ໂຢເອນ 1
1
1ຕໍ່ໄປນີ້ ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ກ່າວແກ່ໂຢເອນລູກຊາຍຂອງເປທູເອນ.
ປະຊາຊົນໄວ້ທຸກຍ້ອນຜົນລະປູກຖືກທຳລາຍ
2ຈົ່ງຕັ້ງໃຈຟັງເຖີດ ພວກເຈົ້າຜູ້ເຖົ້າແກ່ທັງຫລາຍ
ທຸກໆຄົນໃນຢູດາຍເອີຍ ຈົ່ງຟັງເທີ້ນ
ສິ່ງເຊັ່ນນີ້ ເຄີຍເກີດຂຶ້ນໃນສະໄໝພວກເຈົ້າຫລືບໍ່?
ຫລືໃນສະໄໝບັນພະບຸລຸດຂອງພວກເຈົ້າບໍ່?
3ຈົ່ງເລົ່າເລື່ອງລາວໃຫ້ລູກໆຂອງພວກເຈົ້າຟັງເດີ
ເພື່ອວ່າພວກເຂົາຈະບອກສອນລູກໆຂອງພວກເຂົາຕໍ່ໆໄປ
ແລະພໍເມື່ອມາເຖິງຜຽນຂອງພວກເຂົາ
ພວກເຂົາກໍຈະເລົ່າໃຫ້ຄົນຊົ່ວອາຍຸຕໍ່ໄປຮູ້.
4ຕັກແຕນເປັນໝູ່ໆກັດກິນຜົນລະປູກທັງຫລາຍ
ສິ່ງເຫຼືອຈາກຕັກແຕນໝູ່ໜຶ່ງກໍມີໝູ່ອື່ນກິນອີກ.
5ພວກຂີ້ເຫລົ້າເອີຍ ຈົ່ງຕື່ນຂຶ້ນຮ້ອງຄໍ່າຄວນເຖີດ
ນັກດື່ມເຫຼົ້າອະງຸ່ນເອີຍ ຈົ່ງຮ້ອງໄຫ້ຮໍ່າໄຮເຖີດ
ເພາະພົ້ວໝາກອະງຸ່ນທີ່ຫວັງເຮັດເຫຼົ້າໃໝ່
ກໍໄດ້ຖືກທຳລາຍໄປໝົດກ້ຽງແລ້ວເດ
6ກອງທັບຕັກແຕນໄດ້ໂຈມຕີດິນແດນເຮົາ
ມັນສູ້ຊົນທົນຫລາຍແລະທັງນັບບໍ່ຖ້ວນ;
ມັນເປັນນັກຮາວີທີ່ທຳລາຍ ແຂ້ວຄືແຂ້ວໂຕສິງ
ຫລືດັ່ງແຂ້ວຄົມໆ ຂອງໂຕສິງແມ່.
7ມັນໄດ້ທຳລາຍເຄືອພົ້ວອະງຸ່ນຂອງພວກເຮົາ
ແລະກັດກິນກົກໝາກເດື່ອເທດພວກເຮົາດ້ວຍ.
ມັນໄດ້ກັດໄດ້ແຫ້ນເປືອກໄມ້ອອກໝົດ
ຈົນກິ່ງກ້ານເປັນສີຂາວຫລ້ອນ.
8ຈົ່ງຮ້ອງໄຫ້ດັ່ງຍິງສາວໄວ້ທຸກໃຫ້ຄົນຕາຍ
ຄືຜູ້ບ່າວທີ່ນາງຈະແຕ່ງງານນຳນັ້ນ.
9ໃນວິຫານຂອງພຣະເຈົ້າຢາເວບໍ່ມີເຂົ້າເຫຼົ້າອະງຸ່ນຖວາຍເລີຍ
ປະໂຣຫິດໄວ້ທຸກ ບໍ່ມີເຄື່ອງຖວາຍແກ່ພຣະເຈົ້າຢາເວ.
