ໂຮເສອາ 4
4
ອົງພຣະຜູ້ເປັນເຈົ້າກ່າວໂທດຊາດອິດສະຣາເອນ
1ພຣະເຈົ້າຢາເວມີຄະດີກ່າວຟ້ອງຕໍ່ສູ້ປະຊາຊົນ ທີ່ອາໄສຢູ່ໃນດິນແດນນີ້. ຊາວອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ: “ຄວາມສັດຊື່ຫລືຄວາມຮັກບໍ່ມີຢູ່ໃນດິນແດນນີ້ ແລະບໍ່ມີຄວາມຮັບຮູ້ພຣະເຈົ້າ. 2ພວກເຂົາເຮັດຄຳສັນຍາແລະລະເມີດຄຳສັນຍານັ້ນ. ພວກເຂົາຂີ້ຕົວະ, ເປັນຄາດຕະກອນ, ຂີ້ລັກ ແລະຫລີ້ນຊູ້ສູ່ຜົວເມຍຄົນອື່ນ. ອາຊະຍາກຳມີເພີ່ມຂຶ້ນ ແລະການຂ້າຟັນກັນກໍມີຢູ່ທຸກມື້ທຸກເວັນ. 3ສະນັ້ນ ດິນແດນຈະແຫ້ງແລ້ງ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນຈະຕາຍໄປໝົດ. ສັດແລະນົກທັງປວງແມ່ນແຕ່ປາກໍຈະຕາຍດ້ວຍ.”
ອົງພຣະຜູ້ເປັນເຈົ້າກ່າວໂທດພວກປະໂຣຫິດ
4“ຢ່າໃຫ້ຜູ້ໃດກ່າວໂທດ ຫລືຕິຕຽນປະຊາຊົນ ເພາະຄຳຈົ່ມຂອງເຮົາແມ່ນຕໍ່ສູ້ພວກເຈົ້າ ຜູ້ເປັນປະໂຣຫິດ. 5ພວກເຈົ້າເຮັດຜິດທັງກາງເວັນແລະກາງຄືນ ພວກຜູ້ທຳນວາຍກໍບໍ່ດີລື່ນໄປກວ່າພວກເຈົ້າ. ເຮົາກຳລັງຈະທຳລາຍແມ່ຂອງພວກເຈົ້າ. 6ປະຊາຊົນຂອງເຮົາໄດ້ຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ພວກເຈົ້າຜູ້ເປັນປະໂຣຫິດບໍ່ຍອມຮັບຮູ້ເຮົາ ແລະໄດ້ປະຖິ້ມຄຳສັ່ງສອນຂອງເຮົາ; ດັ່ງນັ້ນ ເຮົາຈຶ່ງບໍ່ຍອມຮັບຮູ້ພວກເຈົ້າ ແລະບໍ່ຍອມຮັບຮູ້ລູກຊາຍຂອງພວກເຈົ້າວ່າ ເປັນປະໂຣຫິດຂອງເຮົາ.
7ພວກເຈົ້າຜູ້ເປັນປະໂຣຫິດມີຈຳນວນຫລາຍຂຶ້ນເທົ່າໃດ ພວກເຈົ້າກໍຍິ່ງເຮັດບາບຕໍ່ສູ້ເຮົາຫລາຍຂຶ້ນເທົ່ານັ້ນ ເຮົາຈະໃຫ້ກຽດຕິຍົດຂອງພວກເຈົ້າກາຍເປັນຄວາມອັບອາຍ. 8ພວກເຈົ້າຮັ່ງມີຂຶ້ນ ຍ້ອນປະຊາຊົນຂອງເຮົາເຮັດບາບ; ດັ່ງນັ້ນ ພວກເຈົ້າຈຶ່ງຢາກໃຫ້ປະຊາຊົນຂອງເຮົາ ເຮັດບາບຫລາຍຂຶ້ນຕື່ມ. 9ພວກເຈົ້າຈະໄດ້ຮັບໂທດຢ່າງທໍລະມານ ເໝືອນກັນກັບປະຊາຊົນ. ເຮົາຈະລົງໂທດພວກເຈົ້າ ແລະເຮັດໃຫ້ໃຊ້ໜີ້ກຳແຫ່ງການຊົ່ວທີ່ພວກເຈົ້າໄດ້ເຮັດນັ້ນ. 10ພວກເຈົ້າຈະກິນສ່ວນແບ່ງເຄື່ອງບູຊາທີ່ເປັນຂອງພວກເຈົ້າ; ແຕ່ກໍຍັງຈະຫິວຢູ່. ພວກເຈົ້າຈະຂາບໄຫວ້ບັນດາພະທີ່ໃຫ້ເກີດຄວາມອຸດົມສົມບູນ; ແຕ່ກໍຍັງບໍ່ມີລູກ ເພາະພວກເຈົ້າໜີຈາກພຣະເຈົ້າຢາເວໄປບົວລະບັດຮັບໃຊ້ພະອື່ນ.”
ອົງພຣະຜູ້ເປັນເຈົ້າປະນາມການຂາບໄຫວ້ພະຕ່າງຊາດ
11ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຫຼົ້າອະງຸ່ນທັງເກົ່າແລະໃໝ່ ກຳລັງເຮັດໃຫ້ປະຊາຊົນຂອງເຮົາເສຍຄົນ. 12ພວກເຂົາຂໍຮ້ອງໃຫ້ສິ່ງທີ່ເຮັດດ້ວຍໄມ້ ເປີດເຜີຍເລື່ອງຕ່າງໆໃຫ້ພວກຕົນຮູ້ ທ່ອນໄມ້ບອກພວກເຂົາ ຕາມທີ່ພວກເຂົາຢາກຮູ້ ພວກເຂົາໄດ້ປະຖິ້ມເຮົາ. ດັ່ງຍິງຜູ້ໜຶ່ງທີ່ກາຍເປັນໂສເພນີ ພວກເຂົາຖວາຍຕົນເອງແກ່ພະອື່ນ. 13ພວກເຂົາຖວາຍເຄື່ອງເຜົາບູຊາທີ່ສະຖານສັກສິດຢູ່ເທິງຈອມພູ ແລະເຜົາເຄື່ອງຫອມບູຊາຢູ່ເທິງເນີນພູແລະຢູ່ໃຕ້ຕົ້ນໄມ້ສູງ ຄືຕົ້ນໄມ້ທີ່ແຜ່ງ່າອອກເພາະມັນມີຮົ່ມເຢັນດີ.
ຜົນທີ່ຕາມມາກໍຄືວ່າ ພວກລູກສາວຂອງພວກເຈົ້າພາກັນເປັນໂສເພນີ ແລະພວກລູກໃພ້ຂອງພວກເຈົ້າກໍພາກັນຫລີ້ນຊູ້. 14ແຕ່ເຖິງຢ່າງໃດກໍຕາມ ເຮົາຈະບໍ່ລົງໂທດພວກເຂົາເພາະເຮັດດັ່ງນັ້ນ ຍ້ອນພວກເຈົ້າເອງກໍໄປກັບໂສເພນີປະຈຳວິຫານ ແລະເຜົາເຄື່ອງບູຊາຖວາຍແກ່ພະຕ່າງຊາດຮ່ວມກັບພວກເຂົາ. ດັ່ງສຸພາສິດກ່າວວ່າ ຄົນທີ່ຂາດປັນຍາກໍຈະເຖິງແກ່ຄວາມພິນາດ.
15ເຖິງແມ່ນວ່າ ປະຊາຊົນອິດສະຣາເອນຂອງເຮົາບໍ່ສັດຊື່ຕໍ່ເຮົາກໍຕາມ ກໍຢ່າໃຫ້ປະຊາຊົນຢູດາເຮັດຜິດໃນລັກສະນະດຽວກັນ. ຢ່າໄປຂາບໄຫວ້ໃນເມືອງກິນການ ຫລືເບັດອາເວນ ຫລືສັນຍາຢູ່ທີ່ນັ້ນວ່າ ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່.’ 16ປະຊາຊົນອິດສະຣາເອນນັ້ນດື້ດຶງດັ່ງລໍ. ພຣະເຈົ້າຢາເວຈະລ້ຽງພວກເຂົາດັ່ງແກະທີ່ຢູ່ໃນທົ່ງຫຍ້າໄດ້ຢ່າງໃດ? 17ປະຊາຊົນອິດສະຣາເອນຢູ່ໃຕ້ອຳນາດຂອງຮູບເຄົາຣົບທັງຫລາຍ. ຈົ່ງປ່ອຍໃຫ້ພວກເຂົາໄປຕາມທາງຂອງພວກເຂົາເອງ. 18ຫລັງຈາກດື່ມເຫຼົ້າອະງຸ່ນຢ່າງໜັກແລ້ວ ພວກເຂົາກໍຍິນດີໄປກັບພວກໂສເພນີ ແລະມັກເຮັດໃຫ້ເສຍຊື່ສຽງຫລາຍກວ່າໄດ້ຊື່ສຽງ. 19ພວກເຂົາຈະຖືກກວາດໄປດັ່ງລົມພະຍຸພັດ ແລະພວກເຂົາກໍຈະອັບອາຍໃນການຖວາຍບູຊາຕ່າງໆແກ່ພະຕ່າງຊາດ.”
Currently Selected:
ໂຮເສອາ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.