ໂຮເສອາ 11
11
ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ພວກກະບົດ
1ອົງພຣະຜູ້ເປັນເຈົ້າກ່າວວ່າ,
“ຄາວທີ່ຊາດອິດສະຣາເອນຍັງເປັນ ເດັກນ້ອຍຢູ່ນັ້ນ
ເຮົາຮັກລາວແລະເອີ້ນລາວໃຫ້ອອກ
ມາຈາກປະເທດເອຢິບໃນຖານະເປັນລູກຊາຍ.
2ແຕ່ເຮົາໄດ້ເອີ້ນເອົາລາວຫລາຍເທົ່າໃດ
ລາວກໍຍິ່ງຫັນໜີຈາກເຮົາ ໄປຫລາຍເທົ່ານັ້ນ.
ປະຊາຊົນຂອງເຮົາໄດ້ຖວາຍສັດບູຊາແກ່ພະບາອານ
ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ຮູບເຄົາຣົບ.
3ແຕ່ແມ່ນເຮົານີ້ແຫຼະ ທີ່ເປັນຜູ້ໄດ້ສັ່ງສອນ
ໃຫ້ຊາດອິດສະຣາເອນຍ່າງໄປມາໄດ້.
ເຮົາໄດ້ອູ້ມປະຊາຊົນຂອງເຮົາໄວ້ໃນອ້ອມແຂນ
ແຕ່ພວກເຂົາບໍ່ຮັບຮູ້ເຮົາວ່າເປັນຜູ້ດູແລພວກເຂົາເຈົ້າ.
4ເຮົາໄດ້ໃຊ້ທັງຄວາມຮັກ ແລະຄວາມອ່ອນຫວານ
ເປັນເຄື່ອງຊັກຈູງໃຈໃຫ້ພວກເຂົາກັບມາຫາເຮົາອີກ.
ເຮົາໄດ້ໂຊມພວກເຂົາລຸກຂຶ້ນທັງແນບໃສ່ແກ້ມເຮົາ
ແລະກົ້ມລົງລ້ຽງດູແລພວກເຂົາໄວ້.
5ແຕ່ພວກເຂົາບໍ່ຍອມກັບຄືນມາຫາເຮົາ; ສະນັ້ນ ພວກເຂົາຈຶ່ງຕ້ອງກັບຄືນໄປປະເທດເອຢິບ ແລະກະສັດແຫ່ງອັດຊີເຣຍຈະປົກຄອງພວກເຂົາ. 6ສົງຄາມຈະທຳລາຍເມືອງຂອງພວກເຂົາ ແລະທຳລາຍປະຕູເມືອງໃຫ້ເພພັງໄປ. ມັນຈະທຳລາຍປະຊາຊົນຂອງເຮົາ ເພາະພວກເຂົາເຮັດຕາມທີ່ພວກເຂົາເຫັນຊອບ. 7ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກແອກ ແລະຈະບໍ່ມີຜູ້ໃດປົດແອກອອກໃຫ້ພວກເຂົາໄດ້.
8ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ
ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ?
ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້
ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ?
ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ
ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.
9ເຮົາຈະບໍ່ລົງໂທດເຈົ້າຢ່າງຄຽດແຄ້ນໜັກດອກ
ເຮົາຈະບໍ່ທຳລາຍເອຟຣາອິມຕໍ່ໄປອີກ.
ເພາະເຮົາເປັນພຣະເຈົ້າແລະບໍ່ແມ່ນມະນຸດ
ເຮົາຜູ້ບໍຣິສຸດຢູ່ນຳເຈົ້າຈະມາຫາແລະອີດູເຈົ້າ.
10ພວກເຂົາຈະຕິດຕາມພຣະເຈົ້າຢາເວໄປ ເມື່ອເຮົາຮ້ອງຄຳຣາມເໝືອນສິງ ໃສ່ສັດຕູຂອງພວກເຂົາ. ພວກເຂົາຈະຟ້າວມາຫາເຮົາຈາກທິດຕາເວັນຕົກ. 11ພວກເຂົາຈະມາຈາກປະເທດເອຢິບຢ່າງວ່ອງໄວເໝືອນນົກ ແລະມາຈາກອັດຊີເຣຍເໝືອນນົກເຂົາ. ເຮົາຈະນຳພວກເຂົາກັບຄືນມາສູ່ບ້ານເຮືອນຂອງພວກເຂົາອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ອິດສະຣາເອນແລະຢູດາຖືກລົງໂທດ
12ປະຊາຊົນເອຟຣາອິມອ້ອມຮອບເຮົາໄວ້ ດ້ວຍການຕົວະແລະການຫລອກລວງ ແລະປະຊາຊົນຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່ ຄືຕໍ່ສູ້ພຣະເຈົ້າອົງສັດຊື່ແລະບໍຣິສຸດ.
Currently Selected:
ໂຮເສອາ 11: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.