ໂຢນາ 2
2
ໂຢນາພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ
1ໃນຂະນະທີ່ໂຢນາຢູ່ໃນທ້ອງປານັ້ນ ເພິ່ນກໍໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນວ່າ,
2“ໃນຄວາມທຸກໃຈຢ່າງນີ້ ຂ້ານ້ອຍຈຶ່ງຮ້ອງຫາພຣະເຈົ້າຢາເວ
ພຣະອົງໄດ້ໃຫ້ຄຳຕອບແກ່ຂ້ານ້ອຍແລ້ວ.
ແຕ່ບ່ອນເລິກຂອງພິພົບຄົນຕາຍ ຂ້ານ້ອຍຮ້ອງຂໍ
ໃຫ້ຊ່ວຍແລະພຣະອົງກໍໄດ້ຍິນສຽງຂອງຂ້ານ້ອຍແລ້ວ.
3ພຣະອົງໄດ້ໂຍນຂ້ານ້ອຍລົງໄປໃນບ່ອນເລິກ
ສູ່ພື້ນທ້ອງຂອງທະເລເລິກນັ້ນເອງ
ບ່ອນທີ່ກະແສນໍ້າອ້ອມຂ້ານ້ອຍໄວ້ທຸກແຈ
ແລະຄື້ນແຮງໜັກກໍໄດ້ມ້ວນຂ້ານ້ອຍໄວ້.
4ຂ້ານ້ອຍຄິດວ່າຖືກກຳຈັດຈາກພຣະອົງໄປ
ແລະຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ.
5ນໍ້າໄດ້ຖ້ວມຂ້ານ້ອຍເຕັມທົນຫາຍໃຈຝືດຫລາຍ
ຈົນນໍ້າທະເລໄດ້ຫຸ້ມຫໍ່ຕົວຂ້ານ້ອຍໄວ້ຢ່າງໝົດສິ້ນ
ແລະເທົາທັງຫລາຍໃນທ້ອງທະເລອັນກວ້າງໃຫຍ່
ກໍພັນອ້ອມຫົວຂ້ານ້ອຍໄວ້ໝົດ.
6ຂ້ານ້ອຍລົງໄປສູ່ຮາກຖານຕີນພູທັງຫລາຍ
ໃນດິນແດນບ່ອນທີ່ມີປະຕູລົງໄລໄວ້ຕະຫລອດ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ
ມີແຕ່ພຣະອົງທີ່ໃຫ້ຄືນມີຊີວິດແຕ່ບ່ອນເລິກໄດ້.
7ເມື່ອຊີວິດຂ້ານ້ອຍກຳລັງເລື່ອນລອຍຫາຍໄປ
ຂ້ານ້ອຍກໍຄິດຫາພຣະເຈົ້າຢາເວ;
ແລ້ວຂ້ານ້ອຍກໍໄດ້ພາວັນນາອະທິຖານຫາພຣະອົງ
ໃນພຣະວິຫານອັນສັກສິດກໍຊົງໄດ້ຍິນຂ້ານ້ອຍ.
8ພວກທີ່ຂາບໄຫວ້ຮູບເຄົາຣົບອັນບໍ່ມີປະໂຫຍດຫຍັງ
ກໍໄດ້ປະຖິ້ມຄວາມສັດຊື່ຕໍ່ພຣະອົງສາແລ້ວ.
9ແຕ່ຂ້ານ້ອຍຈະຮ້ອງເພງໂມທະນາຂອບພຣະຄຸນ
ແລະຈະຖວາຍເຄື່ອງບູຊາແກ່ພຣະອົງ
ແລະເຮັດຕາມສິ່ງທີ່ຂ້ານ້ອຍໄດ້ສັນຍາ
ຄວາມພົ້ນມີມາໂດຍທາງພຣະເຈົ້າຢາເວ.”
10ແລ້ວພຣະເຈົ້າຢາເວກໍສັ່ງໃຫ້ປາໃຫຍ່ໂຕນັ້ນ ຂຶ້ນມາຄາຍໂຢນາໄວ້ເທິງດິນແຫ້ງ ແລະມັນກໍໄດ້ເຮັດຕາມ.
Currently Selected:
ໂຢນາ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.