YouVersion Logo
Search Icon

ປະຖົມມະການ 2

2
1ດັ່ງນັ້ນ ຈັກກະວານ​ແລະ​ແຜ່ນດິນ​ໂລກ ກັບ​ສັບພະ​ທຸກສິ່ງ​ທັງໝົດ​ທີ່​ມີ​ຢູ່​ໃນ​ນັ້ນ​ກໍ​ສຳເລັດ​ເສັດສິ້ນ. 2ມື້​ທີ​ເຈັດ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ກໍ​ສຳເລັດ ແລະ​ພຣະອົງ​ໄດ້​ຢຸດ​ພັກ​ກິດຈະການ. 3ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ. 4ປະຫວັດ​ຈັກກະວານ​ແລະ​ແຜ່ນດິນ​ໂລກ​ໄດ້​ຖືກ​ນິຣະມິດ​ສ້າງ​ຂຶ້ນ​ມາ​ກໍ​ເປັນ​ດັ່ງນີ້.
ສວນ​ເອເດນ
ເມື່ອ​ພຣະເຈົ້າຢາເວ ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຈັກກະວານ​ນັ້ນ; 5ຕົ້ນໄມ້​ກັບ​ກໍ​ຫຍ້າ​ບໍ່ທັນ​ມີ​ເທິງ​ແຜ່ນດິນ​ໂລກ ເພາະ​ພຣະເຈົ້າຢາເວ​ພຣະເຈົ້າ​ຍັງ​ບໍ່​ໃຫ້​ຝົນ​ຕົກລົງ​ມາ ແລະ​ຍັງ​ບໍ່ທັນ​ມີ​ຈັກ​ຄົນ​ທີ່​ທຳມາ​ຫາກິນ​ຢູ່​ເທິງ​ແຜ່ນດິນ​ໂລກ, 6ແຕ່​ຍັງ​ມີ​ນໍ້າ​ຂຶ້ນ​ມາ​ເທິງ​ໜ້າດິນ ແລະ​ເຮັດ​ໃຫ້​ພື້ນດິນ​ຊຸ່ມຊື່ນ​ທົ່ວໄປ.
7ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ເອົາ​ຂີ້ດິນ​ແຕ່​ພື້ນດິນ ມາ​ປັ້ນ​ເປັນ​ຊາຍ ແລະ​ເປົ່າ​ລົມຫາຍໃຈ​ໃສ່​ຮູ​ດັງ​ຂອງ​ຊາຍ​ທີ່​ຖືກ​ປັ້ນ​ຂຶ້ນ​ມາ​ນັ້ນ​ໃຫ້​ມີ​ຊີວິດ ແລະ​ຊາຍ​ທີ່​ຖືກ​ປັ້ນ​ນັ້ນ​ກໍໄດ້​ເລີ່ມ​ມີ​ຊີວິດ.
8ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ສ້າງ​ສວນ​ແຫ່ງ​ໜຶ່ງ​ໃນ​ເອເດນ ຢູ່​ທາງທິດ​ຕາເວັນອອກ ແລະ​ເອົາ​ຊາຍ​ຜູ້​ທີ່​ພຣະອົງ​ໄດ້​ປັ້ນ​ຂຶ້ນ​ນັ້ນ​ມາ​ຢູ່. 9ໃນ​ສວນ​ແຫ່ງ​ນີ້​ພຣະເຈົ້າຢາເວ​ພຣະເຈົ້າ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທຸກ​ຊະນິດ ໃບ​ຂຽວ​ງາມ​ດີ ແລະ​ໝາກໄມ້​ກໍ​ເປັນ​ໜ້າຢາກກິນ. ໃນ​ກາງ​ສວນ​ນັ້ນ​ພຣະອົງ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທີ່​ໃຫ້​ຊີວິດ, ໃຫ້​ຮູ້ຈັກ​ດີ ແລະ​ຮູ້ຈັກ​ຊົ່ວ.
10ນອກ​ນີ້​ກໍ​ຍັງ​ມີ​ແມ່ນໍ້າ​ສາຍ​ໜຶ່ງ ທີ່​ໄຫລ​ອອກ​ຈາກ​ເອເດນ​ມາ​ລໍ່ລ້ຽງ​ສວນ​ນີ້; ແມ່ນໍ້າ​ນີ້​ແບ່ງ​ອອກ​ເປັນ​ສີ່​ສາຍ ດັ່ງນີ້: 11ສາຍ​ທີ​ໜຶ່ງ​ຊື່​ວ່າ ປີໂຊນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ຮາວີລາ. ( 12ໃນ​ດິນແດນ​ນີ້​ມີ​ບໍ່ຄຳ​ຊັ້ນດີ ແກ້ວ​ປະເສີດ​ໂກຣາ ແລະ​ຕົ້ນ​ຢາງ​ຫອມ​ທີ່​ມີ​ຄ່າ​ສູງ) 13ສາຍ​ທີ​ສອງ​ຊື່​ວ່າ ກີໂຮນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ກູເຊ. 14ສາຍ​ທີ​ສາມ​ຊື່​ວ່າ ຕິກຣິດ​ຊຶ່ງ​ໄຫລ​ຜ່ານ​ດິນແດນ​ປະເທດ​ອັດຊີເຣຍ ແລະ​ສາຍ​ທີ​ສີ່ ຊື່​ວ່າ ເອີຟຣັດ.
15ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ເອົາ​ຊາຍ ຜູ້​ທີ່​ພຣະອົງ​ໄດ້​ສ້າງ​ມາ​ນັ້ນ ໄປ​ເຝົ້າ​ຮັກສາ​ແລະ​ເບິ່ງແຍງ​ສວນ. 16ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ສັ່ງ​ລາວ​ວ່າ, “ໝາກໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້ 17ເວັ້ນໄວ້​ແຕ່​ຕົ້ນ​ທີ່​ໃຫ້​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຈົ້າ​ຢ່າ​ກິນ​ໝາກໄມ້​ໃນ​ຕົ້ນ​ນັ້ນ; ຖ້າ​ເຈົ້າ​ຂືນ​ກິນ​ເມື່ອໃດ ເຈົ້າ​ກໍຈະ​ຕາຍ​ເມື່ອນັ້ນ.”
18ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ກ່າວ​ອີກ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້ຊາຍ​ຕ້ອງ​ຢູ່​ໂດດດ່ຽວ​ຢ່າງ​ນີ້. ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ທີ່​ເໝາະສົມ​ໃຫ້​ລາວ.” 19ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ເອົາ​ຂີ້ດິນ​ຈາກ​ພື້ນດິນ ມາ​ປັ້ນ​ເປັນ​ຮູບ​ສັດ​ຕ່າງໆ​ທີ່​ຢູ່​ໃນ​ທົ່ງ ແລະ​ນົກ​ທັງຫລາຍ​ທີ່​ຢູ່​ໃນ​ອາກາດ ແລະ​ໄດ້​ນຳ​ສັດ​ເຫຼົ່ານັ້ນ​ມາ​ໃຫ້​ຊາຍ​ນັ້ນ​ເບິ່ງ​ວ່າ ລາວ​ຈະ​ໃສ່​ຊື່​ໃຫ້​ຢ່າງໃດ ແລະ​ຊື່​ໃດ​ທີ່​ລາວ​ຕັ້ງ​ໃຫ້​ສັດ​ທັງຫລາຍ​ທີ່ມີ​ຊີວິດ​ຈຶ່ງ​ເປັນ​ຊື່​ຕໍ່ໆມາ. 20ສະນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ຕັ້ງ​ຊື່​ໃຫ້​ສັດ​ລ້ຽງ​ທັງຫລາຍ​ແລະ​ຝູງ​ນົກ​ໃນ​ອາກາດ ແລະ​ໃຫ້​ສັດປ່າ​ທັງໝົດ; ແຕ່​ບໍ່ມີ​ສັດ​ໂຕ​ໃດ​ເລີຍ​ເປັນ​ຜູ້​ຊ່ວຍ​ທີ່​ເໝາະສົມ​ແກ່​ລາວ.
21ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ເຮັດ​ໃຫ້​ຜູ້ຊາຍ​ນັ້ນ​ນອນ​ຫລັບ​ສະໜິດ ແລະ​ໃນ​ຂະນະທີ່​ລາວ​ນອນ​ຢູ່​ນັ້ນ ພຣະອົງ​ກໍ​ເອົາ​ກະດູກ​ຂ້າງ​ຊີກ​ໜຶ່ງ​ຂອງ​ລາວ​ອອກ​ມາ ແລະ​ເຮັດ​ໃຫ້​ເນື້ອໜັງ​ຈອດ​ຕິດ​ກັນ​ດັ່ງເດີມ. 22ພຣະເຈົ້າຢາເວ​ພຣະເຈົ້າ​ເອົາ​ກະດູກ​ຂ້າງ​ມາ​ສ້າງ​ເປັນ​ຜູ້ຍິງ ແລະ​ນຳ​ນາງ​ມາ​ມອບ​ໃຫ້​ລາວ. 23ແລ້ວ​ຊາຍ​ຜູ້ນັ້ນ​ກໍ​ເວົ້າ​ວ່າ,
“ນີ້​ເດ ແມ່ນ​ຜູ້​ທີ່​ມີ​ຮູບຮ່າງ​ຄື​ເຮົາ;
ກະດູກ​ຂອງ​ນາງ​ມາ​ຈາກ​ກະດູກ​ຂອງເຮົາ
ເນື້ອໜັງ​ຂອງ​ນາງ​ມາ​ຈາກ​ເນື້ອໜັງ​ຂອງເຮົາ;
ຜູ້ຍິງ​ແມ່ນ​ຊື່​ຂອງ​ນາງ​ເພາະ​ນາງ​ມາ​ຈາກ​ຜູ້ຊາຍ.”
24ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ຈາກ​ພໍ່​ແມ່​ຂອງຕົນ ແລະ​ໄປ​ຕິດພັນ​ຢູ່​ກັບ​ເມຍ​ຂອງຕົນ ແລະ​ເຂົາ​ທັງສອງ​ກໍ​ກາຍເປັນ​ຄົນ​ດຽວກັນ.
25ຊາຍ​ແລະ​ຍິງ​ໄດ້​ເປືອຍກາຍ​ຢູ່ ແຕ່​ພວກເຂົາ​ບໍ່​ຮູ້ສຶກ​ລະອາຍ​ກັນ​ເລີຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy