YouVersion Logo
Search Icon

ໂຢນາ 2

2
ໂຢນາ​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ
1ໃນ​ຂະນະທີ່​ໂຢນາ​ຢູ່​ໃນ​ທ້ອງ​ປາ​ນັ້ນ ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ​ວ່າ,
2“ໃນ​ຄວາມທຸກໃຈ​ຢ່າງນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ
ພຣະອົງ​ໄດ້​ໃຫ້​ຄຳຕອບ​ແກ່​ຂ້ານ້ອຍ​ແລ້ວ.
ແຕ່​ບ່ອນເລິກ​ຂອງ​ພິພົບ​ຄົນຕາຍ ຂ້ານ້ອຍ​ຮ້ອງຂໍ
ໃຫ້​ຊ່ວຍ​ແລະ​ພຣະອົງ​ກໍ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍ​ແລ້ວ.
3ພຣະອົງ​ໄດ້​ໂຍນ​ຂ້ານ້ອຍ​ລົງ​ໄປ​ໃນ​ບ່ອນເລິກ
ສູ່​ພື້ນ​ທ້ອງ​ຂອງ​ທະເລ​ເລິກ​ນັ້ນເອງ
ບ່ອນ​ທີ່​ກະແສ​ນໍ້າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ
ແລະ​ຄື້ນ​ແຮງ​ໜັກ​ກໍໄດ້​ມ້ວນ​ຂ້ານ້ອຍ​ໄວ້.
4ຂ້ານ້ອຍ​ຄິດ​ວ່າ​ຖືກ​ກຳຈັດ​ຈາກ​ພຣະອົງ​ໄປ
ແລະ​ຄົງ​ບໍ່ໄດ້​ເຫັນ​ພຣະວິຫານ​ອັນ​ສັກສິດ​ຕໍ່ໄປ​ແລ້ວ.
5ນໍ້າ​ໄດ້​ຖ້ວມ​ຂ້ານ້ອຍ​ເຕັມທົນ​ຫາຍໃຈ​ຝືດ​ຫລາຍ
ຈົນ​ນໍ້າ​ທະເລ​ໄດ້​ຫຸ້ມຫໍ່​ຕົວ​ຂ້ານ້ອຍ​ໄວ້​ຢ່າງ​ໝົດສິ້ນ
ແລະ​ເທົາ​ທັງ​ຫລາຍ​ໃນ​ທ້ອງ​ທະເລ​ອັນ​ກວ້າງໃຫຍ່
ກໍ​ພັນອ້ອມ​ຫົວ​ຂ້ານ້ອຍ​ໄວ້​ໝົດ.
6ຂ້ານ້ອຍ​ລົງ​ໄປ​ສູ່​ຮາກຖານ​ຕີນ​ພູ​ທັງຫລາຍ
ໃນ​ດິນແດນ​ບ່ອນ​ທີ່​ມີ​ປະຕູ​ລົງໄລ​ໄວ້​ຕະຫລອດ.
ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ
ມີ​ແຕ່​ພຣະອົງ​ທີ່​ໃຫ້​ຄືນ​ມີ​ຊີວິດ​ແຕ່​ບ່ອນເລິກ​ໄດ້.
7ເມື່ອ​ຊີວິດ​ຂ້ານ້ອຍ​ກຳລັງ​ເລື່ອນລອຍ​ຫາຍໄປ
ຂ້ານ້ອຍ​ກໍ​ຄິດຫາ​ພຣະເຈົ້າຢາເວ;
ແລ້ວ​ຂ້ານ້ອຍ​ກໍໄດ້​ພາວັນນາ​ອະທິຖານ​ຫາ​ພຣະອົງ
ໃນ​ພຣະວິຫານ​ອັນ​ສັກສິດ​ກໍ​ຊົງ​ໄດ້ຍິນ​ຂ້ານ້ອຍ.
8ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ອັນ​ບໍ່ມີ​ປະໂຫຍດ​ຫຍັງ
ກໍໄດ້​ປະຖິ້ມ​ຄວາມສັດຊື່​ຕໍ່​ພຣະອົງ​ສາ​ແລ້ວ.
9ແຕ່​ຂ້ານ້ອຍ​ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ
ແລະ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ
ແລະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ສັນຍາ
ຄວາມພົ້ນ​ມີມາ​ໂດຍ​ທາງ​ພຣະເຈົ້າຢາເວ.”
10ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໃຫ້​ປາໃຫຍ່​ໂຕ​ນັ້ນ ຂຶ້ນ​ມາ​ຄາຍ​ໂຢນາ​ໄວ້​ເທິງ​ດິນ​ແຫ້ງ ແລະ​ມັນ​ກໍໄດ້​ເຮັດ​ຕາມ.

Currently Selected:

ໂຢນາ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in