ຕໍ່ມາ ເມກໄດ້ມາປົກຄຸມຫໍເຕັນບ່ອນຊຸມນຸມ ແລະແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປົກຄຸມເຕັມຢູ່ທີ່ຫໍເຕັນສັກສິດນັ້ນ. ໂມເຊເຂົ້າໄປໃນຫໍເຕັນບ່ອນຊຸມນຸມບໍ່ໄດ້ ເພາະທີ່ນັ້ນມີເມກໜາແໜ້ນຫລາຍ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍເຕັມຢູ່ທົ່ວຫໍເຕັນສັກສິດ.