ປະຖົມມະການ 46
46
ຢາໂຄບພາຄອບຄົວໄປທີ່ເອຢິບ
1ຢາໂຄບໄດ້ມ້ຽນມັດເອົາສິ່ງຂອງທັງໝົດທີ່ຕົນມີຢູ່ ແລະໄປເມືອງເບເອນເຊບາ ບ່ອນທີ່ເພິ່ນໄດ້ຖວາຍບູຊາແກ່ພຣະເຈົ້າຂອງອີຊາກພໍ່ຂອງຕົນ. 2ໃນຄືນນັ້ນ ພຣະເຈົ້າໄດ້ກ່າວກັບຢາໂຄບທາງຄວາມຝັນວ່າ, “ຢາໂຄບ ຢາໂຄບເອີຍ.”
ເພິ່ນຂານຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
3ພຣະອົງກ່າວວ່າ, “ເຮົາຄືພຣະເຈົ້າ ພຣະເຈົ້າຂອງພໍ່ເຈົ້າ, ບໍ່ຕ້ອງຢ້ານທີ່ຈະໄປປະເທດເອຢິບ. ເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າທະວີຂຶ້ນເປັນຊົນຊາດໃຫຍ່ຢູ່ໃນທີ່ນັ້ນ. 4ເຮົາຈະໄປປະເທດເອຢິບກັບເຈົ້າ ແລະເຮົາຈະນຳເອົາເຊື້ອສາຍຂອງເຈົ້າ ກັບຄືນມາສູ່ດິນແດນນີ້ອີກ. ໂຢເຊັບຈະຢູ່ນຳເຈົ້າເມື່ອເວລາເຈົ້າຕາຍ.”
5ແລ້ວຢາໂຄບກໍອອກໄປຈາກເມືອງເບເອນເຊບາ. ພວກລູກຊາຍໄດ້ເອົາພໍ່ຂອງພວກຕົນ, ພວກເດັກນ້ອຍ ແລະເມຍຂອງພວກເຂົາ ຂຶ້ນຂີ່ກວຽນທີ່ກະສັດເອຢິບໄດ້ສົ່ງມາຮັບ. 6ພວກເຂົາເອົາຝູງສັດກັບຊັບສົມບັດທັງໝົດທີ່ມີໃນການາອານ ອອກເດີນທາງໄປສູ່ປະເທດເອຢິບ. 7ຢາໂຄບໄດ້ນຳເອົາເຊື້ອສາຍທັງໝົດຂອງຕົນໄປນຳດັ່ງນີ້: ບັນດາລູກຊາຍຂອງເພິ່ນ, ບັນດາຫລານຊາຍຂອງເພິ່ນ, ບັນດາລູກສາວຂອງເພິ່ນ ແລະບັນດາຫລານສາວຂອງເພິ່ນ.
8ເຊື້ອສາຍຂອງຢາໂຄບທີ່ໄປປະເທດເອຢິບກັບເພິ່ນມີຣູເບັນລູກຊາຍກົກຂອງເພິ່ນ 9ແລະພວກລູກຊາຍຂອງຣູເບັນດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ. 10ຊີເມໂອນແລະພວກລູກຊາຍຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະລູກທີ່ເກີດຈາກຍິງຊາວການາອານຊື່ວ່າ ຊາອູນ. 11ເລວີແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ ແລະເມຣາຣີ. 12ຢູດາແລະພວກລູກຊາຍຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ ແລະເຊຣາ. (ສ່ວນເອຣະກັບໂອນານ ລູກຊາຍສອງຄົນຂອງຢູດານັ້ນ ຕາຍທີ່ການາອານ) ພ້ອມດ້ວຍລູກຊາຍຂອງເປເຣັດຊື່ວ່າ ເຮຊະໂຣນ ແລະຮາມູນ. 13ອິດຊາຄາກັບພວກລູກຊາຍຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະຊີມໂຣນ. 14ເຊບູໂລນກັບພວກລູກຊາຍຂອງຕົນ: ເສເຣັດ, ເອໂລນ ແລະຢາເລເອນ. 15ຄົນເຫຼົ່ານັ້ນແມ່ນລູກຊາຍຂອງນາງເລອາ ທີ່ໄດ້ເກີດໃຫ້ຢາໂຄບໃນເມໂຊໂປຕາເມຍ ລວມທັງນາງດີນາລູກສາວຂອງຕົນດ້ວຍ. ເມື່ອນັບລວມທັງໝົດແລ້ວ ເຊື້ອສາຍທີ່ສືບມາຈາກນາງເລອາ ມີຢູ່ 33 ຄົນ.
16ກາດແລະບັນດາລູກຊາຍຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ ແລະອາເຣລີ. 17ອາເຊແລະພວກລູກຊາຍຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະນາງເສຣາລູກສາວຂອງລາວ ພ້ອມທັງລູກຊາຍຂອງເບຣິຢາ: ເຮເບແລະມັນກີເອນ. 18ພວກ 16 ຄົນນີ້ແມ່ນເຊື້ອສາຍຂອງຢາໂຄບ ທີ່ສືບມາຈາກນາງຊີລະປາ ເອື້ອຍລ້ຽງທີ່ລາບານໄດ້ມອບໃຫ້ນາງເລອາ ລູກສາວຂອງຕົນ.
