ໂຮເສອາ 14
14
ໂຮເສອາຂໍຮ້ອງຕໍ່ຊາດອິດສະຣາເອນ
1ປະຊາຊົນອິດສະຣາເອນເອີຍ ຈົ່ງກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ບາບຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າຊູນສະດຸດແລະລົ້ມລົງ. 2ຈົ່ງກັບຄືນມາຫາພຣະເຈົ້າຢາເວສາ ແລະພາວັນນາອະທິຖານຫາພຣະອົງດັ່ງນີ້: “ຂໍໂຜດອະໄພການບາບທຸກຢ່າງຂອງພວກຂ້ານ້ອຍ ແລະຮັບເອົາຄຳພາວັນນາອະທິຖານຂອງພວກຂ້ານ້ອຍດ້ວຍ ແລ້ວພວກຂ້ານ້ອຍກໍຈະສັນລະເສີນພຣະອົງຕາມທີ່ໄດ້ສັນຍາໄວ້. 3ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”
ອົງພຣະຜູ້ເປັນເຈົ້າສັນຍາໃຫ້ຊີວິດໃໝ່ແກ່ຊາດອິດສະຣາເອນ
4ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳປະຊາຊົນຂອງເຮົາຄືນມາ
ເຮົາຈະຮັກພວກເຂົາດ້ວຍສຸດໃຈແລະເຊົາໂກດຮ້າຍ.
5ເຮົາຈະເຮັດຕໍ່ຊາດອິດສະຣາເອນດັ່ງສາຍຝົນ
ທີ່ຕົກລິນມາໃນດິນແດນທີ່ແຫ້ງແລ້ງ.
ພວກເຂົາຈະເບີກບານເໝືອນໝູ່ມວນມາລີ
ຢັ່ງຮາກໝັ້ນຄົງດັ່ງຕົ້ນໄມ້ທີ່ເລບານອນນັ້ນ.
6ພວກເຂົາຈະມີຊີວິດຈະເລີນແບບໃໝ່ຂຶ້ນມາ
ຈະສວຍງາມດັ່ງກົກໝາກກອກເທດ.
ພວກເຂົາຈະມີກິ່ນຫອມຫວນຊວນໃຈ
ດັ່ງຕົ້ນສົນສີດາໃນເລບານອນພຸ້ນ.
7ໃນອີກເທື່ອໜຶ່ງ ພວກເຂົາຈະມີຊີວິດຢູ່ໃດ
ຄືມີຊີວິດຢູ່ໃຕ້ການຄຸ້ມຄອງຂອງເຮົານັ້ນ.
ພວກເຂົາຈະປູກເຂົ້າ ແລະຮັບຜົນຫລາຍດັ່ງສວນອະງຸ່ນ
ພວກເຂົາຈະມີຊື່ສຽງດັ່ງເຫຼົ້າອະງຸ່ນທີ່ເລບານອນນັ້ນ.
8ເອຟຣາອິມເອີຍ ເຮົາຈະບໍ່ກ່ຽວກັບຮູບເຄົາຣົບຕໍ່ໄປ;
ເຮົາຈະຕອບຄຳພາວັນນາອະທິຖານແລະດູແລພວກເຂົາ;
ເຮົາຈະເປັນທີ່ເພິ່ງໃຫ້ພວກເຂົາ ດັ່ງຕົ້ນໄມ້ໃບຂຽວສົດ
ເຮົາເປັນບໍ່ເກີດແຫ່ງພຣະພອນຂອງພວກເຂົາທັງສິ້ນ.”
ບົດມ້ວນທ້າຍ
9ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈຳໃສ່ໃຈໄວ້. ທາງຂອງພຣະເຈົ້າຢາເວຖືກຕ້ອງ ແລະບັນດາຜູ້ຊອບທຳຍ່ອມດຳເນີນຕາມທາງນີ້, ແຕ່ບັນດາຄົນບາບຈະຕຳສະດຸດ ແລະລົ້ມລົງເພາະລະເລີຍທາງນີ້.
Currently Selected:
ໂຮເສອາ 14: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: