ໂຮເສອາ 8
8
ການຖືກລົງໂທດຍ້ອນຂາບໄຫວ້ຮູບເຄົາຣົບ
1“ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູເໝືອນນົກອິນຊີກຳລັງຢູ່ເໜືອວິຫານຂອງພຣະເຈົ້າຢາເວ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ສູ້ກົດບັນຍັດຂອງເຮົາ. 2ເຖິງແມ່ນພວກເຂົາເອີ້ນເຮົາວ່າເປັນພຣະເຈົ້າຂອງພວກເຂົາ ແລະອ້າງວ່າພວກເຂົາເປັນປະຊາຊົນຂອງເຮົາ ແລະຮູ້ຈັກເຮົາກໍຕາມ 3ພວກເຂົາກໍໄດ້ປະຖິ້ມສິ່ງດີງາມ. ດ້ວຍເຫດນີ້ ສັດຕູຈຶ່ງຈະໄລ່ຕິດຕາມພວກເຂົາ.
4ປະຊາຊົນຂອງເຮົາໄດ້ເລືອກເອົາກະສັດ ແຕ່ພວກເຂົາເຮັດໄປໂດຍຕົນເອງ. ພວກເຂົາແຕ່ງຕັ້ງເອົາພວກຜູ້ນຳໂດຍທີ່ເຮົາບໍ່ເຫັນດີນຳ. ພວກເຂົາເອົາເງິນແລະຄຳຂອງພວກເຂົາສ້າງຮູບເຄົາຣົບ ທີ່ຈະເປັນເຫດໃຫ້ພວກເຂົາຖືກທຳລາຍ. 5ເຮົາກຽດຊັງຮູບງົວຄຳທີ່ຊາວເມືອງຊາມາເຣຍຂາບໄຫວ້. ເຮົາຄຽດແຄ້ນພວກເຂົາ. ຍັງເຫິງປານໃດນໍ ພວກເຂົາຈຶ່ງຈະປະຖິ້ມການຂາບໄຫວ້ຮູບເຄົາຣົບນີ້? 6ນາຍຊ່າງຊາວອິດສະຣາເອນໄດ້ສ້າງຮູບເຄົາຣົບ ຮູບນັ້ນບໍ່ແມ່ນພຣະເຈົ້າ ງົວຄຳທີ່ຊາວຊາມາເຣຍຂາບໄຫວ້ຈະຖືກທຳລາຍໃຫ້ໝຸ່ນທະລາຍໄປ. 7ເມື່ອພວກເຂົາຫວ່ານລົມ ພວກເຂົາກໍຈະໄດ້ເກັບກ່ຽວລົມພະຍຸ ກົກເຂົ້າທີ່ບໍ່ເກີດຮວງ ໃຫ້ແປ້ງຫລືເຂົ້າຈີ່ກໍບໍ່ຫ່ອນເປັນ, ແຕ່ຖ້າວ່າມັນສຸກ ຊາວຕ່າງປະເທດກໍຈະກິນໝົດເສຍ. 8ຊາວອິດສະຣາເອນເປັນດັ່ງຊົນຊາດອື່ນໆ ແລະບໍ່ມີປະໂຫຍດດັ່ງໄຫແຕກ. 9ດື້ດ້ານດັ່ງລໍປ່າ ປະຊາຊົນອິດສະຣາເອນປະພຶດຕາມທາງຂອງຕົນເອງ. ພວກເຂົາໄປຂໍຄວາມຊ່ວຍເຫລືອຈາກອັດຊີເຣຍ ແລະຈ້າງໃຫ້ຊາດອື່ນມາຄຸ້ມຄອງພວກຕົນ. 10ບັດນີ້ ເຮົາຈະລວບລວມເອົາພວກເຂົາມາລົງໂທດ. ອີກບໍ່ດົນ ພວກເຂົາຈະຊັກດີ້ນດ້ວຍຄວາມເຈັບປວດ ເມື່ອຖືກກະສັດແຫ່ງອັດຊີເຣຍກົດຂີ່.
11ຊາວອິດສະຣາເອນມີແທ່ນບູຊາ ສຳລັບຊຳລະລ້າງບາບຕື່ມຂຶ້ນເທົ່າໃດ ສະຖານທີ່ເຮັດບາບຈະມີຕື່ມຂຶ້ນຫລາຍເທົ່ານັ້ນ. 12ເຮົາໄດ້ຂຽນຄຳສັ່ງສອນຫລາຍຂໍ້ໄວ້ ຈົນນັບບໍ່ຖ້ວນສຳລັບປະຊາຊົນ; ແຕ່ພວກເຂົາບໍ່ຍອມຮັບໂດຍຖືວ່າຄຳສັ່ງສອນນັ້ນເປັນຂອງແປກ ແລະຂອງຕ່າງຊາດ. 13ພວກເຂົາເຜົາຖວາຍບູຊາແກ່ເຮົາ ແລະກິນຊີ້ນທີ່ໄດ້ບູຊານັ້ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບພວກເຂົາ; ມາບັດນີ້ ເຮົາຈະຈົດຈຳການບາບຂອງພວກເຂົາ ແລະລົງໂທດພວກເຂົາຍ້ອນການບາບນັ້ນ; ເຮົາຈະສົ່ງພວກເຂົາກັບຄືນໄປປະເທດເອຢິບ.
14ປະຊາຊົນອິດສະຣາເອນໄດ້ສ້າງວັງໄວ້ຫລາຍແຫ່ງ, ແຕ່ພວກເຂົາລືມຜູ້ທີ່ສ້າງພວກເຂົາ. ປະຊາຊົນຢູດາສ້າງເມືອງທີ່ມີປ້ອມປ້ອງກັນໄວ້ຫລາຍແຫ່ງ; ແຕ່ເຮົາກໍຈະສົ່ງໄຟມາເຜົາຜານເມືອງ ແລະທຳລາຍວັງຂອງພວກເຂົາຖິ້ມ.”
Currently Selected:
ໂຮເສອາ 8: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.