ຄາລາເຕຍ 5
5
ຈົ່ງຕັ້ງໝັ້ນຢູ່ໃນເສລີພາບ
1ເພື່ອເສລີພາບນັ້ນແຫຼະ ພຣະຄຣິດຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນອິດສະຫລະ. ສະນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະຢ່າຍອມປ່ອຍຕົວເອງໃຫ້ຕົກເປັນຂ້ອຍຂ້າອີກ.
2ຈົ່ງຟັງໃຫ້ດີ ເຮົາຄືໂປໂລ ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດກໍໝາຍຄວາມວ່າ ພຣະຄຣິດບໍ່ເປັນປະໂຫຍດຫຍັງສຳລັບພວກເຈົ້າ. 3ເຮົາຂໍຢັ້ງຢືນອີກເທື່ອໜຶ່ງວ່າ ຜູ້ທີ່ຍອມຮັບພິທີຕັດ ຜູ້ນັ້ນກໍຖືກຜູກມັດໃຫ້ປະຕິບັດຕາມກົດບັນຍັດທັງໝົດ. 4ຄົນໃດໃນພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທຳ ໂດຍປະຕິບັດຕາມກົດບັນຍັດ ຄົນນັ້ນກໍຕັດຕົນເອງອອກຈາກພຣະຄຣິດ ໄດ້ຫລຸດຕົກຈາກພຣະຄຸນເສຍແລ້ວ. 5ໂດຍພຣະວິນຍານ ພວກເຮົາມີຄວາມຫວັງວ່າ ພຣະເຈົ້າຈະຊົງໃຫ້ພວກເຮົາເປັນຜູ້ຊອບທຳຕໍ່ໜ້າພຣະອົງ ແລະແມ່ນສິ່ງທີ່ພວກເຮົາຄອງຄອຍຖ້າຢູ່ໂດຍຄວາມເຊື່ອ. 6ດ້ວຍວ່າ, ໃນພຣະຄຣິດເຈົ້າເຢຊູ ການຮັບພິທີຕັດຫລືບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອທີ່ສະແດງອອກໂດຍທາງຄວາມຮັກ.
7ພວກເຈົ້າແລ່ນແຂ່ງຂັນດີຢູ່ແລ້ວ ແມ່ນຜູ້ໃດຂັດຂວາງພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ? 8ສິ່ງທີ່ເຂົາໄດ້ຊັກຊວນພວກເຈົ້ານັ້ນ ບໍ່ໄດ້ມາຈາກພຣະເຈົ້າ ອົງທີ່ໄດ້ຊົງເອີ້ນເອົາພວກເຈົ້າ. 9“ເຊື້ອແປ້ງພຽງແຕ່ນ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ.” 10ເຮົາໄວ້ໃຈໃນອົງພຣະຜູ້ເປັນເຈົ້າວ່າ ເຈົ້າທັງຫລາຍຈະບໍ່ມີຄວາມຄິດຢ່າງອື່ນ ແຕ່ຝ່າຍຜູ້ທີ່ມາກໍ່ກວນພວກເຈົ້ານັ້ນ ຈະເປັນຜູ້ໃດກໍຕາມ ເຂົາຄົງຈະໄດ້ຮັບໂທດ.
11ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາຍັງເທດສະໜາຊັກຊວນໃຫ້ຮັບພິທີຕັດ ດ້ວຍເຫດໃດເຮົາຈຶ່ງຍັງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ການທີ່ໄມ້ກາງແຂນເປັນເຫດເຮັດໃຫ້ເກີດສະດຸດໃຈ ກໍຄົງຖືກຍົກເລີກເສຍແລ້ວ. 12ສ່ວນຄົນເຫຼົ່ານັ້ນ ທີ່ກໍ່ກວນຄວາມວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສຍ.
13ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຖືກເອີ້ນໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມຕັນຫາຂອງຮ່າງກາຍ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີ້ນ. 14ດ້ວຍວ່າ, ກົດບັນຍັດທັງໝົດກໍລວມເຂົ້າໃນຂໍ້ດຽວນີ້ຄື: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.” 15ແຕ່ຖ້າພວກເຈົ້າເຮັດເໝືອນດັ່ງສັດປ່າ ຄືກັດກັນແລະກິນເນື້ອກັນ ຈົ່ງລະວັງ ຢ້ານວ່າພວກເຈົ້າຈະພາກັນຈິບຫາຍໄປໝົດ.
ຜົນຂອງພຣະວິນຍານ ແລະ ການງານຂອງມະນຸດທຳມະດາ
16ເຮົາບອກວ່າ, ຈົ່ງຍອມໃຫ້ພຣະວິນຍານນຳພາຊີວິດ ແລະພວກເຈົ້າຈະບໍ່ໄດ້ເຮັດຕາມສັນດານຕັນຫາມະນຸດ. 17ດ້ວຍວ່າ, ສັນດານຕັນຫາມະນຸດກໍຕໍ່ສູ້ກັບພຣະວິນຍານ ແລະພຣະວິນຍານກໍຕໍ່ສູ້ກັບສັນດານຕັນຫາມະນຸດ ທັງສອງຝ່າຍເປັນສັດຕູກັນ. ດັ່ງນັ້ນ ສິ່ງທີ່ພວກເຈົ້າຢາກເຮັດຈຶ່ງເຮັດບໍ່ໄດ້. 18ສະນັ້ນ ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ຢູ່ໃຕ້ກົດບັນຍັດ.
19ກິດຈະການແຫ່ງສັນດານມະນຸດກໍປາກົດແຈ້ງດັ່ງນີ້: ຄືການຫລິ້ນຊູ້, ຄວາມບໍ່ສະອາດ, ຄວາມປະພຶດຊົ່ວຮ້າຍ, 20ການຂາບໄຫວ້ຮູບເຄົາຣົບ, ການເຊື່ອເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ, 21ການອິດສາກັນ, ການເສບສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆອີກ ໃນທຳນອງດຽວກັນນີ້ ເຮົາຂໍເຕືອນພວກເຈົ້າດັ່ງທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫຼົ່ານີ້ ຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ.
22ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່, 23ຄວາມສຸພາບອ່ອນຫວານ, ການຮູ້ຈັກບັງຄັບຕົນ, ກົດໝາຍທີ່ຫ້າມສິ່ງເຫຼົ່ານີ້ກໍບໍ່ມີ. 24ສ່ວນພວກທີ່ຢູ່ໃນພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຄວາມປາຖະໜາກັບກິເລດຕັນຫາຂອງສັນດານມະນຸດຄຶງໄວ້ທີ່ໄມ້ກາງແຂນແລ້ວ. 25ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານ ກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານນັ້ນ. 26ພວກເຮົາບໍ່ຕ້ອງເປັນຄົນອວດຕົວ ຫລືກຸກກວນໃຈກັນ ຫລືອິດສາກັນແລະກັນ.
Currently Selected:
ຄາລາເຕຍ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.