ໂຮເສອາ 9
9
ໂຮເສອາປະກາດລົງໂທດຊາດອິດສະຣາເອນ
1ປະຊາຊົນອິດສະຣາເອນເອີຍ ຈົ່ງເຊົາສະເຫລີມສະຫລອງເທດສະການຕ່າງໆ ດັ່ງຄົນຕ່າງຊາດນັ້ນສາ. ພວກເຈົ້າໄດ້ໜີຈາກພຣະເຈົ້າຂອງຕົນ ແລະບໍ່ສັດຊື່ຕໍ່ພຣະອົງ. ທົ່ວທັງປະເທດ ພວກເຈົ້າໄດ້ຂາຍຕົວເອງໃຫ້ພະບາອານເໝືອນຍິງໂສເພນີ ແລະພວກເຈົ້າກໍມັກເຂົ້າສາລີ ທີ່ພະບາອານຈ່າຍໃຫ້ເປັນຄ່າຈ້າງ. 2ແຕ່ອີກບໍ່ດົນ ພວກເຈົ້າຈະບໍ່ມີເຂົ້າສາລີກັບນໍ້າມັນໝາກກອກເທດ ກິນພຽງພໍແລະຈະບໍ່ມີເຫຼົ້າອະງຸ່ນດື່ມ. 3ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ. 4ຢູ່ໃນດິນແດນຕ່າງປະເທດເຫຼົ່ານັ້ນ ພວກເຂົາຈະບໍ່ສາມາດເຮັດເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ ຫລືນຳເຄື່ອງເຜົາບູຊາໄປຖວາຍແກ່ພຣະອົງໄດ້. ອາຫານຂອງພວກເຂົາຈະເຮັດໃຫ້ທຸກຄົນທີ່ກິນເປັນມົນທິນ ຄືອາຫານທີ່ກິນໃນພິທີສົບ. ອາຫານນີ້ຈະກິນແກ້ຄວາມຫິວຂອງພວກເຂົາເທົ່ານັ້ນ; ແລະຈະຖືກນຳໄປຖວາຍເປັນເຄື່ອງບູຊາໃນພຣະວິຫານຂອງພຣະເຈົ້າຢາເວບໍ່ໄດ້. 5ເມື່ອວັນເທດສະການກິນລ້ຽງຖວາຍກຽດແດ່ພຣະເຈົ້າຢາເວມາເຖິງ ພວກເຂົາຈະເຮັດແນວໃດ? 6ເມື່ອໄພພິບັດມາເຖິງ ແລະປະຊາຊົນຖືກກະຈັດກະຈາຍໄປ ຊາວເອຢິບຈະທ້ອນໂຮມເອົາພວກເຂົາ ຄືໂຮມເອົາໄປຝັງໄວ້ຢູ່ໃນເມືອງມຳຟິດ ຊັບສົມບັດທີ່ເປັນເຄື່ອງເງິນ ແລະບ່ອນທີ່ຕັ້ງບ້ານເຮືອນຂອງພວກເຂົາ ກໍຈະມີຫຍ້າແລະພຸ່ມໜາມເກີດຂຶ້ນ.
7ເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ຄືເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທຳນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າດົນໃຈກໍເປັນຄົນບໍ່ເຕັມ.” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າໜາຫລາຍ. 8ພຣະເຈົ້າໄດ້ສົ່ງຂ້າພະເຈົ້າມາໃນຖານະເປັນຜູ້ທຳນວາຍ ເພື່ອເຕືອນຊາວອິດສະຣາເອນປະຊາຊົນຂອງພຣະອົງ. ແຕ່ບ່ອນໃດກໍດີທີ່ຂ້າພະເຈົ້າໄປ ພວກເຈົ້າຊອກຫາດັກຈັບຂ້າພະເຈົ້າດັ່ງດັກຈັບນົກ. ແມ່ນແຕ່ຢູ່ໃນດິນແດນຂອງພຣະເຈົ້າເອງ ປະຊາຊົນກໍເປັນສັດຕູກັບຜູ້ທຳນວາຍ. 9ພວກເຂົາເຮັດຊົ່ວຮ້າຍຫລາຍຈົນບໍ່ມີທາງຊ່ວຍ ດັ່ງທີ່ພວກເຂົາໄດ້ເຮັດທີ່ກີເບອາ. ພຣະເຈົ້າຈະຈົດຈຳບາບຂອງພວກເຂົາ ແລະລົງໂທດພວກເຂົາໃຫ້ສົມໃຈ.
ບາບຂອງຊາດອິດສະຣາເອນແລະຜົນກຳນຳສະໜອງ
10ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ. 11ຄວາມຍິ່ງໃຫຍ່ຂອງຊາດອິດສະຣາເອນຈະບິນໜີເໝືອນນົກ ແລະຈະບໍ່ມີເດັກນ້ອຍເກີດມາໃຫ້ພວກເຂົາອີກ ຈະບໍ່ມີຜູ້ຍິງຖືພາແລະຈະບໍ່ມີຜູ້ຍິງຕັ້ງທ້ອງ. 12ແຕ່ຖ້າວ່າພວກເຂົາລ້ຽງດູລູກໄວ້ ເຮົາຈະເອົາລູກນັ້ນໜີໄປເສຍ ແລະຈະບໍ່ປ່ອຍໃຫ້ຜູ້ໃດມີຊີວິດຢູ່. ເມື່ອເຮົາປະຖິ້ມປະຊາຊົນເຫຼົ່ານີ້ ສິ່ງທີ່ໜ້າຢ້ານກົວຈະເກີດຂຶ້ນກັບພວກເຂົາ.”
13ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍເຫັນພວກເດັກນ້ອຍຖືກຕາມລ່າ ແລະຖືກຂ້າຖິ້ມ. 14ຂ້ານ້ອຍຈະຮ້ອງຂໍໃຫ້ພຣະອົງເຮັດຢ່າງໃດກັບປະຊາຊົນພວກນີ້? ຂໍພຣະອົງເຮັດໃຫ້ພວກຜູ້ຍິງເປັນໝັນສາ ຂໍເຮັດໃຫ້ແອນ້ອຍຂອງພວກເຂົາ ກິນນົມຂອງພວກເຂົາບໍ່ໄດ້.
ພຣະເຈົ້າຢາເວຕັດສິນລົງໂທດຊາດອິດສະຣາເອນ
15ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ. 16ປະຊາຊົນອິດສະຣາເອນເປັນດັ່ງຮາກຂອງພືດທີ່ຕາຍ ແລະບໍ່ເກີດໝາກ. ພວກເຂົາຈະບໍ່ມີລູກ, ແຕ່ຖ້າມີ ເຮົາກໍຈະຂ້າລູກທີ່ພວກເຂົາຮັກນັ້ນເສຍ.”
ຜູ້ທຳນວາຍເວົ້າເຖິງຊາດອິດສະຣາເອນ
17ພຣະເຈົ້າຂອງຂ້າພະເຈົ້າຈະປະຖິ້ມປະຊາຊົນຂອງພຣະອົງ ເພາະພວກເຂົາບໍ່ເຊື່ອຟັງພຣະອົງ. ພວກເຂົາຈະເປັນຄົນພະເນຈອນຢູ່ທ່າມກາງບັນດາປະຊາຊາດ.
Currently Selected:
ໂຮເສອາ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.