາໄດ້ເຮັດນັ້ນ; ພຣະອົງເຫັນວ່າພວກເຂົາເຊົາປະພຶດຊົ່ວ. ສະນັ້ນ ພຣະອົງຈຶ່ງປ່ຽນໃຈແລະບໍ່ລົງໂທດພວກເຂົາ ຕາມທີ່ພຣະອົງໄດ້ກ່າວຂູ່ໄວ້.
Currently Selected:
ໂຢນາ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.