19ສ່ວນຣາເຊັນ ເມຍຂອງຢາໂຄບ ມີລູກຊາຍສອງຄົນ: ໂຢເຊັບແລະເບັນຢາມິນ. 20ຢູ່ໃນປະເທດເອຢິບ ໂຢເຊັບມີລູກຊາຍສອງຄົນຊື່ວ່າ ມານາເຊແລະເອຟຣາອິມ ທີ່ໄດ້ນຳນາງອາເສນາດລູກສາວຂອງໂປຕີເຟຣາປະໂຣຫິດແຫ່ງເມືອງເຮລີໂອໂປລີ. 21ລູກຊາຍຂອງເບັນຢາມິນ ມີດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະອາກເດ. 22ພວກສິບສີ່ຄົນນີ້ເປັນເຊື້ອສາຍຂອງຢາໂຄບ ທີ່ສືບມາຈາກນາງຣາເຊັນ.
23ດານແລະລູກຊາຍຂອງຕົນຊື່ວ່າ ຮູຊິມ. 24ເນັບທາລີແລະລູກຊາຍຂອງຕົນ ມີດັ່ງນີ້: ຢາເຊເອນ, ກູນີ, ເຢເຊ ແລະຊິນເລັມ. 25ພວກເຈັດຄົນນີ້ເປັນເຊື້ອສາຍຂອງຢາໂຄບທີ່ສືບມາຈາກນາງບິນຮາ ເອື້ອຍລ້ຽງທີ່ລາບານໄດ້ມອບໃຫ້ນາງຣາເຊັນລູກສາວຂອງຕົນ.
26ຈຳນວນເຊື້ອສາຍແທ້ໆທັງໝົດຂອງຢາໂຄບທີ່ໄປຢູ່ໃນປະເທດເອຢິບມີ 66 ຄົນ; ໂດຍບໍ່ນັບເມຍຂອງພວກລູກຊາຍຂອງເພິ່ນ. 27ໂຢເຊັບມີລູກຊາຍທີ່ເກີດຢູ່ໃນປະເທດເອຢິບສອງຄົນ. ເມື່ອຮວບຮວມຄອບຄົວຂອງຢາໂຄບທັງໝົດ ທີ່ໄປຢູ່ໃນປະເທດເອຢິບແລ້ວມີ 70 ຄົນ.
ຢາໂຄບແລະຄອບຄົວໃນປະເທດເອຢິບ
28ຢາໂຄບໄດ້ສົ່ງຢູດາໄປບອກໂຢເຊັບລ່ວງໜ້າ ເພື່ອໃຫ້ມາພົບພໍ່ຂອງຕົນທີ່ເຂດໂກເຊັນ. ເມື່ອພວກເຂົາມາຮອດ 29ໂຢເຊັບຈຶ່ງຂີ່ລົດມ້າອອກໄປພົບພໍ່ຂອງຕົນທີ່ເຂດໂກເຊັນທັນທີ. ເມື່ອທັງສອງພົບກັນ ໂຢເຊັບຈຶ່ງຟ້າວກອດຄໍພໍ່ຂອງຕົນໄຫ້ສະອື້ນເປັນເວລານານ. 30ຢາໂຄບເວົ້າກັບໂຢເຊັບວ່າ, “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ ເມື່ອໄດ້ເຫັນໜ້າລູກແລະຮູ້ວ່າລູກຍັງມີຊີວິດຢູ່.”
31ແລ້ວໂຢເຊັບກໍກ່າວຕໍ່ພວກອ້າຍ ຕະຫລອດທັງຄອບຄົວທັງໝົດຂອງພໍ່ຕົນວ່າ, “ຂ້ອຍຕ້ອງໄປບອກໃຫ້ກະສັດຮູ້ວ່າ ພວກອ້າຍນ້ອງກັບຄອບຄົວທັງໝົດຂອງພໍ່ຂ້ອຍ ທີ່ໄດ້ອາໄສຢູ່ໃນການາອານນັ້ນມາຮອດແລ້ວ. 32ຂ້ອຍຈະບອກເພິ່ນວ່າ ພວກເຈົ້າເປັນຄົນລ້ຽງແກະແລະລ້ຽງງົວ ແລະພວກເຈົ້າໄດ້ເອົາຝູງແກະກັບຝູງງົວພ້ອມທຸກສິ່ງທີ່ມີນັ້ນມານຳ. 33ເມື່ອກະສັດເອີ້ນພວກເຈົ້າໄປຖາມເຖິງວິຊາອາຊີບຂອງພວກເຈົ້າ 34ໃຫ້ພວກເຈົ້າຕອບວ່າ, ພວກເຈົ້າລ້ຽງສັດເປັນອາຊີບເໝືອນດັ່ງບັນພະບຸລຸດຂອງພວກເຮົາ. ໂດຍວິທີນີ້ກະສັດກໍຈະອະນຸຍາດໃຫ້ພວກເຈົ້າອາໄສຢູ່ໃນເຂດໂກເຊັນໄດ້.” ໂຢເຊັບແນະນຳເຊັ່ນນີ້ ເພາະຊາວເອຢິບບໍ່ມັກພວກລ້ຽງແກະ.
Currently Selected:
ປະຖົມມະການ 46: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.