ປະຖົມມະການ 48
48
ຢາໂຄບອວຍພອນເອຟຣາອິມແລະມານາເຊ
1ຫລັງຈາກນັ້ນມາບໍ່ດົນນານ ກໍມີຄົນມາບອກໂຢເຊັບວ່າພໍ່ຂອງເພິ່ນເຈັບໜັກ. ສະນັ້ນ ໂຢເຊັບຈຶ່ງພາລູກຊາຍທັງສອງຂອງຕົນຄື ມານາເຊແລະເອຟຣາອິມ ໄປຫາພໍ່ຂອງຕົນ. 2ເມື່ອຢາໂຄບຮູ້ວ່າໂຢເຊັບລູກຊາຍຂອງຕົນມາຢາມ ເພິ່ນຈຶ່ງຮວບຮວມເຫື່ອແຮງທັງໝົດທີ່ຕົນມີຢູ່ ລຸກຂຶ້ນນັ່ງເທິງຕຽງ. 3ຢາໂຄບກ່າວແກ່ໂຢເຊັບວ່າ, “ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ປາກົດແກ່ພໍ່ທີ່ເມືອງລູເຊ ໃນການາອານແລະອວຍພອນພໍ່. 4ພຣະອົງໄດ້ກ່າວວ່າ, ‘ເຮົາຈະໃຫ້ເຈົ້າມີລູກຫລານຢ່າງຫລວງຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະກາຍເປັນຫລາຍໆຊົນຊາດ; ເຮົາຈະເອົາດິນແດນນີ້ ໃຫ້ເປັນສົມບັດແກ່ເຊື້ອສາຍຂອງເຈົ້າຕະຫລອດໄປ.”’
5ຢາໂຄບກ່າວຕໍ່ໄປວ່າ, “ໂຢເຊັບເອີຍ ລູກຊາຍຂອງເຈົ້າສອງຄົນທີ່ໄດ້ເກີດຢູ່ໃນປະເທດເອຢິບ ກ່ອນພໍ່ມາຢູ່ນີ້ເປັນລູກຂອງພໍ່. ເອຟຣາອິມແລະມານາເຊກໍເທົ່າໆກັບຣູເບັນແລະຊີເມໂອນ. 6ຖ້າເຈົ້າມີລູກຊາຍອີກ ພໍ່ຈະບໍ່ຖືວ່າເປັນລູກຂອງພໍ່. ພວກເຂົາຈະໄດ້ຮັບມໍຣະດົກ ໂດຍທາງເອຟຣາອິມແລະມານາເຊ. 7ພໍ່ເຮັດດັ່ງນີ້ ເພາະເຫັນແກ່ຣາເຊັນແມ່ຂອງເຈົ້າ. ພໍ່ໂສກເສົ້າຫລາຍ ເມື່ອແມ່ຂອງເຈົ້າຈາກພໍ່ໄປໃນການາອານ ຊຶ່ງບໍ່ຢູ່ໄກເທົ່າໃດຈາກເອຟຣາທາ. ພໍ່ໄດ້ຝັງສົບແມ່ຂອງເຈົ້າໄວ້ທີ່ແຄມທາງໄປສູ່ເອຟຣາທາ.” (ເອຟຣາທາແມ່ນເມືອງເບັດເລເຮັມໃນປັດຈຸບັນນີ້.)
8ເມື່ອຢາໂຄບເຫັນລູກຊາຍຂອງໂຢເຊັບ ເພິ່ນຈຶ່ງຖາມວ່າ, “ເດັກນ້ອຍພວກນີ້ແມ່ນຜູ້ໃດ?”
9ໂຢເຊັບຕອບວ່າ, “ພວກເຂົາແມ່ນລູກຂອງຂ້ານ້ອຍ ທີ່ພຣະເຈົ້າໄດ້ໂຜດໃຫ້ທີ່ປະເທດເອຢິບນີ້.”
ຢາໂຄບເວົ້າວ່າ, “ຈົ່ງເອົາພວກເຂົາມາຫາພໍ່ດູ ເພື່ອພໍ່ຈະໄດ້ອວຍພອນພວກເຂົາ.” 10ສາຍຕາຂອງຢາໂຄບອ່ອນລົງຫລາຍ ຍ້ອນຄວາມຊະລາແລະບໍ່ເຫັນຮຸ່ງຄັກ. ເມື່ອໂຢເຊັບນຳພວກເຂົາເຂົ້າມາ ເພິ່ນຈຶ່ງກອດແລະຈູບພວກເຂົາ. 11ຢາໂຄບກ່າວແກ່ໂຢເຊັບວ່າ, “ພໍ່ບໍ່ເຄີຍຄິດເລີຍວ່າຈະໄດ້ເຫັນເຈົ້າອີກ, ແຕ່ບັດນີ້ ພຣະເຈົ້າໃຫ້ພໍ່ໄດ້ເຫັນຮອດລູກຂອງເຈົ້າ.” 12ແລ້ວໂຢເຊັບກໍເອົາເຂົາທັງສອງອອກຈາກຕັກຂອງຢາໂຄບ ແລະພາພວກເຂົາກົ້ມຂາບລົງຕໍ່ໜ້າເພິ່ນ.