10ທົ່ງໄຮ່ທົ່ງນາກໍຖືກທຳລາຍຈົນໝົດ
ທີ່ດິນກໍຈົມຢູ່ໃນຄວາມງຽບເຫງົາທັງສິ້ນ.
ບໍ່ມີຮວງເຂົ້າແລະບໍ່ມີພົ້ວໝາກອະງຸ່ນ
ໝາກກອກເທດກໍບໍ່ມີຢູ່ຕົ້ນ ພໍເຮັດນໍ້າມັນໄດ້.
11ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ
ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ
ເພາະເຂົ້າບາເລແລະເຂົ້າເດືອຍກໍດີ
ແລະຜົນລະປູກທັງໝົດກໍຖືກທຳລາຍກ້ຽງ.
12ເຄືອອະງຸ່ນແລະກົກໝາກເດື່ອກໍຮ່ວງໂຮຍ
ຕົ້ນໝາກພີລາ ກົກຕານແລະຕົ້ນໝາກຈອງດ້ວຍ.
ຄືຕົ້ນໝາກໄມ້ທຸກໆຕົ້ນກໍຫ່ຽວແຫ້ງຕາຍໄປ
ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
13ພວກເຈົ້າປະໂຣຫິດ ຈົ່ງນຸ່ງຜ້າກະສອບເຂົ້າແລະຮ້ອງໄຫ້ສາເຖີດ
ຜູ້ຮັບໃຊ້ທີ່ແທ່ນບູຊາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນ,
ພວກເຈົ້າຜູ້ຮັບໃຊ້ພຣະເຈົ້າຂອງເຮົາທີ່ວິຫານ ຈົ່ງມານອນໃນຜ້າກະສອບເຂົ້າທັງຄືນ,
ເພາະບໍ່ມີເຂົ້າ, ເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຂອງພວກເຈົ້າ.
14ຈົ່ງອອກຄຳສັ່ງໃຫ້ປະຊາຊົນອົດອາຫານ
ຈົ່ງເອີ້ນກັນມາປະຊຸມເປັນການນັດພິເສດ
ຈົ່ງເຕົ້າໂຮມພວກຜູ້ປົກຄອງທັງຊາວຢູດາໃນວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ
ແລະພາກັນຮ້ອງໄຫ້ຫາພຣະເຈົ້າຢາເວ.
15ວັນຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ທຸກທີ
ຄືວັນທີ່ອົງຊົງຣິດຍິ່ງໃຫຍ່ຈະນຳການທຳລາຍມາໃຫ້
ເປັນການທຳລາຍໃຫຍ່ທີ່ໜ້າຢ້ານກົວຫລາຍ
ວັນນັ້ນ ຈະໜ້າຢ້ານກົວແທ້ໆ.
16ພວກເຮົາໝົດທີ່ເພິ່ງ ເມື່ອເບິ່ງພືດຜົນຖືກທຳລາຍ
ຄວາມມ່ວນຊື່ນໃນວິຫານຂອງພຣະເຈົ້າຂອງພວກເຮົາ ກໍຫັບຫາຍໄປສິ້ນ.
17ເມັດພືດຕາຍໃນດິນແຫ້ງ ບໍ່ມີເຂົ້າໃນສາງ
ເລົ້າເຂົ້າຖືກມ້າງລົງໃຫ້ເພພັງໝົດສິ້ນ.
18ຍ້ອນບໍ່ມີຫຍ້າ ຝູງສັດລ້ຽງກໍສັບສົນວຸ້ນວາຍ
ຝູງແກະທັງຫລາຍຕ່າງກໍທົນທຸກດ້ວຍ.
19ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ
ທົ່ງຫຍ້າຕົ້ນໄມ້ແຫ້ງຕາຍ ແລະຖືກໄຟໄໝ້.
20ແມ່ນແຕ່ຝູງສັດປ່າຍັງຮ້ອງຫາໃຫ້ຊ່ວຍເຫລືອ
ເພາະນໍ້າໃນຫ້ວຍຮ່ອງເຫືອດແຫ້ງລົງໝົດສິ້ນ.
Currently Selected:
ໂຢເອນ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

:
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.