13ໂຢເຊັບເອົາເອຟຣາອິມມາທາງຊ້າຍມືຂອງຢາໂຄບແລະມານາເຊຢູ່ທາງຂວາມື. 14ແຕ່ຢາໂຄບໄຂ່ວແຂນຂອງຕົນ ແລະເອົາມືຂວາວາງເທິງຫົວຂອງເອຟຣາອິມຜູ້ເປັນນ້ອງ ແລະມືຊ້າຍວາງເທິງຫົວຂອງມານາເຊຜູ້ເປັນອ້າຍ. 15ແລ້ວເພິ່ນກໍອວຍພອນແກ່ໂຢເຊັບ ວ່າ:
“ຂໍພຣະເຈົ້າອົງທີ່ພໍ່ຂອງຂ້ານ້ອຍຄືອີຊາກແລະອັບຣາຮາມ
ຜູ້ທີ່ບາກບັ່ນຮັບໃຊ້ພຣະອົງ ອວຍພອນເດັກນ້ອຍເຫຼົ່ານີ້
ຂໍພຣະເຈົ້າອົງທີ່ນຳພາຂ້ານ້ອຍທຸກມື້ນີ້ແລະທຸກເວລາ;
ຈົ່ງອວຍພອນເຂົາເຫຼົ່ານີ້ເທີ້ນ
16ຂໍໃຫ້ເທວະດາຕົນທີ່ໄດ້ຊ່ວຍກູ້ເອົາຂ້ານ້ອຍ;
ຈົ່ງອວຍພອນເຂົາເຫຼົ່ານີ້ດ້ວຍ
ຂໍໃຫ້ຊື່ຂອງຂ້ານ້ອຍທັງອີຊາກແລະອັບຣາຮາມ
ດຳລົງຄົງຢູ່ນຳເດັກນ້ອຍເຫຼົ່ານີ້
ຂໍໃຫ້ພວກເຂົາຈົ່ງມີລູກຫລານຢ່າງຫຼວງຫລາຍ
ທັງມີເຊື້ອສາຍມາກມາຍຫລາຍລົ້ນ ແດ່ທ້ອນ.”
17ໂຢເຊັບບໍ່ສະບາຍໃຈ ເມື່ອເຫັນພໍ່ຂອງຕົນເອົາມືຂວາວາງເທິງຫົວຂອງເອຟຣາອິມ. ສະນັ້ນ ເພິ່ນຈຶ່ງປ່ຽນມືຂອງພໍ່ທີ່ວາງເທິງຫົວຂອງເອຟຣາອິມ ມາວາງໃສ່ເທິງຫົວຂອງມານາເຊ. 18ເພິ່ນເວົ້າກັບພໍ່ວ່າ, “ບໍ່ແມ່ນທາງນີ້ພໍ່ ທາງນີ້ແມ່ນອ້າຍ, ເອົາມືຂວາວາງເທິງຫົວລາວສາ.”
19ຢາໂຄບປະຕິເສດ ແລະເວົ້າວ່າ, “ພໍ່ຮູ້ແລ້ວລູກເອີຍ ພໍ່ຮູ້ດີ. ເຊື້ອສາຍຂອງມານາເຊກໍຈະກາຍເປັນຊົນຊາດໃຫຍ່ເໝືອນກັນ. ແຕ່ຜູ້ນ້ອງນັ້ນຈະຍິ່ງໃຫຍ່ກວ່າຜູ້ອ້າຍ ແລະເຊື້ອສາຍຂອງລາວຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່.”
20ສະນັ້ນ ເພິ່ນຈຶ່ງອວຍພອນພວກເຂົາໃນມື້ນັ້ນວ່າ,
“ຊາວອິດສະຣາເອນຈະເອີ່ຍຊື່ເຈົ້າ ເມື່ອອວຍພອນກັນ;
ເຂົາຈະເວົ້າກັນດ້ວຍຖ້ອຍຄຳດັ່ງນີ້:
‘ຂໍພຣະເຈົ້າບັນດານໃຫ້ຂ້ານ້ອຍກາຍເປັນເໝືອນ
ເອຟຣາອິມແລະມານາເຊດ້ວຍ.”’
21ແລ້ວຢາໂຄບກໍເວົ້າກັບໂຢເຊັບວ່າ, “ລູກເຫັນແລ້ວວ່າ ພໍ່ໃກ້ຈະສິ້ນໃຈຕາຍ, ແຕ່ພຣະເຈົ້າຈະຢູ່ກັບເຈົ້າ ແລະນຳເຈົ້າຄືນໄປສູ່ດິນແດນຂອງປູ່ຍ່າຕາຍາຍຂອງເຈົ້າ. 22ພໍ່ມອບຊີເຄມ ເຂດອຸດົມສົມບູນ ແລະຮັ່ງມີໃຫ້ແກ່ເຈົ້າ ແລະບໍ່ແມ່ນໃຫ້ພວກອ້າຍຂອງເຈົ້າ ເພາະພໍ່ໄດ້ຊີເຄມມາຈາກພວກອາໂມດ້ວຍຄົມດາບແລະທະນູ.”
Currently Selected:
ປະຖົມມະການ 48: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.